ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງຂັ້ນຕອນການສະໝັກໃຫ້ງ່າຍຂຶ້ນ ແລະ ທັນສະໄໝຂຶ້ນໂດຍປະ ກອບມີ 2 ຂັ້ນຕອນຄື: 1. ສະໝັກລົງ ທະບຽນຜ່ານລະບົບອອນລາຍ (Online): ນ້ອງໆນັກຮຽນສາມາດ ສະໝັກໄດ້ດ້ວຍຕົນເອງຜ່ານທາງເວັບໄຊຂອງມະຫາວິທະຍາໄລ ຫຼື ລະບົບ ທີ່ກຳນົດໄວ້ ໂດຍບໍ່ຈຳເປັນຕ້ອງມາ ລຽນແຖວຍາວໆ ຢູ່ມະຫາວິທະຍາໄລ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ ຈ່າຍ, 2. ນຳເອກະສານ, ຊຳລະຄ່າທຳ ນຽມ ແລະ ຮັບບັດເຂົ້າຫ້ອງສອບເສັງ: ຫຼັງຈາກສະໝັກອອນລາຍແລ້ວ, ຈະຕ້ອງນຳເອກະສານປະກອບການ ສະໝັກມາຢັ້ງຢືນ ແລະ ຊຳລະຄ່າທຳນຽມ ພ້ອມທັງຮັບບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ ມຊ ຕາມ ກຳນົດການ.

ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ໃດ້ໃຫ້ສຳ ພາດຕໍ່ສື່ມວນຊົນວ່າ: ມຊ ໄດ້ກະ ກຽມຄວາມພ້ອມຢ່າງຮອບດ້ານສຳລັບການເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ນີ້. ໂດຍໄດ້ ແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບ ຜິດຊອບການສອບເສັງ ກໍຄືບຸກຄະ ລາກອນໃຫ້ພ້ອມຮັບບໍລິການນັກສອບເສັງຢ່າງເຕັມທີ່; ໄດ້ປັບປຸງລະບົບການລົງທະບຽນ Online ໃຫ້ທັນສະໄໝ, ງ່າຍດາຍຫຼາຍຂຶ້ນ ແລະ ມີປະສິດທິພາບ; ໄດ້ຈັດສະຖານທີ່ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການຊີ້ນຳ ຕ່າງໆ ເພື່ອອຳນວຍຄວາມສະດວກ ໃຫ້ນັກຮຽນ ແລະ ຜູ້ປົກຄອງ; ໃນວັນ 6 ກໍລະກົດນີ້ ເປັນມື້ເລີ່ມຕົ້ນ ເປີດລະບົບອອນລາຍໃຫ້ຜູ້ສະໝັກ ເຂົ້າສະໝັກລົງທະບຽນສອບເສັງຜ່ານທາງອອນລາຍ ແລະ ໃນວັນທີ 13 ກໍລະກົດນີ້ຈະໄດ້ເປີດສູນຮັບລົງທະ ບຽນ ໃຫ້ຜູ້ສະໝັກມາເອົາບັດເຂົ້າຫ້ອງ ສອບເສັງໄດ້ຢູ່ທີ່ສະໂມສອນໃຫຍ່ ມຊ; ໃນວັນທີ 5 ສິງຫານີ້ ຈະໄດ້ປິດລະບົບ ການລົງທະບຽນຜ່ານທາງອອນລາຍ ແລະ ໃນວັນທີ 8 ສິງຫານີ້ ເປັນມື້ຈັດ ຕັ້ງການສອບເສັງ.

