ນັກຄົ້ນຄວ້າອິສຣາແອນ ພົບຂໍ້ບົກພ່ອງດ້ານຄວາມປອດໄພ ໃນ AI chatbot

ນັກຄົ້ນຄວ້າອິສຣາແອນ ພົບຂໍ້ບົກພ່ອງດ້ານຄວາມປອດໄພ ໃນ AI chatbot

ນັກຄົ້ນຄວ້າອິສຣາແອນ ພົບຂໍ້ບົກພ່ອງດ້ານຄວາມປອດໄພ ໃນ AI chatbot
ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກໍລະກົດ ຜ່ານມາວ່າ: ມະຫາວິທະຍາໄລ Ben-Gurion ຂອງອິສຣາແອນ ເປີດເຜີຍວ່າ: ນັກຄົ້ນຄວ້າອິສຣາແອນ ໄດ້ຄົ້ນພົບຂໍ້ບົກພ່ອງດ້ານຄວາມປອດໄພໃນ AI chatbots ທີ່ໄດ້ຮັບຄວາມນິຍົມ ເຊັ່ນ: ChatGPT, Claude ແລະ Google Gemini ໂດຍພົບວ່າ: ລະບົບເຫຼົ່ານີ້ສາມາດຖືກດັດແປງເພື່ອສະໜອງຂໍ້ມູນທີ່ບໍ່ມີຈັນຍາບັນ ແລະ ຜິດກົດໝາຍ, ເຖິງແມ່ນວ່າມີມາດຕະການປ້ອງກັນຄວາມປອດໄພພາຍໃນກໍຕາມ.

 

ການສຶກສາດັ່ງກ່າວອະທິບາຍວ່າ: ຜູ້ໂຈມຕີສາມາດນໍາໃຊ້ຄຳສັ່ງ (prompt) ທີ່ສັບຊ້ອນ ແລະ ລະມັດລະວັງເພື່ອຂ້າມກົນໄກຄວາມປອດໄພຂອງ chatbot. ເມື່ອປິດໃຊ້ງານການປ້ອງກັນແລ້ວ, chatbots ຍັງສືບຕໍ່ສະໜອງເນື້ອຫາທີ່ເປັນອັນຕະລາຍເຊັ່ນ: ຄໍາແນະນໍາໃນການແຮັກ, ການຜະລິດຢາທີ່ຜິດກົດໝາຍ ແລະ ການກໍ່ອາຊະຍາກໍາທາງດ້ານການເງິນ.

ໃນທຸກໆກໍລະນີທົດສອບ, chatbots ໄດ້ຕອບໂຕ້ດ້ວຍຂໍ້ມູນລາຍລະອຽດ ແລະ ບໍ່ມີຈັນຍາບັນ ຫຼັງຈາກປິດໃຊ້ງານລະບົບຄວາມປອດໄພແລ້ວ. ໂດຍນັກຄົ້ນຄວ້າອະທິບາຍວ່າຊ່ອງວ່າງນີ້ໃຊ້ປະໂຫຍດໄດ້ງ່າຍ ແລະ ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ.

ທີມນັກຄົ້ນຄວ້າລະບຸວ່າ: ເນື່ອງຈາກທຸກຄົນມີໂທລະສັບມືຖື ແລະ ຄອມພິວເຕີ ສາມາດໃຊ້ເຄື່ອງມືເຫຼົ່ານີ້ໄດ້ໂດຍບໍ່ເສຍເງິນ, ເພາະສະນັ້ນ ຄວາມສ່ຽງຈຶ່ງໜ້າເປັນຫ່ວງເປັນພິເສດ ແລະ ເຕືອນກ່ຽວກັບການກຳເນີດຂອງໂມເດລພາສາເຖື່ອນ ຊຶ່ງເປັນລະບົບ AI ທີ່ຖືກຖອດກົນໄກການປົກປ້ອງດ້ານຈັນຍາບັນອອກໂດຍເຈດຕະນາ ຫຼື ຖືກພັດທະນາຂຶ້ນມາໂດຍບໍ່ມີມາດຕະການຄວາມປອດໄພໃດໆ, ໂດຍມີການນຳໂມເດລບາງສ່ວນໄປໃຊ້ໃນການກໍ່ອາຊະຍາກຳທາງໄຊເບີ ແລະ ມີການເຜີຍແຜ່ແບ່ງປັນໃນເຄືອຂ່າຍໃຕ້ດິນ.

