![]() |
ທ່ານ ແຖວຄຳ ສຸໂຂ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນ, ສາມັນສຶກສາ ແລະ ວິທະຍາສາດ ໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນ ປ.5 ທົ່ວນະຄອນ ໄກສອນ ພົມວິຫານ ໃນສົກຮຽນ 2025-2026 ນີ້, ມີນັກສອບເສັງທັງໝົດ 1,967 ກວ່າຄົນ, ແບ່ງອອກເປັນ 15 ສູນສອບເສັງ (108 ຫ້ອງເສັງ), ໃນນີ້ມີສູນໃນເທສະບານ 9 ສູນ ແລະ ເຂດນອກເທສະບານ 6 ສູນ. ສະເພາະຢູ່ສູນສອບເສັງໂຮງຮຽນປະຖົມສາທິດມີນັກສອບເສັງ 226 ຄົນ ຍິງ 106 ຄົນ (ໃນນັ້ນມີສາຍພາສາຝຣັ່ງ 154 ຄົນ ຍິງ 88 ຄົນ) ມີ 4 ວິຊາສອບເສັງ ຄື: ພາສາລາວ (ຂຽນທວາຍ), ຄະນິດສາດ ແລະ ໂລກອ້ອມຕົວ.
![]() |
ໂອກາດນີ້, ຄະນະຮັບຜິດຊອບການສອບເສັງໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະກຳມະການຍາມຫ້ອງສອບເສັງທຸກທ່ານ ເພີ່ມທະວີຄວາມຮັບຜິດຊອບ ເຮັດໜ້າທີ່ດ້ວຍຄວາມບໍລິສຸດຍຸຕິທຳ ແລະ ຮັກສາລະບຽບການສອບເສັງຢ່າງເຄັ່ງຄັດ, ພ້ອມທັງເນັ້ນໃຫ້ນັກຮຽນທຸກຄົນເອົາໃຈໃສ່ໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການ ສອບເສັງໃຫ້ໄດ້ຮັບຜົນດີ ເນັ້ນໃສ່ຄຸນນະພາບຕົວຈິງ.
![]() |
ພາຍຫຼັງພິທີເປີດຫົວບົດສອບເສັງຢ່າງເປັນທາງການແລ້ວ, ຄະນະຮັບຜິດຊອບ ພ້ອມດ້ວຍຄະນະນຳນະຄອນ, ຄູ-ອາຈານ ແລະ ແຂກຖືກເຊີນໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອສ້າງຂະບວນການ, ສ້າງສະພາບແວດລ້ອມແຫ່ງຄວາມຂຽວງາມ ແລະ ເປັນທີ່ລະນຶກຮ່ວມກັນຕື່ມອີກ. ຂ່າວ: ສະຫວັນນະເຂດ



ຄໍາເຫັນ