ການສອບເສັງຄັ້ງນີ້ໄດ້ແບ່ງອອກ ເປັນ 2 ກຸ່ມຄື: ກຸ່ມ A ແລະ ກຸ່ມ B, ກຸ່ມ A (ກຸ່ມວິທະຍາສາດ ແລະ ເຕັກ ໂນໂລຊີ ຫຼື STEM); ກຸ່ມ B (ກຸ່ມສັງຄົມສາດ ແລະ ມະນຸດສາດ ຫຼື Non-STEM); ກຸ່ມ A ຄະນິດສາດ A + ຟີຊິກສາດ; ພາສາລາວ-ວັນ ນະຄະດີ + ເຄມີສາດ + ຊີວະສາດ + ພາສາອັງກິດ ແລະ ກຸ່ມ B ຄະນິດສາດ B + ພາສາລາວ-ວັນນະຄະດີ; ພູມີສາດ + ປະຫວັດສາດ + ພາສາ ອັງກິດ. ສໍາລັບການເປີດຮັບສະໝັກສອບເສັງ ໃນສົກສຶກສາ 2026-2027 ນີ້, ມຊ ມີຫຼັກສູດທີ່ເປີດໃຫ້ລົງທະບຽນທັງ ໝົດດັ່ງນີ້: ລະດັບປະລິນຍາຕີມີທັງ ໝົດ 125 ຫຼັກສູດ, ໃນນັ້ນປະກອບ ມີຫຼັກສູດນາໆຊາດ 2 ຫຼັກສູດ, ຫຼັກ ສູດທີ່ເປີດໃຫ້ສະໝັກສອບເສັງມີທັງໝົດ 115 ຫຼັກສູດ, ແບ່ງອອກເປັນ: ສາຍ A (ວິທະຍາສາດ ແລະ ເຕັກໂນ ໂລຊີ): 65 ຫຼັກສູດ ແລະ ສາຍ B (ສັງຄົມສາດ ແລະ ມະນຸດສາດ): 50 ຫຼັກສູດ. ສຳລັບລະດັບອະນຸປະລິນຍາ: ຍັງມີຫຼັກສູດອື່ນໆ ທີ່ເປີດຮັບສະໝັກ ຊຶ່ງນ້ອງໆ ສາມາດຕິດຕາມລາຍ ລະອຽດເພີ່ມເຕີມໄດ້ທີ່ປະກາດຂອງ ມະຫາວິທະຍາໄລ. ມຊ ໄດ້ມີການພັດ ທະນາຫຼັກສູດຢ່າງຕໍ່ເນື່ອງ ເພື່ອຕອບ ສະໜອງຕໍ່ຄວາມຕ້ອງການຂອງຕະ ຫຼາດແຮງງານທັງພາຍໃນ ແລະ ສາກົນ ຊຶ່ງປັດຈຸບັນມີເຖິງ 260 ກວ່າຫຼັກສູດ ໃນນັ້ນ ເປັນຫຼັກສູດປະລິນຍາຕີ 125 ຫຼັກສູດ ແຕ່ເປີດໃຫ້ສອບເສັງ 115 ຫຼັກສູດ ຊຶ່ງແຕ່ລະສາຂາວິຊາກໍ ລ້ວນ ແຕ່ມີຄວາມສໍາຄັນ ສາມາດປະກອບ ອາຊີບໄດ້ ທັງຮູບແບບລັດຖະກອນ ແລະ ນໍາພາກເອກະຊົນ. ຖ້າຫາກສົນ ໃຈສາຂາອາຊີບໃດກໍເລືອກຮຽນສາຂາວິຊາກ່ຽວຂ້ອງ ແຕ່ຢາກແນະນໍາວ່າ ບາງເທື່ອເລືອກເສັງໃນສາຂາວິຊາທີ່ສັງຄົມນິຍົມແຂ່ງຂັນກັນເຂົ້າຮຽນ ກໍມີ ຄວາມສ່ຽງເພາະມີການແຂ່ງຂັນສູງ ເພາະປີຜ່ານມາ ບາງວິຊາ ເຊັ່ນ: ພາສາ ຈີນ ສະໝັກເຖິງ 1,000 ກວ່າຄົນ ແຕ່ ມຊ ກໍສາມາດຮັບໄດ້ພຽງແຕ່ 100 ກວ່າຄົນ ສະນັ້ນຜູ້ສະໝັກຕ້ອງໄດ້ ພິຈາລະນາໃຫ້ຖີ່ຖ້ວນ ບໍ່ຄວນແລ່ນຕາມກະແສສັງຄົມເກີນໄປ; ຍິ່ງແຂ່ງ ຂັນຫຼາຍກໍສ່ຽງຫຼາຍເທົ່ານັ້ນ ນັບທັງ ການແຂ່ງຂັນເສັງເຂົ້າ ແລະ ແຂ່ງຂັນ ປະກອບອາຊີບ.

