ໃນພິທີ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ມີປະໂຫຍດສູງເຂົ້າໃນການພັດທະນາພື້ນຖານໂຄງລ່າງການສຶກສາໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ ແລະ ຍັງມີຄວາມໝາຍ ຄວາມສຳຄັນຕໍ່ການສ້າງປະຖົມປັດໄຈໃນການຍົກສູງຄຸນນະພາບຂອງການສຶກສາ ມຊ ໃຫ້ສາມາດຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືຂອງປະເທດຊາດໃນໄລຍະໃໝ່ ແລະ ສ້າງບາດກ້າວການເຊື່ອມໂຍງສູ່ສາກົນໃຫ້ສູງຂຶ້ນ.
ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງຜູ້ທີ່ໃຫ້ການສະໜັບສະໜູນໃນຄັ້ງນີ້ ຊຶ່ງນອກຈາກເປັນການປະກອບສ່ວນທີ່ສຳຄັນຕໍ່ການພັດທະນາວຽກງານການສຶກສາແລ້ວ ຍັງເປັນການປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ໃຫ້ມີຄວາມໝາຍ ແລະ ມີຂະບວນການທີ່ຟົດຟື້ນ, ທ່ານຍັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານ ທອງສະລິດ ມັງໜໍ່ເມກ ຊຶ່ງຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ຄວາມເອົາໃຈໃສ່ຊີ້ນຳ ມຊ ໃຫ້ໄດ້ມີການພັດທະນາດ້ວຍບາດກ້າວໃໝ່ເຕີບໃຫຍ່ຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ຂ່າວ: ມຊ
ຄໍາເຫັນ