ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ

ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ

ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ
ໃນວັນທີ 9 ກຸມພານີ້ ທີ່ສະໂມສອນ ສຶກສາ ສາມັກຄີເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໄດ້ຍົກລະດັບຄວາມຮູ້ກ່ຽວກັບການຫັດແອບວິຊາພື້ນຖານປ້ອງກັນຕົວ,ໂດຍການເປັນປະທານຂອງທ່ານ ແຖວຄໍາ ພົມມະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ.
ນກຮຽນມດທະຍມສມບນທວເມອງອທມພອນຮຽນຮວຊາພນຖານປອງກນຕວ - image 1
 

ທ່ານ ພັນຕີ ລິດທະຍາ ວັນນະວົງ ຮອງພະແນກເສນາ ກອງບັນຊາການທະຫານເມືອງ ໄດ້ຜ່ານແຜນອົບຮົມ-ຫັດແອບວ່າ: ການອົບຮົມ-ຫັດແອບວຽກງານປ້ອງກັນຊາດແບ່ງອອກເປັນ 2 ພາກຄື: ພາກທິດສະດີການເມືອງ ປະກອບມີ ກົດໝາຍວ່າດ້ວຍປ້ອງກັນຊາດ,ຍຸດທະສາດຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ,ຄວາມຮູ້ພື້ນຖານກ່ຽວກັບເລົ່າລົບໃນກອງທັບປະຊາຊົນລາວ,ເສດຖະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກການທະຫານ ປະກອບມີ ວິຊາລະບຽບຮູບແຖວບຸກຄົນມີເປົ່າປະຈໍາທີ່ ແລະ ເຄື່ອນທີ່ 20 ຈັ່ງຫວະ,ລະບຽບຮູບແຖວບຸກຄົນ ມີປືນປະຈໍາທີ່ ແລະ ເຄື່ອນທີ່ 8 ຈັ່ງຫວະ,ວິຊາສິນລະປະຍຸດ ປະກອບມີ ຄຸນຄ່າສະມັດຕະພາບ,ການປະກອບສ້າງຂອງປືນ,ວິທີປົກປັກຮັກສາປືນອາກາ ແລະ ປືນເຊກາເຊ,ພື້ນຖານຫຼັກການເລັ່ງປືນອາກາ ແລະ ປືນເຊກາເຊ,ຈັ່ງຫວະຫຼັກການຍິງປືນ,ການຢືນ,ການນັ່ງ,ການນອນຍິງປືນອາກາ ແລະ ປືນເຊກາເຊ,ຫຼັກການຍິງປືນ ບົດຍິງພື້ນຖານປືນອາກາ ແລະ ປືນເຊກາເຊ,ປະຕິບັດຍິງລູກປືນແທ້ ບົດຍິງພື້ນຖານ ປືນອາກາ ແລະ ປືນເຊກາເຊ ແລະ ຍຸດທະວິທີ 7 ຈັ່ງຫວະພື້ນຖານໃນເວລາບຸກຄົນສູ້ຮົບ

ທ່ານ ແຖວຄໍາ ພົມມະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງອຸທຸມພອນ ໄດ້ກ່າວເປີດກອງປະຊຸມພ້ອມທັງມີຄໍາເຫັນວ່າ: ການອົບຮົມຄັ້ງນີ້, ກໍເພື່ອເປັນການສ້າງລະບຽບວິໄນ,ເປັນການຝຶກຄວາມອົດທົນໃຫ້ມີລະບຽບວິໄນຕໍ່ຕົນເອງ ແລະ ສັງຄົມ. ນອກນີ້, ຍັງເປັນການສະແດງເຖິງຄວາມຮັກຊາດ ແລະ ຄວາມເອົາໃຈໃສ່ໃນວຽກງານປ້ອງກັນຕົວອີກດ້ວຍ,ພ້ອມທັງຮຽກຮ້ອງໃຫ້ນັກຮຽນໝົດທຸກຄົນທີ່ເຂົ້າຮ່ວມອົບຮົມ ຈົ່ງຕັ້ງໃຈເກັບກໍາເອົາຄວາມຮູ້ທີ່ຄູອາຈານສິດສອນໃຫ້ ແລະ ຈົ່ງເປັນພົນລະເມືອງທີ່ດີ ມີຂອງປະເທດຊາດ

ການອົບຮົມຈະໃຊ້ເວລາ 5 ວັນເຕັມຈິ່ງຈະສໍາເລັດ, ຊຶ່ງມີນັກຮຽນເຂົ້າຮ່ວມທັງໝົດ 312 ຄົນຍິງ 195 ຄົນ,ທີ່ມາຈາກ 7 ໂຮງຮຽນຄື: ໂຮງຮຽນ ມສ ອຸທຸມພອນ,ມສ ໄຊຍະເພັດ,ມສ ໂພນເດື່ອ,ມສ ບ້ານນາ,ມສ ບ້ານພີນ,ມສ ດົງໝາກແງວ ແລະ ມສ ດົງທ່າ.

