ໃນໄຕມາດທີ 1 ປີ 2026, ນັກທ່ອງທ່ຽວຈີນມີຈຳນວນ 1.4 ລ້ານເທື່ອຄົນ ແລະ ສ ເກົາຫຼີ ມີ 1.3 ລ້ານເທື່ອຄົນ ສືບຕໍ່ແມ່ນ 2 ຕະຫຼາດທີ່ມີຈຳນວນນັກທ່ອງທ່ຽວຫຼາຍທີ່ສຸດ, ກວມເອົາປະມານ 40% ຍອດຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ. ສິ່ງທີ່ໜ້າສົນໃຈ, ນັກທ່ອງທ່ຽວທີ່ມາຈາກບັນດາປະເທດເອີຣົບ ມີລະດັບເພີ່ມຂຶ້ນລວມແມ່ນ 55,6%. ພິເສດ, ຣັດເຊຍ ໄດ້ເພີ່ມຂຶ້ນເຖິງ 163.4%, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ຫວຽດນາມ ຂອງນັກທ່ອງທ່ຽວ ຣັດເຊຍນັບມື້ນັບຫຼາຍ.
ຜົນສັງລວມຂອງຂະແໜງທ່ອງທ່ຽວໃນເດືອນມີນາ 2026 ແລະ ໄຕມາດທີ 1 ປີ 2026 ສະແດງໃຫ້ເຫັນວ່າ:ຂະແໜງທ່ອງທ່ຽວ ຫວຽດນາມ ບໍ່ພຽງແຕ່ເຕີບໂຕກ່ຽວກັບຈຳນວນນັກທ່ອງທ່ຽວເທົ່ານັ້ນ, ຫາກຍັງໄດ້ຮັບການເປີດກວ້າງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບຢ່າງຕໍ່ເນື່ອງອີກດ້ວຍ.
ຄໍາເຫັນ