ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ມະຫາວິທະຍາໄລຮິບຣູ ແຫ່ງເຢຣູຊາເລັມ ລາຍງານວ່າ: ນັກວິທະຍາສາດຂອງອິສຣາແອນ ໄດ້ຄົ້ນພົບກົນໄກຂອງສະໝອງທີ່ຊ່ວຍຄວບຄຸມອາການເຈັບປວດໄລຍະສັ້ນແຕ່ບໍ່ສາມາດຄວບຄຸມອາການເຈັບປວດຊໍາເຮື້ອໄດ້ ຊຶ່ງສາມາດນຳໄປສູ່ການປິ່ນປົວທີ່ມີປະສິດທິພາບຫຼາຍຂຶ້ນ.

 

ວາລະສານ Science Advances ໄດ້ຕີພິມຜົນການສຶກສາທີ່ລະບຸວ່າ: ນັກຄົ້ນຄວ້າເລີ່ມເຂົ້າໃຈກໍລະນີອາການເຈັບປວດບາງປະເພດຫາຍໄປ, ແຕ່ອາການເຈັບປວດບາງປະເພດຍັງຄົງຢູ່ ແລະ ກາຍເປັນອາການເຈັບປວດໃນໄລຍະຍາວ, ຫຼັງຈາກທີ່ເນັ້ນໃສ່ການສຶກສາກ້ານສະໝອງ (medullary dorsal horn) ຊຶ່ງປະກອບດ້ວຍຈຸລັງເສັ້ນປະສາດທີ່ສົ່ງສັນຍານອາການເຈັບປວດຈາກຮ່າງກາຍໄປເຖິງສະໝອງ.

ຈຸລັງເສັ້ນປະສາດດັ່ງກ່າວ ຊ່ວຍຫຼຸດຜ່ອນອາການເຈັບປວດອັກເສບໃນໄລຍະສັ້ນ ຫຼື ກະທັນຫັນ ຊຶ່ງເຮັດໜ້າທີ່ເປັນລະບົບເບກຕາມທໍາມະຊາດທີ່ປ້ອງກັນສະໝອງຈາກການຮັບສັນຍານອາການເຈັບປວດຫຼາຍເກີນໄປ. ໂດຍຈຸລັງເສັ້ນປະສາດເຫຼົ່ານີ້ຈະກັບຄືນສູ່ສະພາບປົກກະຕິຫຼັງຈາກອາການເຈັບປວດຫຼຸດລົງ.

ຢ່າງໃດກໍຕາມ, ນັກຄົ້ນຄວ້າພົບວ່າລະບົບເບກຕາມທໍາມະຊາດນີ້ພັງລົງໃນກໍລະນີອາການເຈັບປວດຊໍາເຮື້ອ, ໂດຍຈຸລັງເສັ້ນປະສາດຈະຖືກກະຕຸ້ນຫຼາຍຂຶ້ນ ແລະ ສົ່ງສັນຍານອາການເຈັບປວດຫຼາຍຂຶ້ນແທນທີ່ຈະສະຫງົບລົງ ຊຶ່ງອາດເປັນຄຳອະທິບາຍວ່າເປັນຫຍັງອາການເຈັບປວດຊໍາເຮື້ອຍັງຄົງຢູ່.

ນັກຄົ້ນຄວ້າໄດ້ນໍາໃຊ້ເຕັກນິກໃນຫ້ອງທົດລອງ ແລະ ການສ້າງແບບຈໍາລອງຄອມພິວເຕີເພື່ອຈຳແນກປັດໄຈຕົ້ນຕໍທີ່ຢູ່ເບື້ອງຫຼັງການປ່ຽນແປງເຫຼົ່ານີ້ ນັ້ນຄືປະລິມານຂອງໂພແທສຊຽມໃນຈຸລັງເສັ້ນປະສາດທີ່ເອີ້ນວ່າ: ກະແສໂພແທສຊຽມຊະນິດ A (IA) ຊຶ່ງຈະເພີ່ມຂຶ້ນໃນກໍລະນີມີອາການເຈັບປວດກະທັນຫັນເພື່ອຊ່ວຍໃຫ້ຈຸລັງເສັ້ນປະສາດສະຫງົບ, ແຕ່ຈະບໍ່ເພີ່ມຂຶ້ນໃນກໍລະນີອາການເຈັບປວດຊໍາເຮື້ອທີ່ເຮັດໃຫ້ຈຸລັງເສັ້ນປະສາດຖືກກະຕຸ້ນຫຼາຍເກີນໄປ.

