ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ
ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ເມອງພຽງ ສຳເລດກອງປະຊມຜບລຫານການສກສາ ແລະ ກລາ ທວເມອງ - image 1
 

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດບັນທືກກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ສົກຮຽນ 2024-2025 ເລກທີ 4145/ສສກ.ຊຍ, ລົງວັນທີ 13 ຕຸລາ 2025, ຮັບຟັງການລາຍງານຫຍໍ້ຮ່າງບົດສະຫຼຸບກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2024 - 2025 ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2025 – 2026; ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງປະຈໍາສົກຮຽນ 2024 – 2025 ພ້ອມທັງສະເໜີທິດທາງ ແລະ ມາດຕະການແກ້ໄຂບັນຫາການປະລະການຮຽນ, ການປັບປຸງຄຸນນະພາບການຮຽນ - ການສອນໃນຊັ້ນການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ. ຈາກນັ້ນ, ປະທານກອງປະຊຸມກໍໄດ້ສັງລວມບັນຫາ ແລະ ສະເໜີໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມປະກອບຄຳຄິດເຫັນ ກ່ຽວກັບມາດຕະການແກ້ໄຂບັນຫາການເຂົ້າຮຽນຫຼຸດລົງ ແລະ ການປະລະການຮຽນເພີ່ມຂຶ້ນ; ປະກອບຄຳຄິດເຫັນກ່ຽວກັບມາດຕະການບັນຫາຄຸນນະພາບການຮຽນຂອງນັກຮຽນຍັງຕໍ່າ ແລະ ປະກອບຄຳຄິດເຫັນກ່ຽວກັບມາດຕະການບັນຫາການຂາດແຄນຄູສອນເພື່ອພ້ອມກັນປັບປຸງແກ້ໄຂເຮັດໃຫ້ວຽກງານການສຶກສາຢູ່ພາຍໃນເມືອງໄດ້ຮັບການປັບປຸງແກ້ໄຂຖືກທິດ ແລະ ມີການພັດທະນາຕາມບັນດາຄາດໝາຍໂຕຊີ້ວັດດ້ານການສຶກສາໃຫ້ບັນລຸຄາດໝາຍເທື່ອລະກ້າວ.

ໃນຕອນທ້າຍກອງປະຊຸມ, ທ່ານ ບຸນທະວີ ຊົງເຮີ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ໂອ້ລົມຕໍ່ກອງປະຊຸມພ້ອມທັງໃຫ້ທິດຊີ້ນໍາໃນການສຶບຕໍ່ຈັດຕັ້ງປະຕິບັດຕໍ່ກັບວຽກງານການສຶກສາໃນຕໍ່ໜ້າຕໍ່ກອງປະຊຸມຕື່ມອີກ.

(ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ໄອ-ສະປອດ ສືບຕໍ່ມອບເຄື່ອງນຸ່ງກິລາໃຫ້ທີມນັກຂ່າວສາຍກິລາລາວ

ໄອ-ສະປອດ ສືບຕໍ່ມອບເຄື່ອງນຸ່ງກິລາໃຫ້ທີມນັກຂ່າວສາຍກິລາລາວ

ບໍລິສັດ ຜະລິດ-ຈຳໜ່າຍ ເຄື່ອງກິລາພິມລາຍ ໄອ-ສະປອດ ຫຼື Ai-Sport ລະດັບແຖວໜ້າຂອງປະເທດລາວ ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາພິມລາຍ ຈຳນວນ 40 ກວ່າຊຸດ ລວມມູນຄ່າຫຼາຍກວ່າ 10 ລ້ານກີບ ໃຫ້ທີມນັກຂ່າວສາຍກິລາລາວ ຫຼື ລາວສະປອດມິເດຍ ເພື່ອສືບຕໍ່ເຄື່ອນໄຫວອອກກຳລັງກາຍສ້າງກິດຈະກຳຮ່ວມກັບບັນດາພາກສ່ວນຕ່າງໆ ທັງພາກລັດ-ເອກະຊົນປະຈຳປີ 2026 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ.
ອພສ ແຂວງເຊກອງ ເຜີຍແຜ່ສິນລະທັມຢູ່ໂຮງຮຽນ ມສ ເມືອງກະລຶມ

