ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027
ຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ ແຂວງວຽງຈັນ ຈັດພິທີເປີດສົກຮຽນໃໝ່ ປະຈຳສົກ ຮຽນ 2026-2027 ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງຮຽນມັດທະຍົມສົມບູນຖິ່ນຄໍາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ຮອງປະທານຄະນະກຳມະການປົກຄອງຕາແສງຕານປ່ຽວ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເມອງທລະຄມ ເປດສກຮຽນໃໝ ປະຈຳສກຮຽນ 2026-2027 - image 1
 

ທ່ານ ລຳທອງ ຊາມຸນຕີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດສະຫຼຸບ ແລະ ແຜນພັດທະນາຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ແລະ ແຜນພັດທະນາການສຶກສາປະຈໍາສົກຮຽນ 2026-2027 ວ່າ: ທົ່ວເມືອງທຸລະຄົມມີຜູ້ບໍລິຫານ ແລະ ຄູ-ອາຈານທັງໝົດ 664 ຄົນ, ຍິງ 484 ຄົນ, ມີໂຮງຮຽນທັງໝົດ 84 ແຫ່ງ, 444 ຫ້ອງຮຽນ, ມີນັກຮຽນ 12,844 ຄົນ, ຍິງ 6,163 ຄົນ. ນອກຈາກນີ້, ຍັງມີຫົວໜ້າຫ້ອງການ, ພະນັກງານຫ້ອງການສຶກສາເມືອງທັງໝົດ 42 ຄົນ, ຍິງ 25 ຄົນ. ຜ່ານການຈັດຕັ້ງປະຕິບັດຕົວຊີ້ວັດໃນ 12 ຄາດໝາຍ ສາມາດບັນລຸໄດ້ 10 ຄາດໝາຍທີ່ກະຊວງສຶກສາທິການ ແລະ ກິລາວາງອອກ.

ເມອງທລະຄມ ເປດສກຮຽນໃໝ ປະຈຳສກຮຽນ 2026-2027 - image 2
 

ໂອກາດນີ້, ທ່ານ ບຸນເລີດ ສີຫາປັນຍາ ໄດ້ໃຫ້ກຽດໂອ້ລົມ ເນັ້ນໜັກໃຫ້ເພີ່ມທະວີການປະສານງານກັບຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຄົມພໍ່ແມ່ນັກຮຽນ ປຸກລະດົມທຸກພາກສ່ວນຮ່ວມກັນພັດທະນາໂຮງຮຽນ; ຈັດຕາຕະລາງສອນ, ກຽມແຜນການສອນ, ສື່ການສອນ ແລະ ສະໜອງປຶ້ມແບບຮຽນໃຫ້ພຽງພໍ; ສ້ອມແປງອາຄານຮຽນໃຫ້ມີຄວາມສະອາດຈົບງາມ ເອື້ອອຳນວຍຕໍ່ການຮຽນຮູ້ ແລະ ໃຫ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສະຖານການສຶກສາຕື່ມອີກ. ຂ່າວ: ປາງທອງ ລາດຊະວົງ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