ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ

ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ

ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກັນຍາ ຜ່ານມາວ່າ: ມະຫາວິທະຍາໄລ Melbourne ໃນລັດ Victoria ປະເທດອົສຕຣາລີ ໄດ້ປະກາດການນຳໃຊ້ໂດຣນທີ່ຕິດຕັ້ງກ້ອງກວດຫາຄວາມຮ້ອນໃນການຕິດຕາມສັດປ່າບາງຊະນິດທີ່ໃກ້ຈະສູນພັນ ແລະ ຫາຍາກທີ່ສຸດບາງຊະນິດ ຢ່າງມີປະສິດທິພາບ.

 

ທ່ານ ເບນຈາມິນ ແວກເນີ ນັກຄົ້ນຄວ້າຂອງມະຫາວິທະຍາໄລ Melbourne ກ່າວວ່າ: ການຕິດຕາມແມ່ນສໍາຄັນຕໍ່ການຢູ່ລອດ, ແຕ່ວ່າສັດຫຼາຍຊະນິດໃຊ້ເວລາສ່ວນໃຫຍ່ຢູ່ເທິງຕົ້ນໄມ້ສູງຈຶ່ງກວດຫາໄດ້ຍາກ. ທ່ານກ່າວຕື່ມວ່າ: ປະຊາກອນສັດປ່າໃກ້ຈະສູນພັນກຳລັງຫຼຸດລົງ ຍ້ອນການສູນເສຍທີ່ຢູ່ອາໄສ, ໄຟປ່າ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.

ນັກຄົ້ນຄວ້າພົບວ່າ: ໂດຣນ ສາມາດສໍາຫຼວດພື້ນທີ່ປ່າໄດ້ຫຼາຍກວ່າການສ່ອງໄຟສະປອດໄລແບບດັ່ງເດີມເຖິງ 10 ເທົ່າ. ເນື່ອງຈາກການສ່ອງໄຟສະປອດໄລແບບດັ່ງເດີມຕ້ອງໃຊ້ແຮງງານຄົນຍ່າງຊ້າໆໃນເວລາກາງຄືນ ແລະ ມັກຈະພາດການເຫັນສັດ, ລວມເຖິງເຮັດໃຫ້ເກີດຄວາມສ່ຽງດ້ານຄວາມປອດໄພຕໍ່ນັກສຳຫຼວດ.

ຜົນການສຶກສາທີ່ພິມເຜີຍແຜ່ໃນວາລະສານ Ecological Applications ພາຍໃຕ້ສະມາຄົມນິເວດວິທະຍາ ແຫ່ງ ສະຫະລັດ ອາເມຣິກາ ພົບວ່າ: ກ້ອງກວດຫາຄວາມຮ້ອນເທິງໂດຣນ ສາມາດກວດພົບຄວາມຮ້ອນໃນຮ່າງກາຍຈາກໄລຍະທີ່ປອດໄພຢູ່ເທິງປາຍໄມ້, ເຮັດໃຫ້ລົບກວນສັດໜ້ອຍທີ່ສຸດ.

ນັກຄົ້ນຄວ້າໄດ້ເປີດເຜີຍວ່າ: ໂດຣນກວດພົບສັດລ້ຽງລູກດ້ວຍນົມ 9 ຊະນິດທີ່ອາໄສຢູ່ເທິງຕົ້ນໄມ້ໃນຫຼາຍບ່ອນ, ບັນທຶກການສັງເກດສັດລ້ຽງລູກດ້ວຍນົມພື້ນເມືອງ, ນົກປ່າ ແລະ ສັດທີ່ອາໄສຢູ່ເທິງພື້ນດິນເຊັ່ນ: bandicoots, wombats, ກວາງປ່າ ແລະ ແມວປ່າ ໃນເຂດການຄົ້ນຄວ້າ ຫຼາຍກວ່າ 1,000 ຄັ້ງ.

