ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ5, ມ4, ມ7

ເມືອງຕະໂອ້ຍ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ5, ມ4, ມ7

ເມືອງຕະໂອ້ຍ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ5, ມ4, ມ7
ການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເເມືອງ ປ5, ມ4, ມ7 ປະຈໍາສົກປີ 2024-2025 ທົ່ວເມືອງຕະໂອ້ຍ ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມານີ້, ທີ່ສະໂມສອນ ໂຮງຮຽນ ມສ ຕະໂອ້ຍ ແຂວງສາລະວັນ ໂດຍການເຂົ້າຮ່ວມ

 ແລະ ເປີດຊອງຫົວບົດສອບເສັງຂອງທ່ານ ນາງ ບຸນຖີ່ນ ແກນພົມມາ ຮອງເລຂາພັກເມືອງ, ມີຫ້ອງການກ່ຽວຂ້ອງ ແລະ ນ້ອງນັກຮຽນເກັ່ງທົ່ວເມືອງຕະໂອ້ຍເຂົ້າຮ່ວມ.

ສຳລັບນັກຮຽນທີ່ເຂົ້າຮ່ວມສອບເສັງໃນຄັ້ງນີ້, ຊຶ່ງເປັນຕົວແທນມາຈາກກຸ່ມໂຮງຮຽນຊັ້ນປະຖົມ, ຊັ້ນມັດທະຍົມຕົ້ນ-ປາຍໃນທົ່ວເມືອງ. ການສອບເສັງຊັ້ນປະຖົມສຶກສາມີ 3 ວິຊາສອບເສັງຄື: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ. ຊັ້ນມັດທະຍົມສຶກສາ ມໍ4 ແລະ ມໍ7 ປະກອບມີ 4 ວິຊາສອບເສັງຄື: ພາສາລາວ-ວັນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ ໂດຍມີນັກສອບເສັງທັງຫມົດ 67 ຄົນ ຍິງ 35 ຄົນ. ໃນນັ້ນ, ຊັ້ນປະຖົມສຶກສາ ປໍ5 ມີ 42 ຄົນ ຍິງ 22 ຄົນ, ຊັ້ນມັດທະຍົມສຶກສາ ມໍ4 ມີ 17 ຄົນ ຍິງ 11 ຄົນ, ມໍ7 ມີ 8 ຄົນ ຍິງ 4 ຄົນ. ຊຶ່ງມີຜົນດັ່ງນີ້, ຊັ້ນປະຖົມສຶກສາ ປ5 ທີ 1 ວິຊາຄະນິດສາດໄດ້ແກ່ທ້າວ ສຸດດາລັດ ລອຍວັນໄຊ ມາຈາກກຸ່ມໂຮງຮຽນ ເທດສະບານ, ທີ1 ວິຊາວິທະຍາສາດ ແລະ ສິ່ງແວດລ້ອມໄດ້ແກ່ ນາງ ຫັດສະດີ ມາຈາກກຸ່ມໂຮງຮຽນ ເທດສະບານ, ທີ1 ວິຊາພາສາລາວໄດ້ແກ່ ນາງ ຈັນສະໄໝ ສູນທອນມະນີ ມາຈາກກຸ່ມໂຮງຮຽນ ເທດສະບານ, ຊັ້ນ ມໍ4 ວິຊາຄະນິິດສາດ ທີ 1 ໄດ້ແກ່ ນາງ ຟ້າໃສ ວໍລະສານ ມາຈາກກຸ່ມໂຮງຮຽນ ມສ ຕະໂອ້ຍ, ວິຊາພາສາລາວ-ວັນະຄະດີ ທີ 1 ໄດ້ແກ່ ນາງ ສຽວພິງ ມາຈາກກຸ່ມໂຮງຮຽນ ປະຈູດອນ, ວິຊາຟິຊິກສາດ ທີ 1 ໄດ້ແກ່ນາງ ກັນລະຍາ ແກ້ວມີໄຊ ມາຈາກກຸ່ມໂຮງຮຽນ ມສ ຕະໂອ້ຍ, ວິຊາເຄມີສາດ ທີ 1 ໄດ້ແກ່ ນາງ ພອນສະຫວັນ ມະນີວົງ ມາຈາກກຸ່ມໂຮງຮຽນ ມສ ຕະໂອ້ຍ ແລະ ສ່ວນມັດທະຍົມສຶກສາ ມໍ7 ວິຊາຄະນິດສາດ ທີ 1 ໄດ້ແກ່ ນາງ ມູນ ມາຈາກກຸ່ມໂຮງຮຽນປະຈູດອນ, ວິຊາພາສາລາວ-ວັນະຄະດີ ທີ 1 ໄດ້ແກ່ ນາງ ໂສພາ ຫຸນະຈຳປາ ມາຈາກກຸ່ມໂຮງຮຽນ ມສ ຕະໂອ້ຍ, ວິຊາຟິຊິກສາດ ທີ 1 ໄດ້ແກ່ ທ້າວ ເອກ ຄຳປັນຍາ ມາຈາກກຸ່ມໂຮງຮຽນ ມສ ຕະໂອ້ຍ ແລະ ວິຊາເຄມີສາດ ທີ 1 ໄດ້ແກ່ທ້າວ ກຸ ຍານຄຳປຸນ ມາຈາກກຸ່ມໂຮງຮຽນ ມສ ຕະໂອ້ຍ, ສຳລັບນັກຮຽນເກັ່ງເສັງໄດ້ ອັນດັບທີ 1 ໄດ້ຮັບຂອງຂັວນເງິນສົດ ແລະ ໃບຍ້ອງຍໍ.

