ກອງປະຊຸມປຶກສາຫາວຽກງານໃນການພັດທະນາແຫຼ່ງທ່ອງທ່ຽວພຣະທາດອີງຮັງ ແລະໜອງລົ່ມ ລວມເຖິງການຄຸ້ມຄອງຮັກສາສັດລ້ຽງຂອງປະຊາຊົນບ້ານທາດອີງຮັງ ນະຄອນໄກສອນພົມວິຫານ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ ຜ່ານມາທີ່ຫ້ອງການປົກຄອງບ້ານທາດອີງຮັງ. ໂດຍມີທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນພົມວິຫານ ແຂວງ ສະຫວັນນະເຂດຮັກສາການຫົວໜ້າຫ້ອງວ່າການປົກຄອງນະຄອນ, ມີຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມປຶກສາຫາລື.
ໂອກາດນີ້, ທ່ານ ສົມໝາຍ ສົງວິໄລ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ກໍເພື່ອເປັນການລະດົມແນວຄວາມຄິດ ນັກວິຊາການເຂົ້າໃນການວາງແຜນປົກປັກຮັກສາ ແລະພັດທະນາທີ່ດິນແຫຼ່ງທ່ອງທ່ຽວວັດພະທາດອີງຮັງ ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ, ການສ້າງລາຍຮັບ ແລະກະຈາຍລາຍໄດ້ໃຫ້ປະຊາຊົນໃນເຂດການທ່ອງທ່ຽວ. ກອງປະຊຸມຄັ້ງນີ້ ຍັງເປັນການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການພັດທະນາພາຍໃນວັດພຣະທາດອີງຮັງ ໃຫ້ສາມາດມີຫຼາຍກິດຈະກໍາທີ່ເກີດຂຶ້ນ ເພື່ອເປັນວົງຈອນການທ່ອງທ່ຽວ ແລະໃຫ້ມີຫຼາກຫຼາຍສີສັນເປັນຕົ້ນ: ແມ່ນຮ້ານອາຫານ, ຮ້ານຂາຍສິ່ງລະລຶກ ທີ່ຕິດພັນກັບວິຖີຊີວິດຂອງປະຊາຊົນ.
ພ້ອມນີ້, ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ໂດຍໄດ້ເຫັນດີເປັນເອກະພາບຍົກຍ້າຍຮ້ານຂາຍເຂົ້າປຸ້ນອອກຈາກແຄມທາງ ເນື່ອງຈາກຈະໄດ້ຂະຫຍາຍເສັ້ນທາງໃຫ້ກວ້າງອອກກວ່າເກົ່າ, ຈັດສັນຮ້ານຄ້າ-ຮ້ານຂາຍເຄື່ອງໃຫ້ມີຄວາມເປັນລະບຽບຈົບງາມ ແລະມອບໃຫ້ບ້ານສົມທົບກັບຜູ້ຊີ້ນຳກຸ່ມ, ຫ້ອງການກະສິກຳ ແລະ ປ່າໄມ້ນະຄອນ ເພື່ອສ້າງລະບຽບໃນການຄຸ້ມຄອງສັດລ້ຽງຢູ່ໃນຂອບເຂດເດີ່ນພຣະທາດອີງຮັງ ໃຫ້ປອດສັດລ້ຽງ ແລະໃຫ້ບ້ານຂຶ້ນທະບຽນເກັບກຳສະຖິຕິສັດລ້ຽງຂອງປະຊາຊົນໃຫ້ລະອຽດ ເພື່ອເປັນການຄຸ້ມຄອງ.
ຂ່າວ-ພາບ:ສະຫວັນະເຂດ
ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ
ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ຄໍາເຫັນ