ວິທີການຕິດຕາມແບບໃໝ່ນີ້ຍັງໄດ້ກວດພົບໝີ leadbeater possum ທີ່ໃກ້ຈະສູນພັນຂັ້ນວິກິດ ແລະ Greater Glider ສາຍພັນໃຕ້ ຊຶ່ງເປັນສັດໃກ້ຈະສູນພັນໃນບັນດາສາຍພັນອື່ນໆທີ່ໂດດເດັ່ນອີກຢ່າງຫຼວງຫຼາຍ.

ທ່ານ ແວກເນີ ກ່າວວ່າ: ປັດຈຸບັນມີການຂະຫຍາຍຂອບເຂດການຄົ້ນຄວ້າ ແລະ ດຳເນີນການສຳຫຼວດດ້ວຍໂດຣນເພີ່ມຕື່ມຫຼາຍກວ່າ 100 ຄັ້ງ ຊຶ່ງກວດຫາສັດຫຼາຍກວ່າ 4,000 ໂຕ, ເພື່ອສຶກສາການຟື້ນຟູສັດປ່າໃນປ່າຂອງລັດ Victoria.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ​ຂອງ​ຍີ່​ປຸ່ນ​ຄາດ​ຄະ​ເນ​ວ່າ​ຄວາມ​ຕ້ອງ​ການ​ເຂົ້າ​ພາຍ​ໃນ​ປະ​ເທດຍີ່ປຸ່ນ​ຈະ​ເພີ່ມ​ຂຶ້ນ​ເປັນ 7.11 ລ້ານ​ໂຕນ​ຈົນ​ຮອດ​ເດືອນມິຖຸນາ 2026.
ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດ​ລາຍ​ງານ​ຄວາມ​ປອດ​ໄພລະດັບ​ໂລກ​ທີ່​​ເຜີຍ​ແຜ່ຫວ່າງບໍ່ດົນມານີ້ ​ໂດຍ ບໍລິສັດ Gallup ລະບຸວ່າ: ສິງກະ​ໂປ​ຖືກ​ຈັດ​ອັນ​ດັບ​ເປັນ​ປະ​ເທດ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ເປັນ​ຄັ້ງ​ທີ 12 ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.
ຈີນ ​ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ​ໃໝ່ຫຼາຍກວ່າ 5 ແສນ​ແຫ່ງ

ຈີນ ​ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ​ໃໝ່ຫຼາຍກວ່າ 5 ແສນ​ແຫ່ງ

ຂ່າວສານຊີອາໄອ ລາຍງານຫວ່າງບໍ່ດົນມານີ້ວ່າ: ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ໂດຍ​ໄດ້​ແຈ້ງ​ໃຫ້​ ຮູ້​ວ່າ:
Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ

Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ

ວິທະຍະກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ກັນຍາ ຜ່ານມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກຳ ແລະ ພະລັງງານແຫ່ງຊາດ ຫວຽດນາມ Petrovietnam ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (3/9/1975 – 3/9/2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ ໜຶ່ງ. ໂດຍການເຂົ້າຮ່ວມຂອງ ທ່ານ ໂຕເລີມ ເລຂາທິການໃຫຍ່ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ.
Microsoft ປະກາດລົງທຶນຄັ້ງໃຫຍ່ໃນອັງກິດ

Microsoft ປະກາດລົງທຶນຄັ້ງໃຫຍ່ໃນອັງກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກັນຍາ ຜ່ານມາວ່າ: Microsoft ໄດ້ປະກາດແຜນການລົງທຶນ 4 ປີ (2025-2028) ມູນຄ່າ 30 ຕື້ໂດລາ ໃນໂຄງສ້າງພື້ນຖານ ແລະ ການດໍາເນີນງານທາງດ້ານປັນຍາປະດິດ (AI) ໃນອັງກິດ.
Mercosur ແລະ EFTA ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້​າ​ເສ​ລີ

Mercosur ແລະ EFTA ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້​າ​ເສ​ລີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີໃນສະພາບການໂລກພວມຂາດສະຖຽນລະພາບ.
ກຳປູເຈຍ ຂຶ້ນຄ່າແຮງງານຂັ້ນຕໍ່າ ຈາກ 208 ໂດລາ ເປັນ 210 ໂດລາ

