![]() |
ທ່ານ ໄຊຍະວັນ ໄພບູນ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງວຽງຄຳ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ ຈັດການແຂ່ງຂັນກິລາເຂດ, ຈາກນັ້ນ ທ່ານ ບຸນພຽນ ວາຊົວລີ ຮອງຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດບັນທຶກກອງປະຊຸມກິລາເຂດ 4 ເມືອງເຫນືອ ຄື: ເມືອງນ້ຳບາກ, ເມືອງງອຍ, ເມືອງໂພນທອງ ແລະ ເມືອງວຽງຄຳ ເຊິ່ງປະເພດທີ່ຈະແຂ່ງຂັນມີ: ບານເຕະ (ຍິງ-ຊາຍ), ບານສົ່ງ (ຍິງ-ຊາຍ), ກະຕໍ້ (ຍິງ-ຊາຍ), ແລ່ນແລ່ນ 1,500 ແມັດ (ຍິງ-ຊາຍ), ແລ່ນ 5,000 ແມັດ (ຊາຍ), ໜ້າເກັກ (ຍິງ-ຊາຍ), ໝາກຄ່າງ (ຍິງ-ຊາຍ) ເຊິ່ງຈະໄດ້ຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງນີ້.
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ເພື່ອເຮັດໃຫ້ການກະກຽມແຕ່ລະດ້ານມີຄວາມພ້ອມ ກ່ອນການດຳເນີນການແຂ່ງຂັນ.
ທ່ານ ນາງ ບົວໄລ ແພງສະຫວັນ ໄດ້ຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ທີ່ເອົາໃຈໃສ່ຕໍ່ການກະກຽມ ຈັດການແຂ່ງຂັນກິລາ, ທັງໄດ້ເນັ້ນໜັກໃຫ້ບັນດາຄະນະຮັບຜິດຊອບ ເອົາໃຈໃສ່ຜັນຂະຫຍາຍເນື້ອໃນກອງປະຊຸມໃຫ້ເລິກເຊິ່ງ, ປຸກລະດົມແຫຼ່ງທຶນ ຈາກສັງຄົມ ເພື່ອໃຫ້ມີງົບປະມານພຽງພໍເຂົ້າໃນການຈັດການແຂ່ງຂັນ, ເພີ່ມທະວີການປະສານງານລະຫວ່າງຂັ້ນທ້ອງຖິ່ນ ເພື່ອໃຫ້ທຸກພາກສ່ວນຍົກສູງຄວາມຮັບຜິດຊອບ ໃນການພັດທະນາວຽກງານກິລາຂອງເມືອງໃຫ້ມີຄວາມກ້າວໜ້າຢ່າງແທ້ຈິງ.
ພາບ-ຂາວ ບຸນມີ ໄຊຍະກຸມມານ

ຄໍາເຫັນ