ສໍາລັບວິຊາໃໝ່ທີ່ຫາກໍໄດ້ຮັບອະນຸມັດ ແລະ ຈະເປີດໃນສົກສຶກສານີ້: ຄະນະວິຊາ ວິທະຍາສາດທໍາມະຊາດມີ 2 ຫຼັກສູດ ຄື: ຄະນິດສາດ ແລະ ຄອມພິວເຕີສໍາລັບທຸລະກິດ ແລະ ຄະນິດສາດສໍາລັບການເງິນ ແລະ ການປະກັນໄພລະດັບປະລິນຍາຕີ; ຄະນະວິຊາ ກະເສດສາດ ມີ 2 ຫຼັກສູດ ຄື: ເຕັກໂນໂລຊີການຜະລິດງົວນົມ ແລະ ການຈັດການທີ່ດິນກະສິ ກໍາແບບຍືນຍົງລະດັບປະລິນຍາຕີ ແລະ ຄະນະວິຊາ ອັກສອນສາດ ມີ 1 ຫຼັກສູດ ຄື: ພາສາຈີນສໍາລັບທ່ອງ ທ່ຽວລະດັບປະລິນຍາຕີ ພ້ອມ ດຽວກັນ, ມຊ ກໍໄດ້ໂຈະບາງຫຼັກ ສູດທີ່ບໍ່ມີຜູ້ສະໝັກເຂົ້າຮຽນຈຳນວນ 21 ຫຼັກສູດຄື: ຫຼັກສູດປະລິນຍາຕີ 5 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 11 ຫຼັກສູດ ແລະ ຫຼັກສູດອະນຸປະລິນ ຍາ 5 ຫຼັກສູດ. ສຳລັບແຜນຄວາມ ສາມາດຮັບນັກສຶກສາໃໝ່ເຂົ້າຮຽນໃນທຸກໆຫຼັກສູດປະລິນຍາຕີ ຂອງ ມຊ ໃນສົກສຶກສາ 2026-27 ແມ່ນ 5,570 ຄົນ. ນອກຈາກນັ້ນຍັງມີການສອບ ເສັງເອົານັກສຶກສາເຂົ້າຮຽນຫຼັກສູດ ນາໆຊາດ, ຫຼັກສູດຕໍ່ເນື່ອງ ປ.ຕີ ແລະ ຫຼັກສູດຫຼາຍທາງເລືອກ (ຈັດການ ສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ຊຶ່ງໄດ້ຈັດສອບເສັງຕ່າງຫາກ

ສໍາລັບວັນເວລາຈັດການສອບເສັງແມ່ນ ວັນທີ 8 ສິງຫາ 2026 ນີ້ ແລະ ຈະປະກາດຜົນໃຫ້ໄວຂຶ້ນກວ່າປີຜ່ານ ມາ ແນໃສ່ວັນທີ 24 ສິງຫາ 2026 ແລະ ຈະເປີດຮັບລົງທະບຽນວັນທີ 31 ສິງຫາ 2026 ເປັນຕົ້ນໄປ. ມະຫາວິທະຍາໄລແຫ່ງຊາດເປີດຊ່ອງທາງຫຼາຍດ້ານໃຫ້ຜູ້ທີ່ສົນໃຈໄດ້ສອບ ຖາມຂໍ້ມູນສະເພາະກ່ຽວກັບການລົງ ທະບຽນສອບເສັງ, ຊຶ່ງປະກອບມີ: Facebook: ກໍສາມາດຕິດຕາມ ແລະ ສົ່ງຂໍ້ຄວາມສອບຖາມໄດ້ທີ່ ເຟສບຸກ Fanpage: ຂ່າວສານ ມຊ; ເວັບໄຊ: ສາມາດເຂົ້າເບິ່ງຂໍ້ມູນ ແລະ ດາວໂຫຼດເອກະສານໄດ້ທີ່ www.nuol.edu.la.