(ແຫຼ່ງຂ່າວ: ເມືອງອຸທຸມພອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ພະແນກ ຍທຂ ຄວ້າແຊັມເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ແນວລາວສ້າງຊາດ ນວ

ພະແນກ ຍທຂ ຄວ້າແຊັມເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ແນວລາວສ້າງຊາດ ນວ

ທີມເປຕັງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ຄວ້າແຊັມການແຂ່ງ ຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຮັບຂັນລາງວັນຊະນະເລີດ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ, ສ່ວນຮອງຊະນະເລີດ ທີມອົງການໄອຍະການປະຊາຊົນ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ, ທີ 3 ແມ່ນທີມພະແນກສຶກສາທິການ ແລະ ກິລາ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1.5 ລ້ານກີບ ແລະ ທີ 4 ແມ່ນທີມພະແນກອຸດສາຫະກໍາ ແລະ ການຄ້າ ນວ ໄດ້ຮັບເງິນລາງວັນ 1 ລ້ານກີບ.
ນາງ ພອນລິສາ ສິນລະປະກິດ ໄດ້ຫຼຽນຄຳ ງານໂອແລັມປິກແຂ່ງຂັນ ວິຊາຄະນິດສາດ

ນາງ ພອນລິສາ ສິນລະປະກິດ ໄດ້ຫຼຽນຄຳ ງານໂອແລັມປິກແຂ່ງຂັນ ວິຊາຄະນິດສາດ

ນາງ ພອນລິສາ ສິນລະປະກິດ ຈາກໂຮງຮຽນນານາຊາດອ໋ອດສະກາ ເຂົ້າຮ່ວມງານໂອແລັມປິກແຂ່ງຂັນວິຊາຄະນິດສາດ ແລະ ວິທະຍາສາດສັງຄົມ ຊຶ່ງຈັດຂຶ້ນໃນວັນທີ 28ກຸມພາ ຜ່ານມາ ທີ່ປະເທດຟີລິບປິນ ໃນລະດັບຊັ້ນ ມ.4, ໃນວິຊາຄະນິດສາດຊຶ່ງເປັນຫຼຽນຄໍາໜຶ່ງດຽວທີ່ນັກຮຽນລາວ ຍາດມາໄດ້ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້, ສ່ວນວິຊາ ວິທະຍາສາດສັງຄົມແມ່ນໄດ້ຮັບຫຼຽນທອງ, ສໍາລັບວິຊາຄະນິດສາດ ໂດຍອີງໃສ່ຄະແນນ ແລະ ເງື່ອນໄຂຕ່າງໆທີ່ກ່ຽວຂ້ອງ ຄະນະຜູ້ຈັດການສອບເສັງໂອແລັມປິກໄດ້ມອບຂັນລາງວັນກຽດນິຍົມຂັ້ນສູງພິເສດໃຫ້ນໍາດ້ວຍ.
ບໍ່ແຕນ ເປີດອົບຮົມວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ປະຈໍາປີ 2026

ບໍ່ແຕນ ເປີດອົບຮົມວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ປະຈໍາປີ 2026

ກອງບັນຊາການທະຫານ ເມືອງບໍ່ແຕນ ແຂວງໄຊຍະບູລີ ເປີດຊຸດອົບຮົມ ວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ຂຶ້ນຢູ່ທີ່ໂຮງຮຽນມສ ບໍ່ແຕນມີໄຊ ໃນວັນທີ 10 ມີນານີ້ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພັນ ພັນທະວົງ ຮອງເລຂາພັັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີນ້ອງນັກຮຽນຊັ້ນ ມ7 ຈາກ 3 ໂຮງຮຽນຄື: ໂຮງຮຽນ ມສ ບໍ່ແຕນມີໄຊ, ມສ ບໍ່ແຕນ ແລະ ໂຮງຮຽນ ມສ ນ້ຳພຸ ຊຶ່ງມີນັກຮຽນເຂົ້າຮ່ວມທັງໝົດ 145 ນ້ອງ ຍິງ 46 ນ້ອງ ເຂົ້າຮ່ວມ.
ສ້າງຄວາມເຂົ້າໃຈ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ນັກຮຽນ ມສ ສາທິດ

ສ້າງຄວາມເຂົ້າໃຈ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ນັກຮຽນ ມສ ສາທິດ

ເພື່ອເຮັດໃຫ້ຄູ-ອາຈານ ແລະ ນັກຮຽນໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ ຄວາມໝາຍ ຄວາມສໍາຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການນໍາໃຊ້ລົດເມດ່ວນ BRT ຮັບຮູ້ເຖິງແນວທາງນະໂຍບາຍຂອງພັກ-ລັດໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ທ່ວງທັນກັບສະພາບການໃນຍຸກປັດຈຸບັນ ແນໃສ່ແກ້ໄຂບັນຫາການສັນຈອນແອອັດ ໂດຍການຫັນມາໃຊ້ລົດເມດ່ວນ BRT ໃນການເດີນທາງ.
ໂຮງຮຽນ ມສ ແຂວງເຊກອງຍົກລະດັບການນຳໃຊ້ເຄື່ອງມືສະມາສ໌ບອດ ແລະອຸປະກອນເອໄອ.