ການຄົ້ນພົບຄັ້ງນີ້, ສາມາດນໍາໄປສູ່ການປິ່ນປົວໃນຮູບແບບໃໝ່ທີ່ຟື້ນຟູ ຫຼື ຮຽນແບບລະບົບເບກຕາມທໍາມະຊາດນີ້ ຊຶ່ງອາດຊ່ວຍປ້ອງກັນອາການເຈັບປວດພັດທະນາເປັນອາການຊໍາເຮື້ອ ແລະ ໃຫ້ຂໍ້ມູນໃໝ່ກ່ຽວກັບວິທີການຄວບຄຸມອານການເຈັບປວດ ແລະ ກໍານົດວິທີການຊ່ວຍເຫຼືອຜູ້ທີ່ມີອາການເຈັບປວດຊຳເຮື້ອຖືກຈຸດ ແລະ ຍືນຍົງຍິ່ງຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 8 ກໍ​ລະ​ກົດ ຜ່ານມານີ້, ໄ​ພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້​ຍັງ​ມີ​ຜູ້​ຫາຍ​ສາບ​ສູນ 172 ຄົນ​.
ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ກໍລະກົດ ຜ່ານມາວ່າ: ບໍລິສັດ​ນ້ຳມັນ​ແຫ່ງ​ລັດ ​ແລະ ບໍລິສັດ​ກະສິກຳ ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພື່ອເພີ່ມ​ການຊື້​ພະລັງງານ ​ແລະ ຜະລິດ​ຕະພັນ​ກະສິກຳ ​ຂອງ​ ສະຫະລັດ ອາ​ເມ​ລິ​ກາ ​ເພື່ອ​ຫຼີກ​ເວັ້ນຜົນກະທົບຈາກການປະກາດ​ເກັບ​ພາສີນຳເຂົ້າ 32% ຂອງ​ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ.
ສິງກະໂປ ຈະຈ້າງຄູສອນໃໝ່ 1,000 ຄົນຕໍ່ປີ

ສິງກະໂປ ຈະຈ້າງຄູສອນໃໝ່ 1,000 ຄົນຕໍ່ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກໍລະກົດ ຜ່ານມາວ່າ: ທ່ານ ເດສມອນ ລີ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ສິງກະໂປ ກ່າວວ່າ: ສິງກະ​ໂປ​ຈະ​ຮັບສະໝັກ​ຄູ​ສອນ​ໃໝ່ 1,000 ຄົນຕໍ່ປີໃນຊຸມຕໍ່ໄປ ຊຶ່ງ​ເພີ່ມ​ຂຶ້ນ​ຈາກໄລຍະຜ່ານມາທີ່ໄດ້​ຮັບສະໝັກ ປະມານ 700 ຄົນ​ຕໍ່​ປີ​.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕໍ່

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕໍ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ທ່ານ ອັນວາ ອິບຣາຮີມ ກ່າວຄຳເຫັນໃນພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 9 ກໍລະກົດ ຜ່ານມາ ຢູ່ມາເລເຊຍ ວ່າ: ບັນດາລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດໃນພາກພື້ນ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນຈຶ່ງອາດສາມາດນຳຈິດໃຈສາມັກຄີກາຍເປັນໝາກຜົນຢ່າງລະອຽດ ແລະ ແທດຈິງໃຫ້ແກ່ພາກພື້ນ.
ສະຖາ​ບັນ​ວິທະຍາສາດ​ຈີນ ​ນໍາສະເໜີຜົນການຄົ້ນຄວ້າຕົວຢ່າງຢູ່ພື້ນຜິວດວງຈັນ

ສະຖາ​ບັນ​ວິທະຍາສາດ​ຈີນ ​ນໍາສະເໜີຜົນການຄົ້ນຄວ້າຕົວຢ່າງຢູ່ພື້ນຜິວດວງຈັນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 9 ກໍລະກົດນີ້, ສະຖາ​ບັນ​ວິທະຍາສາດ​ຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອ​ນໍາສະເໜີຄວາມຄືບໜ້າຫຼ້າສຸດໃນການຄົ້ນຄວ້າຕົວຢ່າງຢູ່ພື້ນຜິວດວງຈັນທີ່ເກັບໂດຍຍານສໍາຫຼວດດວງຈັນ “ສາງເອີ 6” ຂອງຈີນ, ພ້ອມທັງໄດ້ສະຫຼຸບຜົນການຄົ້ນຄວ້າຕ່າງໆໃນ 1 ປີຜ່ານມາຢ່າງເປັນລະບົບພາຍຫຼັງໄດ້ຮັບຕົວຢ່າງດັ່ງກ່າວ.
ຫວຽດນາມ ຈັດກອງ​ປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

