![]() |
ທ່ານ ສະໝານ ບຸບຜາສີລິ ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ ໄດ້ຜ່ານຂໍ້ຕົກລົງ, ສະບັບເລກທີ 294/ຄປຂ.ວຈ, ລົງວັນທີ 23 ມີນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອລົງຕິດຕາມ, ເກັບກຳຂໍ້ມູນຕົວຈິງ,ການລົງສຳຫຼວດ, ວັດແທກ ແລະ ເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ ເພື່ອຂຶ້ນບັນຊີຊັບສິນຂອງລັດ ແລະ ສ້າງຖານຂໍ້ມູນພື້ນຖານສຳລັບການຄຸ້ມຄອງລາຍຮັບ. ການດຳເນີນວຽກຈະແບ່ງເປັນ 3 ຄະນະ ກວມເອົາ11 ຕົວເມືອງຂອງແຂວງວຽງຈັນ.
ທ່ານ ນາງ ອານຸກອນ ນັນທາວົງ ຫົວໜ້າຫ້ອງການ-ການເງິນ ເມືອງໂພນໂຮງ ໄດ້ລາຍງານວ່າ: ປັດຈຸບັນເມືອງໂພນໂຮງມີໂຄງການເຊົ່າ-ສຳປະທານທີ່ດິນຂອງລັດຈຳນວນ 53 ໂຄງການ ກວມເນື້ອທີ່ກວ່າ 451.82 ເຮັກຕາ ແບ່ງເປັນຂະແໜງກະສິກຳ 32 ໂຄງການ, ທ່ອງທ່ຽວ ແລະ ບໍລິການ 19 ໂຄງການ ແລະ ອຸດສາຫະກຳ-ການຄ້າ 2 ໂຄງການ. ນອກນັ້ນ ຍັງມີບາງໂຄງການທີ່ປະສົບບັນຫາດ້ານເອກະສານ, ອັດຕາຄ່າເຊົ່າ ແລະ ການປະຕິບັດສັນຍາ ຈຶ່ງຈຳເປັນຕ້ອງກວດກາ ແລະ ປັບປຸງໃຫ້ຖືກຕ້ອງ.
ໃນຕອນທ້າຍ ທ່ານ ຫອມຮັກ ສຸນະວັນ ໄດ້ເນັ້ນໃຫ້ທຸກພາກສ່ວນປະສານງານຢ່າງໃກ້ຊິດ, ກວດກາ ແລະ ຢັ້ງຢືນຂໍ້ມູນໃຫ້ຖືກຕ້ອງ ເພື່ອສ້າງຖານຂໍ້ມູນກາງຂອງແຂວງ ນຳໄປສູ່ການຄຸ້ມຄອງທີ່ດິນຂອງລັດ ແລະ ການເກັບລາຍຮັບໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິຜົນຫຼາຍຂຶ້ນ.
ຂ່າວ: ແຂວງວຽງຈັນ

ຄໍາເຫັນ