ອພສ ແຂວງເຊກອງ ເຜີຍແຜ່ສິນລະທັມຢູ່ໂຮງຮຽນ ມສ ເມືອງກະລຶມ

ເພື່ອເປັນການສົ່ງເສີມ ອະນຸລັກ ປົກປັກຮັກສາຮີດ 12 ຄອງ 14 ໃຫ້ຄົງຢູ່ຄູ່ກັບຄົນລາວ, ຊາດລາວຕະຫຼອດໄປ, ໃນວັນທີ 12 ມີນາຜ່ານມາ, ອົງການພຸດທະສາສະໜາສັມພັນລາວ (ອພສ) ແຂວງເຊກອງ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ເມືອງກະລຶມ ໄດ້ລົງເຜີຍແຜ່ສິນລະທັມຢູ່ໂຮງຮຽນ ມສ ເມືອງກະລືມ ໂດຍມີຄະນະນໍາຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຮັບຟັງ.
ຮມປຂ ເຊກອງ ມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ແລະ ຂັ້ນຕົ້ນ ຮຸ່ນທີ Vlll

ຮມປຂ ເຊກອງ ມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ແລະ ຂັ້ນຕົ້ນ ຮຸ່ນທີ Vlll

ໂຮງຮຽນການເມືອງ-ການປົກຄອງແຂວງເຊກອງ (ຮມປຂ) ໄດ້ຈັດພິທີມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ່ນທີ V, ຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ VIlI ພ້ອມເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ lX ປະຈຳປີ 2026 ຂຶ້ນໃນຕອນບ່າຍວັນທີ 11 ມີນາຜ່ານມານີ້ ທີ່ສະໂມສອນແຂວງ, ໂດຍມີສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ດາວສະຫວັນ ເຄືອງມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ຄະນະປະຈໍາພັກເມືອງ 4 ເມືອງ, ຄະນະນໍາໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ, ແຂວງອັດຕະປື, ແຂວງຈຳປາສັກ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ມອບປຶ້ມໃຫ້ ມຊ

ສະພາທິດສະດີສູນກາງພັກ ມອບປຶ້ມໃຫ້ ມຊ

ຫ້ອງການສະພາທິດສະດີສູນກາງພັກ ມອບປຶ້ມຜົນງານການຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກຳ ຂອງສະພາທິດສະດີສູນກາງພັກ ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 12 ມີນານີ້ ທີ່ ມຊ ໂດຍການກ່າວມອບຂອງທ່ານ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ແລະ ກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກ ຍທຂ ຄວ້າແຊັມເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ແນວລາວສ້າງຊາດ ນວ

ພະແນກ ຍທຂ ຄວ້າແຊັມເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ແນວລາວສ້າງຊາດ ນວ

ທີມເປຕັງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ຄວ້າແຊັມການແຂ່ງ ຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຮັບຂັນລາງວັນຊະນະເລີດ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ, ສ່ວນຮອງຊະນະເລີດ ທີມອົງການໄອຍະການປະຊາຊົນ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ, ທີ 3 ແມ່ນທີມພະແນກສຶກສາທິການ ແລະ ກິລາ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1.5 ລ້ານກີບ ແລະ ທີ 4 ແມ່ນທີມພະແນກອຸດສາຫະກໍາ ແລະ ການຄ້າ ນວ ໄດ້ຮັບເງິນລາງວັນ 1 ລ້ານກີບ.
ນາງ ພອນລິສາ ສິນລະປະກິດ ໄດ້ຫຼຽນຄຳ ງານໂອແລັມປິກແຂ່ງຂັນ ວິຊາຄະນິດສາດ

ນາງ ພອນລິສາ ສິນລະປະກິດ ໄດ້ຫຼຽນຄຳ ງານໂອແລັມປິກແຂ່ງຂັນ ວິຊາຄະນິດສາດ

ນາງ ພອນລິສາ ສິນລະປະກິດ ຈາກໂຮງຮຽນນານາຊາດອ໋ອດສະກາ ເຂົ້າຮ່ວມງານໂອແລັມປິກແຂ່ງຂັນວິຊາຄະນິດສາດ ແລະ ວິທະຍາສາດສັງຄົມ ຊຶ່ງຈັດຂຶ້ນໃນວັນທີ 28ກຸມພາ ຜ່ານມາ ທີ່ປະເທດຟີລິບປິນ ໃນລະດັບຊັ້ນ ມ.4, ໃນວິຊາຄະນິດສາດຊຶ່ງເປັນຫຼຽນຄໍາໜຶ່ງດຽວທີ່ນັກຮຽນລາວ ຍາດມາໄດ້ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້, ສ່ວນວິຊາ ວິທະຍາສາດສັງຄົມແມ່ນໄດ້ຮັບຫຼຽນທອງ, ສໍາລັບວິຊາຄະນິດສາດ ໂດຍອີງໃສ່ຄະແນນ ແລະ ເງື່ອນໄຂຕ່າງໆທີ່ກ່ຽວຂ້ອງ ຄະນະຜູ້ຈັດການສອບເສັງໂອແລັມປິກໄດ້ມອບຂັນລາງວັນກຽດນິຍົມຂັ້ນສູງພິເສດໃຫ້ນໍາດ້ວຍ.
ບໍ່ແຕນ ເປີດອົບຮົມວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ປະຈໍາປີ 2026