ການກະກຽມຈະມາລົງທະບຽນ ສະໝັກສອບເສັງ ແມ່ນໃຫ້ກະກຽມ ດັ່ງນີ້: 1) ກ່ອນອື່ນໝົດແມ່ນໃຫ້ຄົ້ນ ຄິດຕັດສິນໃຈເລືອກສາຂາວິຊາທີ່ຈະ ເຂົ້າສະໝັກສອບເສັງ ເພາະນັ້ນຄືອາ ຊີບໃນອະນາຄົດຂອງຜູ້ຈະສອບເສັງ ນັ້ນເອງ. 2) ກະກຽມເອກະສານໃຫ້ ຄົບຖ້ວນ: ກະລຸນາກຽມໃບຢັ້ງຢືນ ການສຶກສາ ຈົບ ມ7, ຮູບຖ່າຍ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງໃຫ້ ຖືກຕ້ອງຕາມລາຍການທີ່ປະກາດໄວ້ ເພື່ອການຢັ້ງຢືນ. 3) ກະກຽມເງິນຄ່າ ທຳນຽມການສອບເສັງ ແລະ ວິທີການ ຊຳລະຕາມທີ່ກຳນົດໄວ້. 4) ສຶກສາຂໍ້ ມູນການສອບເສັງລ່ວງໜ້າ: ຄວນສຶກສາຮູບແບບຂໍ້ສອບເສັງ, ກົດລະບຽບ ແລະ ເວລາສອບເສັງຈາກປະກາດ ຂອງມະຫາວິທະຍາໄລ. 5) ກະກຽມ ສຸຂະພາບ: ລະມັດລະວັງອາຫານການ ກິນ, ພັກຜ່ອນໃຫ້ພຽງພໍ ແລະ ກຽມ ສະຕິໃຫ້ມີສະມາທິທີ່ດີ ເພື່ອກຽມຕົວ ສອບເສັງຢ່າງເຕັມທີ່ ແລະ 6) ຕິດ ຕາມຂ່າວສານຢ່າງສະໝໍ່າສະເໝີ: ຕິດຕາມການປ່ຽນແປງ ແລະ ຂໍ້ມູນໃໝ່ໆ ຜ່ານທາງຊ່ອງທາງ ທາງການຂອງມະ ຫາວິທະຍາໄລ.

ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວສືກສາ-ກິລາ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ສາຂາບໍລິຫານທຸລະກິດ ຫຼັກສູດນານາຊາດ (IBM) ປີ 2 ຮຸ່ນທີ 5 ຈາກຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສ້າງຜົນງານເປັນປະຫວັດສາດສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ວົງການສຶກສາລາວ ສາມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ໃນການແຂ່ງຂັນນະວັດຕະກຳລະດັບສາກົນ ປີ 2026 (EDUtech ASIA University Grand Final) ທີ່ປະເທດສິງກະໂປ ຊຶ່ງໄດ້ເດີນທາງມາຮອດ ສປປ ລາວ ແລ້ວໃນຕອນຄໍ່າວັນທີ 8 ພະຈິກຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ນາງ ວາດສະໜາ ຈັນທະນາສິນ ຫົວໜ້າຄະນະວິຊາ ຄສບ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາໃຫ້ກຽດຕ້ອນຮັບ.
ເພີ່ມເຕີມ