![]() |
ທ່ານ ຕຸດາວັນ ໝໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ສສກ ໄດ້ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 115/ນຍ, ລົງວັນທີ 18 ມັງກອນ 2024 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ມຊ; ຜ່ານຂໍ້ຕົກລົງສະບັບເລກທີ 3108/ສສກ, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມຊ; ຜ່ານຂໍ້ຕົກລົງສະບັບເລກທີ 3106/ສສກ, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ; ຜ່ານຂໍ້ຕົກລົງສະບັບເລກທີ 3109/ສສກ, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການແຜນການ ແລະ ການເງິນ; ຜ່ານຂໍ້ຕົກລົງສະບັບເລກທີ 3107/ສສກ, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ.
ຈາກນັ້ນ, ທ່ານ ບົວພັນ ບຸນຄຸນ ຮອງຫົວໜ້າພະແນກຄຸ້ມຄອງພະນັກງານ ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ມຊ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງເປົ້າໝາຍທາບທາມຫົວໜ້າຫ້ອງການ ແລະ ຂໍ້ແນະນຳໃນການປ່ອນບັດຄັດເລືອກໃນຮອບເປີດກວ້າງ ແລະ ດໍາເນີນການປ່ອນບັດດ້ວຍຜົນສໍາເລັດຈົບງາມ.
ຂ່າວ: ມຊ; ພາບ: ບຸນຕອມ
ຄໍາເຫັນ