![]() |
ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ: ງານສະຫຼອງບຸນກຸດຈີນຄັ້ງນີ້ ຈັດຂຶ້ນເພື່ອເຕົ້າໂຮມຄວາມມ່ວນຊື່ນ ທັງເປັນເວທີສົ່ງເສີມການແລກປ່ຽນວັດທະນະທຳ ຮັດແໜ້ນສາຍພົວພັນມິດຕະພາບອັນເລິກເຊິ່ງລະ ຫວ່າງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ. ທ່ານໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ການສຶກສາຢູ່ ມຊ ຢ່າງເປັນຮູບປະທຳ ໂດຍຜ່ານສະຖາບັນຂົງຈື, ຫຼັກສູດພາສາຈີນ ແລະ ການຮ່ວມມືດ້ານປັນຍາປະດິດ (AI). ພ້ອມນັ້ນ, ທ່ານຍັງໄດ້ຍ້ອງຍໍຊົມເຊີຍຄະນະນັກສຶກສາຈີນ ທີ່ເປັນເຈົ້າການສ້າງບັນຍາກາດອັນອົບອຸ່ນໃຫ້ເພື່ອນນັກສຶກສາ ແລະ ເປັນຂົວຕໍ່ໃຫ້ຊາວໜຸ່ມທັງສອງຊາດໄດ້ເພີ່ມພູນຄູນສ້າງຄວາມສາມັກຄີ ພ້ອມທັງອວຍພອນໃຫ້ໄມຕີຈິດມິດຕະພາບ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
![]() |
ທ້າວ Zhou Xiaoxiao ປະທານຄະນະນັກສຶກສາຈີນ ທີ່ສຶກສາຢູ່ ມຊ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ຊຶ່ງບຸນກຸດຈີນ ແມ່ນສັນຍາລັກຂອງການເລີ່ມຕົ້ນໃໝ່ ແລະ ຄວາມຫວັງ. ພາຍໃນງານໄດ້ຈັດກິດຈະກຳທີ່ຫຼາກຫຼາຍເຊັ່ນ: ການຮ້ອງເພງປີໃໝ່ລາວ-ຈີນ, ການຟ້ອນພື້ນເມືອງ ແລະ ທັນສະໄໝ, ການສະແດງແຟຊັນຊົນເຜົ່າ ແລະ ກິດຈະກຳສ້າງສັນອື່ນໆ ທີ່ສະແດງເຖິງພະລັງຂອງໄວໜຸ່ມ. ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາຈີນທຸກຄົນຈົ່ງຕັ້ງໃຈຮຽນ, ເລົ່າເລື່ອງສາຍພົວພັນລາວ-ຈີນທີ່ດີເດັ່ນໃຫ້ກາຍເປັນຜູ້ສືບທອດມິດຕະພາບ ລາວ-ຈີນ ໃຫ້ໝັ້ນຄົງຕະຫຼອດໄປ. ກິດຈະກຳດັ່ງກ່າວຈັດຂຶ້ນເພື່ອຮ່ວມສະເຫຼີມສະຫຼອງບຸນກຸດຈີນ ເພື່ອສືບສານວັດທະນະທໍາຮີດຄອງປະເພນີອັນດີງາມ, ເພີ່ມທະວີການຮ່ວມມື: ເສີມສ້າງການພົວພັນລະຫວ່າງ ມຊ, ສະຖານທູດຈີນປະຈຳລາວ ແລະ ສັງຄົມ. ຮັດແໜ້ນຄວາມສາມັກຄີ: ສ້າງຄວາມກົມກຽວລະຫວ່າງນັກສຶກສາຈີນ, ລາວ ແລະ ຕ່າງຊາດໃຫ້ເປັນປຶກແຜ່ນແໜ້ນໜາ. ງານດັ່ງກ່າວດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ເບີກ ບານມ່ວນຊື່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດີງາມ.
ຂ່າວສານ ມຊ


ຄໍາເຫັນ