ທີມນັກຄົ້ນຄວ້າໄດ້ລາຍງານບັນຫາດັ່ງກ່າວໃຫ້ກັບບໍລິສັດ AI ທີ່ສໍາຄັນຈໍານວນໜຶ່ງ, ແຕ່ໄດ້ຮັບການຕອບສະໜອງພຽງເລັກໜ້ອຍ. ໂດຍມີບໍລິສັດໜຶ່ງບໍ່ໄດ້ຕອບສະໜອງ, ໃນຂະນະທີ່ບໍລິສັດອື່ນໆກ່າວວ່າບັນຫາດັ່ງກ່າວບໍ່ໄດ້ເປັນຂໍ້ບົກພ່ອງທີ່ຮ້າຍແຮງ.

ທັງນີ້, ນັກຄົ້ນຄວ້າຈຶ່ງຮຽກຮ້ອງໃຫ້ມີການປ້ອງກັນທີ່ເຂັ້ມງວດກວ່າເກົ່າ, ມີມາດຕະຖານອຸດສາຫະກໍາທີ່ຊັດເຈນຍິ່ງຂຶ້ນ ແລະ ມີເຕັກນິກໃໝ່ໆເພື່ອຊ່ວຍໃຫ້ລະບົບ AI ລືມຂໍ້ມູນທີ່ເປັນອັນຕະລາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ຂ່າວສານຊີອາໄອລາຍງານໃນວັນທີ 1 ເມສາ ຜ່ານມາວ່າ: ໂຕ​ເລກ​ຂໍ້​ມູນ​ທີ່​ສະ​ມາ​ຄົມ​ລົດ​ ສະຫະລັດ ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 31 ມີ​ນາ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ລາ​ຄາ​​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດາ​ສະ​ເລ່ຍໃນ​ທົ່ວ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ເປັນ 4.02 ໂດ​ລາ​ຕໍ່​ກາ​ລອນ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ ແລະ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 1 ໂດ​ລາ​ ເມື່ອ​ທຽບ​ໃສ່​ໄລ​ຍະ​ທີ່​ ສະຫະລັດ ອາ​ເມ​ຣິ​ກາ ແລະ ອິ​ສ​ຣາ​ແອນ ​ເລີ່ມເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ອີ​ຣານ​ໃນ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ.
EUກະກຽມມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ຕະຫຼາດພະລັງງານ

EUກະກຽມມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ຕະຫຼາດພະລັງງານ

ຂ່າວຕ່າງປະເທດລາຍງານໃນທ້າຍເດືອນມີນາ ຜ່ານມາວ່າ: ທ່ານ ແດນ ຢໍເກັນເຊນ ຄະນະກໍາມາທິການພະລັງງານຂອງສະຫະພາບເອີຣົບ (EU) ໄດ້ກ່າວຫຼັງຈາກກອງປະຊຸມກັບບັນດາລັດຖະມົນຕີກະຊວງພະລັງງານຂອງEU ເພື່ອປຶກສາຫາລືກ່ຽວກັບການປະສານງານຮັບມືກັບສະຖານະການຄວາມຂໍ້ຂັດແຍ່ງໃນຕາເວັນອອກກາງທີ່ມີທ່າອ່ຽງຈະສົ່ງຜົນກະທົບຍາວນານຕໍ່ຕະຫຼາດພະລັງງານ, ເຖິງແມ່ນວ່າການຕໍ່ສູ້ຈະຢຸດລົງກໍຕາມ ເພາະວ່າພື້ນຖານໂຄງລ່າງພະລັງງານຂອງພາກພື້ນໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ.
ມຽນມາ ປະກາດຫ້າມຫາປາ ໃນໄລຍະວາງໄຂ່

