ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ
ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ເມອງເຊບງໄຟ ເນນສບຕການຈດຕງປະຕບດ 10 ຕວຊວດ ຂອງຂະແໜງການສກສາ - image 1
 

ໂດຍປະຕິບັດຕາມ ຄໍາສັ່ງແນະນໍາ ແລະ ແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງ ຊຶ່ງທາງເມືອງໄດ້ອອກແຈ້ງການເຖິງບັນດາໂຮງຮຽນ ແລະ ອຳນາດການປົກຄອງບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ ) ຢູ່ໃນທົ່ວເມືອງ ເພື່ອກະກຽມຄວາມພ້ອມ ໂດຍສະເພາະແມ່ນການສ້ອມແປງອາຄານສະຖານທີ່, ໂຕະ, ຕັ່ງ, ກະດານດຳ ຂອງໂຮງຮຽນໃນແຕ່ລະບ້ານ ແມ່ນໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງເປັນຂະບວນ. ໃນທົ່ວເມືອງມີໂຮງຮຽນທັງໝົດ 87 ແຫ່ງ, ໂຮງຮຽນອະນຸບານ 34 ແຫ່ງ, ປະຖົມ 43 ແຫ່ງ, ມັດທະຍົມ 10 ແຫ່ງ, ລວມຫ້ອງສອນໃນສົກຮຽນຜ່ານມາ 394 ຫ້ອງ, ມີຄູສອນ 430 ຄົນ, ຍິງ 284 ຄົນ, ໃນນັ້ນ ລວມທັງພະນັກງານບໍລິຫານ 46 ຄົນ, ຍິງ 21 ຄົນ, ຄູສອນ 100% ມີ 356 ຄົນ, ຍິງ 248 ຄົນ, ຄູຮັບໂຄຕ້າ ຂອງທະຫານ 9 ຄົນ, ຍິງ 5 ຄົນ, ມີຄູອາສາ 9 ຄົນ, ໄດ້ຮັບໂຄຕ້າ 7 ຄົນ, ຍັງ ເຫຼືອ 2 ຄົນ, ໃນສົກຮຽນຜ່ານມາມີນັກຮຽນທັງໝົດ ແຕ່ຊັ້ນອະນຸບານ ຈົນຮອດຊັ້ນມັດທະຍົມ 5,708 ຄົນ, ຍິງ 2,921 ຄົນ, ການຈັດຕັ້ງປະຕິບັດການຮຽນ-ການສອນ ແມ່ນມີທ່ວງທ່າດີຂຶ້ນຫຼາຍ, ການປະລະການຮຽນ ແມ່ນຫຼຸດລົງ. ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນໂຄງການນຳນ້ອງຄືນສູ່ໂຮງຮຽນ ແລະ ຮຽນຈົນຈົບ ຖືວ່າປະຕິບັດໄດ້ດີ ຕິດອັນດັບທີ 2 ຂອງແຂວງ, ທັງຊັ້ນປະຖົມ ແລະ ມັດທະຍົມ ແມ່ນລະດົມໄດ້ຕາມແຜນຂອງນັກຮຽນທີ່ອອກກາງປີ ນອກຈາກນີ້ແລ້ວ ຍັງລະດົມນັກຮຽນທີ່ອອກໃນປີກ່ອນກັບຄືນເຂົ້າມາຮຽນ ແລະ ໃນສົກຮຽນນີ້ ແມ່ນຈະສືບຕໍ່ ແຜນງານນຳນ້ອງຄືນສູ່ໂຮງຮຽນ ແລະ ສືບຕໍ່ຮຽນຈົບສາຍສາມັນ ໃນຄາດໝາຍສູ້ຊົນຈັດຕັ້ງປະຕິບັດ 10 ຄາດໝາຍຂອງຂະແໜງການສຶກສາ ຊຶ່ງປີຜ່ານມາປະຕິບັດບັນລຸໄດ້ 5 ຄາດໝາຍ, ປີນີ້ຈະສູ້ຊົນປະຕິບັດໃຫ້ໄດ້ 7 ຄາດໝາຍ, ສ່ວນຄາດໝາຍທາງດ້ານຄຸນນະພາບ ແມ່ນຈະສຸມໃສ່ໃນການປະຕິບັດ ການຮຽນ-ການສອນ ເພື່ອຍົກສູງຄຸນນະພາບໃຫ້ດີຂຶ້ນ ໂດຍເນັ້ນວິຊາພາສາລາວ, ຄະນິດສາດ ໃນຊັ້ນປະຖົມ ໃຫ້ສາມາດອ່ານອອກຂຽນໄດ້ ແລະ ຄິດໄລ່ໄດ້ໃນຂັ້ນພື້ນຖານ. ເພື່ອຢາກໃຫ້ວຽກງານດັ່ງກ່າວນີ້ ບັນລຸໄດ້ດີ, ໄດ້ຮັບການປະຕິບັດຕາມແຜນການວາງໄວ້ ຄະນະພັດທະນາການສຶກສາຂັ້ນບ້ານ, ຄູ-ອາຈານ ແມ່ນເປັນຜູ້ລິເລີ່ມ ຫຼື ເປັນເປົ້າໝາຍຫຼັກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ພະນັກງານ ຄູ-ອາຈານ ຕ້ອງປະຕິບັດການຮຽນ-ການສອນ ໃຫ້ໄປຕາມຫຼັກສູດໂຄງການ, ນຳໃຊ້ສື່ ອຸປະກອນທີ່ທັນສະໄໝ ໃຫ້ມັນທ່ວງທັນກັບຍຸກສະໄໝ ແລະ ເນັ້ນໃນການປັບປຸງຄຸນນະພາບ ໂດຍຝຶກອົບຮົມໃຫ້ຄູສອນ ເພື່ອນຳເອົາຄວາມຮູ້ລົງເຜີຍແຜ່ຄວາມຮູ້ໃນການສິດສອນ.