ບໍ່ແຕນ ເປີດອົບຮົມວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ປະຈໍາປີ 2026

ກອງບັນຊາການທະຫານ ເມືອງບໍ່ແຕນ ແຂວງໄຊຍະບູລີ ເປີດຊຸດອົບຮົມ ວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ຂຶ້ນຢູ່ທີ່ໂຮງຮຽນມສ ບໍ່ແຕນມີໄຊ ໃນວັນທີ 10 ມີນານີ້ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພັນ ພັນທະວົງ ຮອງເລຂາພັັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີນ້ອງນັກຮຽນຊັ້ນ ມ7 ຈາກ 3 ໂຮງຮຽນຄື: ໂຮງຮຽນ ມສ ບໍ່ແຕນມີໄຊ, ມສ ບໍ່ແຕນ ແລະ ໂຮງຮຽນ ມສ ນ້ຳພຸ ຊຶ່ງມີນັກຮຽນເຂົ້າຮ່ວມທັງໝົດ 145 ນ້ອງ ຍິງ 46 ນ້ອງ ເຂົ້າຮ່ວມ.
ສ້າງຄວາມເຂົ້າໃຈ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ນັກຮຽນ ມສ ສາທິດ

ສ້າງຄວາມເຂົ້າໃຈ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ນັກຮຽນ ມສ ສາທິດ

ເພື່ອເຮັດໃຫ້ຄູ-ອາຈານ ແລະ ນັກຮຽນໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ ຄວາມໝາຍ ຄວາມສໍາຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການນໍາໃຊ້ລົດເມດ່ວນ BRT ຮັບຮູ້ເຖິງແນວທາງນະໂຍບາຍຂອງພັກ-ລັດໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ທ່ວງທັນກັບສະພາບການໃນຍຸກປັດຈຸບັນ ແນໃສ່ແກ້ໄຂບັນຫາການສັນຈອນແອອັດ ໂດຍການຫັນມາໃຊ້ລົດເມດ່ວນ BRT ໃນການເດີນທາງ.
ໂຮງຮຽນ ມສ ແຂວງເຊກອງຍົກລະດັບການນຳໃຊ້ເຄື່ອງມືສະມາສ໌ບອດ ແລະອຸປະກອນເອໄອ.

ໂຮງຮຽນ ມສ ແຂວງເຊກອງຍົກລະດັບການນຳໃຊ້ເຄື່ອງມືສະມາສ໌ບອດ ແລະອຸປະກອນເອໄອ.

ໃນວັນທີ 11 ມິນານີ້ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງເຊກອງ ໄດ້ຈັດອົບຮົມປະຖົມນິເທດການນຳໃຊ້ສະມາສ໌ບອດ ແລະ ການນຳໃຊ້ອຸປະກອນເອໄອ (AI) ເຂົ້າໃນການຮຽນ-ການສອນ ໃຫ້ຄູ-ອາຈານ ຢູ່ທີ່ສູນໄອຊິທີ (ICT) ພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ.
ແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນວ

ແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນວ

ການແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແນວລາວສ້າງຊາດ ນວ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 71 ປີຈັດຂຶ້ນໃນວັນທີ 11 ມີນານີ້ ທີ່ສະໜາມກິລາເປຕັງແຫ່ງຊາດ (ເຂດດົງໂດກ) ໂດຍມີທ່ານ ພົງສະຫວັນ ສີລິພັນ ປະທານແນວລາວສ້າງຊາດ ນວ, ມີບັນດາຮອງປະທານ, ອົງການຈັດຕັ້ງມະຫາຊົນ ນວ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ແນວລາວສ້າງຊາດເມືອງ 9 ເມືອງ ແລະ ພາກທຸລະກິດເຂົ້າຮ່ວມ.
ເພີ່ມເຕີມ