ໂຮງຮຽນ ມສ ແຂວງເຊກອງຍົກລະດັບການນຳໃຊ້ເຄື່ອງມືສະມາສ໌ບອດ ແລະອຸປະກອນເອໄອ.

ໃນວັນທີ 11 ມິນານີ້ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງເຊກອງ ໄດ້ຈັດອົບຮົມປະຖົມນິເທດການນຳໃຊ້ສະມາສ໌ບອດ ແລະ ການນຳໃຊ້ອຸປະກອນເອໄອ (AI) ເຂົ້າໃນການຮຽນ-ການສອນ ໃຫ້ຄູ-ອາຈານ ຢູ່ທີ່ສູນໄອຊິທີ (ICT) ພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ.
ແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນວ

ແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນວ

ການແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແນວລາວສ້າງຊາດ ນວ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 71 ປີຈັດຂຶ້ນໃນວັນທີ 11 ມີນານີ້ ທີ່ສະໜາມກິລາເປຕັງແຫ່ງຊາດ (ເຂດດົງໂດກ) ໂດຍມີທ່ານ ພົງສະຫວັນ ສີລິພັນ ປະທານແນວລາວສ້າງຊາດ ນວ, ມີບັນດາຮອງປະທານ, ອົງການຈັດຕັ້ງມະຫາຊົນ ນວ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ແນວລາວສ້າງຊາດເມືອງ 9 ເມືອງ ແລະ ພາກທຸລະກິດເຂົ້າຮ່ວມ.
ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026

ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026

ສຳນັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ກົມວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 (Book Festival VI 2026) ພາຍໃຕ້ຄຳຂວັນ: “ໜັງສືເຊື່ອມໂຍງວັດທະນະທຳ Books Connecting Culture” ຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 10-15 ມີນາ ນີ້ ທີ່ສະໂມສອນໃຫຍ່ ມຊ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ມີທູຕານຸທູດ, ຜູ້ໃຫ້ການສະໜັບສະໜູນ, ຄູ-ອາຈານ, ນັກປະພັນ, ນັກຮຽນ, ນັກສຶກສາ, ຮ້ານຂາຍປຶ້ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ  ໃນການເປັນນັກວິທະຍາສາດ

ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ ໃນການເປັນນັກວິທະຍາສາດ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາໂຄສະນາປູກຈິດສໍານຶກໃຫ້ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາ ກ່ຽວກັບການເປັນນັກ ວິທະຍາສາດ ຈັດຂຶ້ນໃນວັນທີ 4 ມີນາຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນຕານມີໄຊ ນະຄອນຫຼວງວຽງຈັນ (ນວ) ໂດຍມີສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກຳມະການສູນກາງຊາວໜຸ່ມ ຮອງເລຂາ ຄຊປປລ ກະຊວງ ສສກ, ສະຫາຍ ນາງ ແກ້ວລັດ ມະນີແສງ ຜູ້ອຳນວຍການໂຮງຮຽນ ມສ ຕານມີໄຊ ພ້ອມຄະນະບໍລິຫານງານຊາວໜຸ່ມ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຄະນະຮັບຜິດຊອບຈັດກິດຈະກໍາ ສສກ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມແຂ່ງຂັນເຂົ້າຮ່ວມ.
ສະຫະພັນແມ່ຍິງກອງພົນທີ​ 2​ ສ້າງ​ຂະບວນການ​ກິລາ ຕ້ອນຮັບວັນແມ່ຍິງສາກົນ ​ຄົບຮອບ​ 116 ປີ

ສະຫະພັນແມ່ຍິງກອງພົນທີ​ 2​ ສ້າງ​ຂະບວນການ​ກິລາ ຕ້ອນຮັບວັນແມ່ຍິງສາກົນ ​ຄົບຮອບ​ 116 ປີ

ສະຫະພັນແມ່ຍິງກອງພົນທີ​ 2​ ​ສ້າງຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ 8 ມີນາ ຄົບຮອບ​ 116 ປີ ໃນວັນທີ​ 5 ມີນາຜ່ານມາ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ຄະນະພັກ, ຄະນະບັນຊາກົມ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ແຕ່ງຕັ້ງຄະນະອຳນວຍການ-ຄະນະຫ້ອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ແຕ່ງຕັ້ງຄະນະອຳນວຍການ-ຄະນະຫ້ອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປະກາດການຈັດຕັ້ງຂັ້ນຄະນະອຳນວຍການໂຮງຮຽນ ແລະ ຄະນະຫ້ອງຂຶ້ນ‎ໃນວັນທີ 4 ມີນາຜ່ານມາ ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