ຫວຽດນາມ ຈັດກອງ​ປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກອງປະຊຸມຄັ້ງທີ 1 ຂອງສະພາເລືອກຕັ້ງແຫ່ງຊາດ ໄດ້ດຳເນີນໃນຕອນເຊົ້າວັນທີ 9 ກໍລະກົດ ຜ່ານມາ ທີ່ຫໍສະພາແຫ່ງຊາດຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ. ໂດຍການເປັນປະທານຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ປະທານສະພາເລືອກຕັ້ງແຫ່ງຊາດ.
ທ່ານ ໂດໂນ ທຣໍາ ປະກາດອັດຕາພາສີ 25-40% ສຳລັບ 14 ປະເທດ

ທ່ານ ໂດໂນ ທຣໍາ ປະກາດອັດຕາພາສີ 25-40% ສຳລັບ 14 ປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງຂ່າວໃນສື່ສັງຄົມອອນລາຍວ່າ: ຈະເກັບພາສີ 25% ຕໍ່ການນຳເຂົ້າສິນຄ້າຈາກຍີ່ປຸ່ນ ແລະ ສ ເກົາຫຼີ ຕາມລຳດັບ ເລີ່ມແຕ່ວັນທີ 1 ສິງຫາ ເປັນຕົ້ນໄປ. ໂດຍທ່ານ ໂດໂນ ທຣໍາ ໄດ້ລະບຸໃນຈົດໝາຍທີ່ຂຽນເຖິງຜູ້ນໍາຂອງສອງປະເທດວ່າມາດຕະການພາສີໃໝ່ຈະແຍກອອກຈາກພາສີຂະແໜງການອື່ນໆ.
ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ຈະພິຈາລະນາໂຄງການຂໍເປັນມໍລະດົກໂລກ 30 ໂຄງການ

ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ຈະພິຈາລະນາໂຄງການຂໍເປັນມໍລະດົກໂລກ 30 ໂຄງການ

ຂ່າວສານຊີອາໄອ ລາຍງານວ່າ: ໃນວັນ​ທີ 7 ກໍ​ລະ​ກົດ ຜ່ານມາ, ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ໄດ້ເປີດຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການອຸຍ​ແນັ​ສ​ໂກ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ຫຼວງ​ປາ​ຣີ​ ປະ​ເທດ​ຝ​ຣັ່ງ. ກອງ​ປະ​ຊຸມ​​ຄັ້ງ​ນີ້​ຈະ​ພິ​ຈາ​ລະ​ນາ​ໂຄງ​ການ​​ຂໍ​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ 30 ໂຄງ​ການ ແລະ ຍັດ​ຕິ ສອງ​ສະ​ບັບ​ກ່ຽວ​ກັບ​ການ​ປັບ​ປຸງ​​ພື້ນ​ທີ່​ມໍ​ລະ​ດົກ​ໂລກ 2 ​ແຫ່ງ​ທີ່​ຖືກ​ຈັດ​ເຂົ້າ​ໃນ​​ບັນ​ຊີລາຍ​ຊື່​ມໍ​ລະ​ດົກ​ໂລກ​ແລ້ວ.
ນັກວິທະຍາສາດ ສະຫະລັດ ອາເມຣິກາ ໃຊ້ຂໍ້ມູນດາວທຽມປະເມີນການຟື້ນຟູປ່າ

ນັກວິທະຍາສາດ ສະຫະລັດ ອາເມຣິກາ ໃຊ້ຂໍ້ມູນດາວທຽມປະເມີນການຟື້ນຟູປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ນັກວິທະຍາສາດຂອງສູນຄົ້ນຄວ້າບັນຍາກາດແຫ່ງຊາດ ຊຶ່ງສັງກັດມູນນິທິວິທະຍາສາດແຫ່ງຊາດ ຂອງ ສະຫະລັດ ອາເມຣິກາ ໄດ້ພັດທະນາວິທີການນໍາໃຊ້ຂໍ້ມູນຈາກດາວທຽມເພື່ອປະເມີນການຟື້ນຟູຂອງປ່າໄມ້ຫຼັງເກີດໄຟໄໝ້ ຊຶ່ງອາດຈະປ່ຽນແປງວິທີການຈັດການພື້ນທີ່ ແລະ ຄວບຄຸມໄຟ ໄໝ້ປ່າໃນອະນາຄົດ.
ເພີ່ມເຕີມ