![]() |
ໃນພິທີ, ໄດ້ຮັບຊົມການສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນຈາກນ້ອງນັກຮຽນຈາກໂຮງຮຽນມສ ນາຕານແລະມສ ເມືອງພຽງຢ່າງມີບັນຍາກາດເບີກບານມ່ວນຊື່ນເພື່ອເປັນການສະເຫຼີມສະຫຼອງແລະສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານ ແລະໃນພິທີຄັ້ງນີ້, ທ່ານ ບຸດສະກອນ ອິນທະລັງສີ ໄດ້ປາຖະກະຖາໃຫ້ຮູ້ເຖິງປະຫວັດຄວາມເປັນມາຂອງຄູຢູ່ປະເທດລາວເຮົາພ້ອມທັງຍົກໃຫ້ເຫັນປະຫວັດຂອງນາຍຄູຄຳ ຊຶ່ງເປັນຄູຜູ້ທຳອິດຂອງລາວແລະຄູ ແມ່ນຄໍາເວົ້າທີ່ເວົ້າສືບທອດກັນມາຫຼາຍເຊັ່ນຄົນແລ້ວ, ຄູ ໝາຍເຖິງຄົນທີ່ມີຄວາມຮູ້ ແລະ ມີປະສົບການ ຊຶ່ງສາມາດນໍາເອົາຄວາມຮູ້ ແລະ ປະສົບການໄປຖ່າຍທອດໃຫ້ແກ່ຜູ້ອື່ນ, ຮູບການຖ່າຍທອດຄວາມຮູ້ໄປສູ່ຜູ້ທີ່ບໍ່ທັນຮູ້ເອີ້ນວ່າ: ການສອນ ແລະ ການຮຽນ. ຄູແມ່ນອາຊີບໜຶ່ງທີ່ຮຽກຮ້ອງໃຫ້ມີຄວາມອົດທົນ ມີຄວາມເສຍສະຫຼະ ແລະ ເອື້ອເຟື້ອເພື່ອແຜ່ສູງແຕ່ເປັນວຽກງານທີ່ໄດ້ຮັບການຍົກຍ້ອງສັນລະເສີນຈາກສັງຄົມ,ຊຶ່ງທາງພັກ-ລັດຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການພັດທະນາການສຶກສາ ຊຶ່ງໃນນັ້ນການພັດທະນາຄູເປັນວຽກໜຶ່ງທີ່ສໍາຄັນ ແລະ ຕັດສິນຄຸນນະພາບຂອງການສຶກສາດັ່ງຄໍາເວົ້າທີ່ວ່າ: ຄູ ແມ່ນຄົນຂອງພັກ, ຄູ ແມ່ນແມ່ພີມຂອງຊາດ, ຄູ ແມ່ນວິຊາວະກອນແຫ່ງດວງວິນຍານ. ນອກນັ້ນ, ໃນພິທີຍັງໄດ້ຮັບຟັງການອ່ານສານອວຍພອນຄູຂອງນ້ອງນັກຮຽນ,ມອບຊໍ່ດອກໄມ້ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານພ້ອມທັງມອບຂອງຂັວນໃຫ້ກັບອາດີດພະນັກງານທີເປັນການນຳສຶກສາແລະໃນພິທີຄັ້ງນີ້ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ໃຫ້ກັບບັນດາຄູອາຈານທີມີຜົນງານດີເດັ່ນຂັ້ນຕ່າງໆໃນໄລຍະຜ່ານມາພ້ອມທັງ ໄດ້ມີພິທີປະກາດພະນັກງານຄູ-ອາຈານຈຳນວນໜຶ່ງອອກພັກຜ່ອນຮັບອຸດໜູນບຳນານຕື່ມອີກ.
![]() |
(ພາບ-ຂ່າວ:ແສງສຸດາ ກິ່ງສະຫວັດ)
ຄໍາເຫັນ