ງານບຸນຊ່ວງເຮືອປະເພນີ ປະຈຳປີ 2024

ເມືອງວຽງພູຄາ ຈັດງານບຸນຊ່ວງເຮືອປະເພນີ ສົ່ງເສີມປີທ່ອງທ່ຽວລາວ 2024.

ເມືອງວຽງພູຄາ ຈັດງານບຸນຊ່ວງເຮືອປະເພນີ ສົ່ງເສີມປີທ່ອງທ່ຽວລາວ 2024.
ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2024 ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ 2024

ຂຶ້ນໃນວັນທີ 1 ພະຈິກຜ່ານມາ ທີ່ທ່ານໍ້າຟ້າ ບ້ານວຽງໃໝ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ການແຂ່ງຂັນເຮືອຊ່ວງປີນີ້, ມີເຮືອຊ່ວງປະເພນີ 12-15 ສີພາຍ ເຂົ້າຮ່ວມແຂ່ງຂັນທັງໝົດ 10 ທິມ. ໃນນັ້ນ, ທິມຍິງ 3 ທິມ ແລະ ທິມ ຊາຍ 7 ທິມ. ຜ່ານການແຂ່ງຂັນເຮືອຊ່ວງທິມຍິງທີສາມາດຍາດໄດ້ລາງວັນທີ່ 1 ໄດ້ແກ່ເຮືອຊ່ວງ ບ້ານວຽງສະຫວ່າງ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 5 ລ້ານກີບ, ທີ 2 ເຮືອຊ່ວງ ທ້ຽວ ໄດ້ຮັບເງິນສົດ 4 ລ້ານກິບ, ທີ 3 ເຮືອຊວງບ້ານ ນໍ້າຟ້າ ໄດ້ຮັບເງິນ 3 ລ້ານກິບ, ສໍາດັບເຮືອຊ່ວງທິມຊາຍ ທີ 1 ເຮືອຊ່ວງ ບ້ານວຽງສະຫວ່າງ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 5 ລ້ານກີບ, ທີ 2 ເຮືອຊ່ວງບ້ານວຽງໃໝ ໄດ້ລາງວັນເງິນສົດ 4 ລ້ານກິບ, ທີ 3 ໄດ້ແກ່ ເຮືອບ້ານທ້ຽວ ໄດ້ຮັບເງິນ 3 ລ້ານກິບ ໃຫ້ກຽດມອບໂດຍທ່ານ ບຸນຊົງ ວາໄຊຢີ ເຈົ້າເມືອງວຽງພູຄາ, ທ່ານ ນາງ ຈັນຄໍາທອງມີໄຊ ຮອງເຈົ້າເມືອງ, ທ່ານ ນາງ ເຮືອຍສົມຫວັງ ຮອງເຈົ້າ ແລະ ຜູ້ຕ່າງໜ້າ ບໍລິສັດທີໃຫ້ລາງວັນເປັນຜູ້ກ່າວມອບ, ພ້ອມນີ້ ຍັງໄດ້ມອບລາງວັນຊົມເຊີຍລາງວັນລະ 2.000.000 ກີບ.ການແຂ່ງຂັນຊ່ວງເຮືອປະຈໍາປີ 2024 ຕິດພັນການສົ່ງເສີມປີທ່ອງທ່ຽວລາວ 2024ນີ້ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

(ຂ່າວ: ຄໍາປິງ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ໂດຍ: ວັນເພັງ ພູຜາມ່ານ (The rock viewpoint)ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດພູຫີນປູນທີ່ສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດຊີວະນາໆພັນທັງເປັນແຫຼ່ງທ່ອງທ່ຽວທີ່ເໝາະສໍາລັບນັກທ່ອງທ່ຽວທີ່ມັກຮັກໃນການພະຈົນໄພ,
ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ

ແຂວງຫຼວງນໍ້າທາ ມີຄວາມພາກພູມໃຈ ທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ, ນອກຈາກຫ້ອງນໍ້າສາທາລະນະສະອາດ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ
3 ພາກສ່ວນລົງນາມຮ່ວມກັນສ້າງຄວາມເຂັ້ມແຂງໃນຂະແໜງການທ່ອງທ່ຽວ

3 ພາກສ່ວນລົງນາມຮ່ວມກັນສ້າງຄວາມເຂັ້ມແຂງໃນຂະແໜງການທ່ອງທ່ຽວ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຝຶກອົບຮົມການທ່ອງທ່ຽວລະຫວ່າງສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ບໍລິສັດພັດທະນາເສດຖະກິດສາກົນແພນ-ແມ່ນໍ້າຂອງ (ລາວ)
ເພີ່ມເຕີມ