ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ
ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.

 

 

ພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາ 2024-2025 ຈັດຂຶ້ນໃນວັນທີ 10 ເມສາຜ່ານມາ ທີ່ ນວ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍແຂກຖຶກເຊີນ ຄູ-ນັກຮຽນເຂົ້າຮ່ວມ.

ທ່ານນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ກະຊວງ ສສກ ກ່າວວ່າ: ການສອບ ເສັງນັກຮຽນເກັ່ງໃນສົກຮຽນ 2024-2025 ຈັດຂຶ້ນລະຫວ່າງວັນທີ 7-10 ເມສາ 2024 ຊຶ່ງໄດ້ຄັດເລືອກເອົານັກຮຽນມັດທະຍົມສຶກສາຜູ້ທີ່ສອບເສັງໄດ້ອັນດັບທີ 1-2 ລະດັບແຂວງຈໍານວນ 288 ຄົນ ຍິງ 162 ຄົນ ໃນນັ້ນຊັ້ນ ມ4 ຈໍານວນ 144 ຄົນ ຍິງ 92 ຄົນ ແລະ ຊັ້ນມ7 ຈໍານວນ 144 ຄົນ ຍິງ 52 ຄົນ ໃນນັ້ນສາມະເນນ 5 ອົງ ພະສົງ 1 ອົງ ກວມເອົາ 22 ເຜົ່າ 4 ກຸ່ມພາສາ ສອບເສັງໃນ 4 ວິຊາຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ.

ຜົນການແຂ່ງຂັນຊັ້ນ ມ4 ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ສຸວັນຄໍາ ພິມມະສອນ ຈາກໂຮງຮຽນ ມສ ຊະນະພົນ ນວ, ທີ 2 ນາງ ສຸລິຍາ ປານມະນີ ຈາກ ມສ ພອນສະຫວັນ ແຂວງຊຽງຂວາງ, ທີ 3 ນາງ ທິບເກສອນ ໄຊຍະປັນຍາ ຈາກ ມສ ສາທິດ ແຂວງສະຫວັນນະເຂດ, ວິຊາຄະນິດສາດ ທີ 1 ທ້າວ ເອກກະສັນ ໝື່ນດວງ ຈາກ ມສ ພອນສະຫວັນແຫ່ງຊາດ ນວ, ທີ 2 ນາງ ສີປະໄພ ໂອໄຊ ຈາກ ມຕ ປາກຊັນໃໝ່ ແຂວງບໍລິຄໍາໄຊ, ທີ 3 ທ້າວໄຊປະເສີດ ນຸກສາ ຈາກ ມສ ປາດຖະໜາ ນວ, ວິຊາຟີຊິກສາດ ທີ 1 ນາງ ລິນດາ ພົງສະຫວັນ ຈາກ ມສ ພອນສະຫວັນແຫ່ງຊາດ ນວ, ທີ 2 ນາງ ມິນີ້ ພັນທະກອນ ມສ ລຽງເປີຍ ແຂວງອຸດົມໄຊ, ທີ 3 ທ້າວ ເພັດສະໝອນ ພຸດທະວົງ ມສ ລາວ-ຫວຽດນາມ ແຂວງສະຫວັນນະເຂດ, ວິຊາເຄມີສາດ ທີ 1 ນາງ ອອນນະພາ ຄໍາມະນີຈັນ ມສ ພອນສະຫວັນ ແຂວງຊຽງຂວາງ, ທີ 2 ນາງ ສຸລິຕາ ພົມມະຫາໄຊ ມສ ສິນໄຊ ນວ, ທີ 3 ນາງ ນຸດຈິລາ ບຸນຍາວົງ ມສ ໂພນສະຫວັນ ແຂວງສະຫວັນນະເຂດ.

ສ່ວນຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ທີ 1 ທ້າວ ດ່ອນລ້າ ພົມມະວົງສາ ມສ ຫ້ອມສະຫວັນ ນວ, ທີ 2 ນາງ ສຸກສົມວາດ ຣາຊະວົງ ຮຮ ພອນສະຫວັນ ແຂວງບໍລິຄໍາໄຊ, ທີ 3 ນາງ ປາທອງ ຊາຍທອງ ມສ ສີທ່ານາໄຊ ແຂວງບໍລິຄໍາໄຊ, ວິຊາຄະນິດສາດ ທີ 1 ນາງ ສຸກພັນສາ ພົມມະລັງສີ ມສ ວຽງຈັນ ນວ, ທີ 2 ທ້າວ ບົ່ງວື່ ຈູມ້າ ມສ ພອນສະຫວັນແຫ່ງຊາດ ນວ, ທີ 3 ນາງ ປາວີນາ ສີປະເສິີດ ມສ ຫົວສຽວ ແຂວງຈໍາປາສັກ, ວິຊາຟີຊິກສາດ ທີ 1 ນາງ ນິວັນນາວາ ພົມມະວົງ ມສ ປາດຖະໜາ ນວ, ທີ 2 ນາງ ອາລິສາ ວົງພູທອນ ມສ ຫົວສຽວ ແຂວງຈໍາປາສັກ, ທີ 3 ທ້າວ ດ່າ ຊົວລືຢ່າງ ຮຮ ພອນສະຫວັນ ແຂວງບໍລິຄໍາໄຊ, ວິຊາເຄມີສາດ ທີ 1 ທ້າວ ພິລະພົນ ພົນເສນາ ມສ ປາດຖະໜາ ນວ, ທີ 2 ທ້າວ ເຢິວື ມສ ວັງເຮືອ ແຂວງວຽງຈັນ, ທີ 3 ທ້າວ ໄຈຊົ່ງ ຈາກ ມສ ພອນສະຫວັນແຫ່ງຊາດ ນວ.

ສໍາລັບລາງວັນເປັນບຸກຄົນລາຍວິຊາ ທີ 1 ໄດ້ຮັບຫຼຽນຄໍາ ໃບຍ້ອງຍໍ ພ້ອມເງິນລາງວັນ 23 ລ້ານກີບ, ທີ 2 ຫຼຽນເງິນ ໃບຍ້ອງຍໍ ພ້ອມເງິນ 18,900,000 ກີບ, ທີ 3 ຫຼຽນທອງ ໃບຍ້ອງຍໍ ພ້ອມເງິນ 15,600,000ກີບ ສ່ວນຜົນການແຂ່ງຂັນຖາມ-ຕອບວິທະຍາສາດ ທີ 1 ທີມຈາກ ນວ ໄດ້ຮັບຂັນຊະນະເລີດ ພ້ອມເງິນ 11,100,000 ກີບ ທີ 2 ທີມຈາກແຂວງອຸດົມໄຊ ໄດ້ຮັບເງິນ 7,800,000 ກີບ ແລະ ທີ 3 ທີມຈາກແຂວງຈໍາປາສັກໄດ້ຮັບເງິນຈໍານວນ 4,600,000 ກີບ. ໃນພິທີໄດ້ມອບ-ຮັບການສະໜັບສະໜູນທັງພາກລັດ ແລະ ເອກະຊົນຈໍານວນ 32 ພາກສ່ວນ ລວມມູນຄ່າ 1,4 ຕື້ກີບ ເພື່ອເປັນການສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນກະຊວງ ສສກ ໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໄດ້ປະກອບສ່ວນໃຫ້ການສະໜັບສະໜູນ ແລະ ມອບໃບຢັ້ງຢືນໃຫ້ຄູນໍາພາ, ນັກຮຽນທີ່ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດໃນຄັ້ງນີ້. ຂ່າວ: ບຸນມີ

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