ມຽນມາ ປະກາດຫ້າມຫາປາ ໃນໄລຍະວາງໄຂ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ກົມປະມົງມຽນມາໄດ້ອອກຄຳສັ່ງຫ້າມການຫາປາເປັນເວລາ 3 ເດືອນໃນລະດູການວາງໄຂ່ຂອງປາ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນໄປ. ໂດຍເຫດຜົນຫຼັກໃນກຳນົດເວລາ ແລະ ເຂດຫວງຫ້າມຫາປາ ເພື່ອປ້ອງກັນການຫຼຸດລົງຂອງຊະນິດພັນປາ ແລະ ສົ່ງເສີມການເຕີບໂຕຂອງຊັບພະຍາກອນການປະມົງ.ນອກຝັ່ງ
ລາຄານໍ້າມັນເຊື້ອໄຟໃນກຳປູເຈຍ ສືບຕໍ່ເພີ່ມຂຶ້ນ

ລາຄານໍ້າມັນເຊື້ອໄຟໃນກຳປູເຈຍ ສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ມາຮອດທ່ຽງຄືນຂອງວັນທີ 31 ມີນາ ຜ່ານມາ, ກະຊວງການຄ້າຂອງກຳປູເຈຍລາຍງານວ່າ, ລາຄານໍ້າມັນເຊື້ອໄຟຂາຍຍ່ອຍພາຍໃນປະເທດຍັງສືບຕໍ່ເພີ່ມຂຶ້ນ ຍ້ອນສະຖານະການຄວາມຂັດແຍ່ງໃນຕາເວັນອອກກາງທະວີຄວາມຮຸ່ນແຮງຂຶ້ນ.
ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບ ທີ່​ຈີນ​ຜະ​ລິດໄດ້​​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ

ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບ ທີ່​ຈີນ​ຜະ​ລິດໄດ້​​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 31 ມີ​ນາ​ຜ່ານ​ມາ, ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບຂະ​ໜາດ​ໃຫຍ່ NORINCO LUCA ທີ່​ກຸ່ມ​ບໍ​ລິ​ສັດ NORINCO ຂອງ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ເຈິ້ງ​ໂຈ່ວ ​ແຂວງ​ເຫີ​ໜານ, ໂດຍ​ໄດ້​ສຳ​ເລັດ​ການ​ກວດ​ສອບລາຍ​ການ​ສຳ​ຄັນ​ຂອງ​ລະ​ບົບ​ຕ່າງໆ ແລະ ກາຍ​ເປັນ​ເຮືອ​ບິນ​ຂົນ​ສົ່ງ​ບໍ່​ມີ​ຄົນ​ຂັບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ທີ່​ສຳ​ເລັດ​ການ​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ​ຂອ​ງ​ໂລກ.
ຫວຽດນາມ ປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ 5 ອົງການ

ຫວຽດນາມ ປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ 5 ອົງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 1 ເມ​ສາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທີ່ນະຄອນຫຼວງຮ່າ​ໂນ້ຍ ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ແລະ ພະ​ນັກ​ງານ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຟ້າມ​ມິງຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູ​ນ​ກາງ​ພັກກອມ​ມູ​ນິດຫວຽດ​ນາມ.
ພໍ່ແມ່ເບິ່ງແຍງເດັກນ້ອຍເວລາໃຊ້ອຸປະກອນເອເລັກໂຕຣນິກ ຊ່ວຍເພີ່ມທັກສະທາງສັງຄົມ

