![]() |
ໃນກອງປະຊຸມ, ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026 ພ້ອມທັງຮ່ວມກັນພິຈາລະນາ ແລະ ຮັບຮອງເອົາທິດທາງແຜນພັດທະນາ ສຳລັບສົກຮຽນ 2026-2027 ເຊິ່ງໄດ້ຍົກໃຫ້ເຫັນວ່າຈາກທັງໝົດ 12 ຄາດໝາຍ ທີ່ກຳນົດໄວ້, ມີ 2 ຄາດໝາຍບັນລຸຕາມແຜນ, 2 ຄາດໝາຍມີທ່າອ່ຽງດີຂຶ້ນ, 6 ຄາດໝາຍຕ້ອງໄດ້ສູ້ຊົນຫຼາຍຂຶ້ນ ແລະ 2 ຄາດໝາຍຍັງບໍ່ທັນບັນລຸ.
ໃນຂະນະດຽວກັນນັ້ນ, ປະທານກອງປະຊຸມກໍໄດ້ເຈາະຈີ້ມ ແລະ ເປີດເວທີໃຫ້ຜູ້ບໍລິຫານການສຶກສາທົ່ວເມືອງໄດ້ປະກອບຄຳຄິດເຫັນຕໍ່ກັບສິ່ງທ້າທາຍຕ່າງໆ, ພ້ອມທັງວາງ 18 ມາດຕະການ ສຳຄັນ ເພື່ອເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດ; ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ສູ້ຊົນປະຕິບັດ 12 ຕົວຊີວັດໃຫ້ບັນລຸຕາມຄາດໝາຍ, ມອບໃຫ້ຜູ້ອຳນວຍການໂຮງຮຽນຈັດຕັ້ງການຮຽນ-ການສອນບຳລຸງນັກຮຽນອ່ອນຊັ້ນປະຖົມ ແລະ ມັດທະຍົມ, ພ້ອມທັງສືບຕໍ່ຄວບຄຸມອັດຕາການປະລະການຮຽນຂອງຊັ້ນປະຖົມບໍ່ໃຫ້ເກີນ 5.7% ແລະ ມັດທະຍົມບໍ່ໃຫ້ເກີນ 13.8%, ອີກໜຶ່ງວຽກງານສຳຄັນຄື: ການກະກຽມເປີດສົກຮຽນໃໝ່ ໂດຍມອບໃຫ້ອຳນາດການປົກຄອງຕາແສງ ແລະ ບ້ານ ປະສານສົມທົບກັບໂຮງຮຽນ ລົງປຸກລະດົມຂົນຂວາຍເດັກໃນເກນອາຍຸເຂົ້າຮຽນໃຫ້ຖືກຕ້ອງຕາມສາຍສາມັນ ແລະ ການສຶກສານອກໂຮງຮຽນ, ພ້ອມທັງຊຸກຍູ້ການສ້າງໂຮງຮຽນຕົວແບບ, ໂຮງຮຽນສີຂຽວ, ສ້າງນັກຮຽນເກັ່ງ ແລະ ນັກກິລາ ສູ່ລະດັບແຂວງ-ລະດັບຊາດ, ໂດຍມີໜ່ວຍງານກວດກາຕິດຕາມການປະຕິບັດມະຕິກອງປະຊຸມຢ່າງເຂັ້ມງວດ.
![]() |
ທ່ານ ຫັດສະໄນ ສີບຸນເຫຼືອງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຜູ້ບໍລິຫານການສຶກສາທົ່ວເມືອງຊານໄຊໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ພະນັກງານລັດຖະກອນຄູ ແລະ ບຸກຄະລາກອນການສຶກສາທຸກທ່ານ ເອົາໃຈໃສ່ຢ່າງຕັ້ງໜ້າໃນການວາງແຜນ ແລະ ຈັດການຮຽນ-ການສອນ ເພື່ອຍົກສູງຄຸນນະພາບການສຶກສາພາຍໃນເມືອງຊານໄຊໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.
ຂ່າວ:ເມືອງຊານໄຊ


ຄໍາເຫັນ