ເມອງເຊບງໄຟ ເນນສບຕການຈດຕງປະຕບດ 10 ຕວຊວດ ຂອງຂະແໜງການສກສາ - image 2
 

ທ່ານ ວິໄຊ ມະຫາໂຄດໄດ້ກ່າວຕື່ມວ່າ : ສຳລັບການຈັດຕັ້ງປະຕິບັດ 10 ຕົວຊີ້ວັດຂອງຂະແໜງການສຶກສາ ປະຕິບັດໄດ້ 5 ຄາດໝາຍມີຄື: ການເຂົ້າຮຽນຂອງເດັກອາຍຸ 5 ປີ ແມ່ນປະຕິບັດໄດ້ 83.8 % ທຽບໃສ່ຄາດໝາຍຖືວ່າຜ່ານ, ຄາດໝາຍທີ 2 ອັດຕາການເຂົ້າຮຽນຊັ້ນປໍ5 ຫາມໍ1 ແມ່ນປະຕິບັດໄດ້ 83.2 % ທຽບໃສ່ຄາດໝາຍຖືວ່າບັນລຸ, ເປີເຊັນຂອງຄູປະຈຳການ ເຮັດວຽກສຶກສານິເທດ ໃນຄາບການຝຶກອົບຮົມວິຊາຊີບຄູແບບຕໍ່ເນື່ອງ ບັນລຸໄດ້ 39% ຄາດໝາຍແມ່ນ 30 %, ປະຊາກອນໜຸ່ມຜູ້ປະລະການຮຽນໄດ້ຮັບການຝືກອົບຮົມ ຜ່ານການສຶກສານອກໂຮງຮຽນ ກສນ ແລະ ຝຶກອົບຮົມວິຊາຊີບ ວຽກງານ ກສນ ປະຕິບັດໄດ້ 247 ຄົນ, ຄາດໝາຍວາງໃຫ້ແມ່ນ 120 ຄົນ, ການສົ່ງເສີມມວນຊົນ ທຸກເພດ, ທຸກໄວ ໄດ້ເຂົ້າຮ່ວມຫັດກາຍບໍລິຫານ ແລະ ອອກກຳລັງກາຍ ຫຼິ້ນກິລາເພື່ອສຸຂະພາບ ແຜນການ 38 % ປະຕິບັດໄດ້ 38% ສ່ວນອີກ 5 ຕົວຊີ້ວັດທີ່ຍັງເຫຼືອ ບໍ່ບັນລຸນັ້ນ ແມ່ນຈະສືບຕໍ່ຈັດຕັ້ງປະຕິບັດ ຢູ່ໃນສົກຮຽນ 2026-2027 ໃຫ້ບັນລຸຕາມຄາດໝາຍ ໂດຍສະເພາະແມ່ນອັດຕາການເຂົ້າຮຽນຂອງເດັກ 6 ປີ, ຢູ່ປໍ1 ແມ່ນຈະໃຫ້ສໍາເລັດ, ຈຳນວນປະຊາກອນໜຸ່ມທີ່ຜ່ານການຝຶກອົບຮົມຫຼັກສູດຈະເນັ້ນໃຫ້ບັນລຸ.

ສຳລັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນທົ່ວມີທັງໝົດ 11 ແຫ່ງ, ຊຶ່ງໄດ້ຮັບຜົນເສຍຫາຍຈຳນວນໜຶ່ງ ຊຶ່ງປະກອບມີ ພື້ນຂອງໂຮງຮຽນຖືກນໍ້າເຊາະເຈື່ອນ, ຮົ້ວກຳແພງລົ້ມ ແລະ ອຸປະກອນການຮຽນ-ການສອນຈຳນວນໜຶ່ງ ທີ່ໄດ້ຮັບຜົນເສຍຫາຍ.

ໃນໂອກາດນີ້ທ່ານ ວິໄຊ ມະຫາໂຄດ ຍັງໄດ້ຮຽກ ຮ້ອງ ເຖິງຄະນະຜູ້ບໍລິຫານການສຶກສາ ແລະ ພະນັກງານຄູ-ອາຈານ ເອົາໃຈໃສ່ປະຕິບັດ ການຮຽນ-ການສອນ ເນັ້ນໃຫ້ມີຄຸນນະພາບ ໂດຍສະເພາະ ຄູສອນຕ້ອງປະຕິບັດໂມງເວລາ ໃຫ້ຖືກຕ້ອງຕາມລະບຽບລັດຖະກອນ, ການນຳໃຊ້ສື່ທີ່ທັນສະໄໝເຂົ້າໃນການຮຽນ-ການສອນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງເດັກໃນຍຸກສະໄໝໃໝ່, ສຳລັບຄະນະພັດທະນາການສຶກສາຂັ້ນບ້ານ ຕ້ອງເອົາໃຈໃສ່ປະຕິບັດຕາມພາລະບົດບາດ ຂອງຕົນເອງໃນການຊຸກຍູ້ສົ່ງເສີມວຽກງານການສຶກສາ.

ຄໍາເຫັນ

ຂ່າວສືກສາ-ກິລາ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ໃນວັນທີ 1 ຕຸລານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ແມ່ນມີຄວາມສຳຄັນໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະ ລະບຽບວິໄນໃນການດໍາລົງຊີວິດຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະບົບປະລິນຍາໂທຮຸ່ນທີ 22 ຈຳນວນ 118 ທ່ານ ຍິງ 38 ທ່ານ, ລະບົບປະລິນຍາຕີຮຸ່ນທີ27 ຈຳນວນ 48 ທ່ານ ຍິງ 4 ທ່ານ, ລະບົບປະລິນຍາຕີຕໍ່ເນື່ອງຮຸ່ນທີ 16 ຈຳນວນ 45 ທ່ານ ຍິງ 11ທ່ານ.
ເພີ່ມເຕີມ