ພໍ່ແມ່ເບິ່ງແຍງເດັກນ້ອຍເວລາໃຊ້ອຸປະກອນເອເລັກໂຕຣນິກ ຊ່ວຍເພີ່ມທັກສະທາງສັງຄົມ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາໂດຍອົງການວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າສິງກະໂປ ຊຶ່ງໄດ້ຕິດຕາມເດັກນ້ອຍອາຍຸ 3-6 ປີ ຈຳນວນ 2,449 ຄົນ ລະຫວ່າງປີ 2018-2019 ແລະ ຕິດຕາມອີກຄັ້ງໃນປີ 2021 ພົບວ່າ: ເດັກທີ່ມີພໍ່ແມ່ ຫຼື ຜູ້ປົກຄອງເບິ່ງແຍງ, ລົມນຳ ແລະ ມີສ່ວນຮ່ວມໃນຂະນະທີ່ໃຊ້ອຸປະກອນເອເລັກໂຕຣນິກ, ມີທັກສະທາງສັງຄົມທີ່ເຂັ້ມແຂງກວ່າເດັກທີ່ໃຊ້ອຸປະກອນເຫຼົ່ານັ້ນຄົນດຽວ.
ສາຍການບິນ 18 ແຫ່ງ ທີ່ໃຫ້ບໍລິການໃນກຳປູເຈຍ ເພີ່ມລາຄາປີ້ໂດຍສານ

ສາຍການບິນ 18 ແຫ່ງ ທີ່ໃຫ້ບໍລິການໃນກຳປູເຈຍ ເພີ່ມລາຄາປີ້ໂດຍສານ

ຂ່າວຕ່າງປະເທດລາຍງານໃນວັນທີ 31 ມີນາ ຜ່ານມາວ່າ: ທ່ານ ຊິນ ຈັນເສຣຍະວຸດ ໂຄສົກຂອງອົງການການບິນພົນລະເຮືອນກຳປູເຈຍ ໄດ້ເປີດເຜີຍວ່າ: ສາຍການບິນ 18 ແຫ່ງຈາກ 36 ແຫ່ງ ທີ່ໃຫ້ບໍລິການຖ້ຽວບິນໄປ-ກັບໃນກຳປູເຈຍໄດ້ເພີ່ມລາຄາປີ້ໂດຍສານ, ເນື່ອງຈາກລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນຈາກການຂັດແຍ່ງໃນຕາເວັນອອກກາງ. ສາຍການບິນເຫຼົ່ານີ້ໄດ້ເພີ່ມຄ່າທຳນຽມນໍ້າມັນເຊື້ອໄຟໃສ່ຄ່າປີ້ໂດຍສານພື້ນຖານ, ໂດຍຄິດໄລ່ຕາມໄລຍະທາງການບິນ.
ພູເຂົາໄຟດູໂຄໂນ ໄດ້ລະເບີດ ແລະ ພົ່ນຂີ້ເຖົ່າສູງເຖິງ 900 ແມັດ

ພູເຂົາໄຟດູໂຄໂນ ໄດ້ລະເບີດ ແລະ ພົ່ນຂີ້ເຖົ່າສູງເຖິງ 900 ແມັດ

ຂ່າວຕ່າງປະເທດລາຍງານວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ: ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດໃນເວລາ 6:48 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 31 ມີນາ ຜ່ານມາ, ໂດຍໄດ້ພົ່ນຂີ້ເຖົ່າພູເຂົາໄຟສູງເຖິງ 900 ແມັດເໜືອຍອດພູເຂົາໄຟ.
ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 31 ມີນາ ຜ່ານມາວ່າ: ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ: ສິນຄ້າອາຫານ ແລະ ເຄື່ອງດື່ມ ໃນປະເທດຍີ່ປຸ່ນ ທັງໝົດ 2,798 ລາຍການ ລາຄາຈະເພີ່ມຂຶ້ນໃນເດືອນເມສາ ນີ້ ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ ທີ່ຈຳນວນສິນຄ້າເກີນ 2,000 ລາຍການ.
ເພີ່ມເຕີມ