(ພາບ-ຂ່າວ: ອ່ອໃຈ ໄຊຍະແຮດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສາລະວັນຫາລືການສ້າງຂະບວນການກິລາ

ສາລະວັນຫາລືການສ້າງຂະບວນການກິລາ

ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດກິດຈະກໍາສ້າງຂະບວນການກິລາຟຸດຊໍ ແລະ ກິລາເປຕັງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ຕ້ອນຮັບວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນນອກຫຼັກສູດແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.
ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນ (ຝຶກເວົ້າພາສາລາວ)ຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ໂຮມແຮມດອນຈັນພາເລດ ໂດນການເປັນປະທານຂອງ ທ່ານ ອຸທິດ ທິບມະນີຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ເຄດ ກູດຟຣຸດ;ວ່າການແທນເລຂານເອກສະຖານທູດອົດສະຕຣາລີ,ມີບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ຖະແຫຼງຂ່າວແຂ່ງຂັນເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ຖະແຫຼງຂ່າວແຂ່ງຂັນເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ຈະເປີດຂຶ້ນໃນວັນທີ 19 ກໍລະກົດ ນີ້ ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025.
ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ໃນວັນທີ 10 ກໍລະກົດ ຜ່ານມານີ້, ທີມນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບເຖິງນະຄອນຫຼວງວຽງຈັນ ຫຼັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫຼື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.
ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ທ່ານນາງ ລີປ່າເອ້ຍ ລີບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຂຶ້ນຕອບຄໍາຊັກຖາມ ແລະ ຄໍາຊີ້ແຈງ ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສຊ ແລະ ສສນວ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຄື: ສະເໜີກ່ຽວກັບມາດຕະການ ແລະ ວິທີແກ້ໄຂບັນຫາຄຸນນະພາບການສຶກສາຂອງໂຮງຮຽນລັດທີ່ຫຼຸດໂຮງຮຽນເອກະຊົນ ຕິດພັນກັບ (ຫຼັກສູດການສຶກສາ, ບຸກຄະລາກອນຄູ, ການມີສ່ວນຮ່ວມຂອງສະຖາບັນຄອບຄົວ)
ຜົ້ງສາລີ ສອບເສັງ ມ7 ບໍາລຸງ ສົກຮຽນ 2024-2025

ຜົ້ງສາລີ ສອບເສັງ ມ7 ບໍາລຸງ ສົກຮຽນ 2024-2025

ໃນວັນ 7 ກໍລະກົດຜ່ານມານີ້ ທີ່ຫ້ອງປະຊຸມໂຮງຮຽນວິຊາຊີບແບບປະສົມແຂວງຜົ້ງສາລີ ສູນການສຶກສານອກໂຮງຮຽນ ໄດ້ຈັດພິທີສອບເສັງຈົບຊັ້ນ ມໍ7 ບໍາລຸງ ຊຸດທີ 26 ສົກຮຽນ 2024-2025. ໂດຍການເປັນປະທານຂອງທ່ານ ສານ ໄຊຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງຜົ້ງສາລີ ຜູ້ຊີ້ນຳວຽກງານສູນການສຶກສານອກໂຮງຮຽນ, ມີທ່ານ ວັນທອງ ພົມມະຈັນ ຮັກສາການຫົວຫນ້າພະແນກສົ່ງເສີມວິຊາຊີບຂັ້ນພື້ນຖານ, ກົມການສຶກສານອກໂຮງຮຽນກະຊວງສຶກສາ ທິການແລະກິລາ, ມີທ່ານ ອຸ່ນຄຳ ແສງອິນແກ້ວ ຜູ້ອຳນວຍການ ສູນການສຶກສານອກໂຮງຮຽນ ແຂວງຜົ້ງສາລີ, ເຂົ້າຮ່ວມມີຄະນະຮັບຜິດຊອບການສອບເສັງ,ພະນັກງານຄູອາຈານ,ພາກສ່ວນທີກ່ຽວຂ້ອງ,ຕະຫຼອດນັກສອບເສັງ ມ7 ຈາກສູນການສຶກສານອກໂຮງຮຽນຂອງແຂວງເຂົ້າຮ່ວມ.
ຄຳມ່ວນ ເປີດການສອບເສັງຈົບຊັ້ນມໍ 7 ບໍາລຸງ ສົກຮຽນ 2024 – 2025.

ຄຳມ່ວນ ເປີດການສອບເສັງຈົບຊັ້ນມໍ 7 ບໍາລຸງ ສົກຮຽນ 2024 – 2025.

ໃນວັນທີ 8 ກໍລະກົດນີ້ ທີ່ສູນການສຶກສານອກໂຮງຮຽນ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມໍ 7 ບຳລຸງ ສົກ 2024-2025. ເປັນກຽດເຂົ້າຮ່ວມເປີດຫົວບົດສອບເສັງໂດຍ ທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ.
ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ທີມກິລາເຕະບານ ຢູ-13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດສາມາດເອົາຊະນະ ເອັບຊີ ໂອດ ເບເລເນັດ (CF osBelenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ 2-0 ປະຕູ, ໄດ້ປະຕູໄຊຈາກການຍິງຂອງ ທ. ແຊວ ແລະ ທ. ເອກະລາດ ວິໄລກຸນ ໄດ້ຄອງແຊັມການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຫຼື ຢູ-13 ລະດັບ 1 ຊຶ່ງເປັນລາຍການໃຫຍ່ ລະດັບສາກົນ ຫຼື IBER Cup 2025 ມາຄອງໄດ້ຢ່າງຍິ່ງໃຫຍ່ ສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດ ໃນເວທີສາກົນ.
ມຊ ທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I

ມຊ ທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I ຂຶ້ນໃນວັນທີ 1 ກໍລະກົດ ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີບັນດາທ່ານແຂກຖືກເຊີນ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ເຂົ້າຮ່ວມ.
ເພີ່ມເຕີມ