ກຳປູເຈຍ ຂຶ້ນຄ່າແຮງງານຂັ້ນຕໍ່າ ຈາກ 208 ໂດລາ ເປັນ 210 ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ: ລັດຖະບານ​ກຳປູ​ເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ 210 ໂດ​ລາ​, ເລີ່ມ​ແຕ່​ວັນ​ທີ 1 ມັງກອນ 2026.
ອູ້ຫຼິງຂະຫຍາຍຕະຫຼາດສູ່ໂລກຫຼາຍກວ່າ100ປະເທດ

ອູ້ຫຼິງຂະຫຍາຍຕະຫຼາດສູ່ໂລກຫຼາຍກວ່າ100ປະເທດ

ການສັນຈອນເພື່ອໃຫ້ມີຄວາມສະດວກແລະວ່ອງໃວຕ້ອງໄດ້ອາໃສພາຫະນະເປັນຕົວຂັບເຄື່ອນໂດຍສະເພາະແມ່ນການນຳໃຊ້ພາຫະນະຕາມທ້ອງຖະໜົນນອກຈາກການສັນຈອນແລ້ວຍັງເປັນຫົວໃຈຫຼັກຂອງການພັດທະນາເສດຖະກິດແຫ່ງຊາດ,
ຍ້ອນ​ຫຍັງ “ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່” ຂອງ​ຈີນ​ຈິ່ງບັນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​ຂັ້ນ?

ຍ້ອນ​ຫຍັງ “ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່” ຂອງ​ຈີນ​ຈິ່ງບັນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​ຂັ້ນ?

​ໃນແຕ່​ລະ 53 ວິ​ນາ​ທີ, ຈະ​ມີ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​​ໜຶ່ງຄັນ​ຜະ​ລິດ​ອອກ​ມາ, ສະ​ເລ່ຍ​ແລ້ວ, ມື້​ໜຶ່ງ​ຈະ​ມີສິດ​ທິ​ບັດ​ດ້ານ​ປະ​ດິດ​ສ້າງຫຼາຍ​ພັນ​ອັນ​ເກີດ​ຂຶ້ນ​ຢູ່​ຈີນ… “ໂຕ​ເລກ​ດັດ​​ຊະ​ນີ​ການ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​ປີ 2025” ທີ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ເປີດ​ເຜີຍ​ຫວ່າງ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ເຂົ້າ​ເປັນ​ໜຶ່ງ​ໃນ 10 ກຸ່ມ​ເສດ​ຖະ​ກິດ​ທີ່​ມີ​ກຳ​ລັງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​ເປັນ​ຄັ້​ງ​ທຳ​ອິດ ແລະເປັນ​ອັນ​ດັບ​ທີ 1 ຂອງ​ໂລກ​ເປັນ​ເວ​ລາ 3 ປີ​ຕິດ​ຕໍ່​ກັນດ້ວຍ​ຈຳ​ນວນ​ກຸ່ມ​ການ​ປະ​ດິດ​ສ້າງ​ໃໝ່ 24 ກຸ່ມ. ຂ່າວ​ສານ​​ຣອຍ​ເຕີ​ຂອງ​ອັງ​ກິດ​ລາຍ​ງານ​ວ່າ: ນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ວິ​ສາ​ຫະ​ກິດ​ຈີນ​ທີ່ໄດ້​ລົງ​ທຶນ​ຂະ​ໜາດ​ໃຫຍ່​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ.
ຈີນເຕັມໄປດ້ວຍໂອກາດ ແລະ ການລົງທຶນຢູ່ຈີນແມ່ນການລົງທຶນເພື່ອອະນາຄົດ

ຈີນເຕັມໄປດ້ວຍໂອກາດ ແລະ ການລົງທຶນຢູ່ຈີນແມ່ນການລົງທຶນເພື່ອອະນາຄົດ

ໃນງານມະຫະກຳການຄ້າການບໍລິການສາກົນຈີນປີ 2025 ທີ່ສິ້ນສຸດລົງໃນວັນທີ 14 ກັນຍາ ຜ່ານມານີ້, ນັກວິເຄາະໄດ້ສຳຜັດກັບພະລັງຊຸກຍູ້ໃໝ່ທີ່ເຕັກໂນໂລຊີທາງດ້ານດີຈີຕອນ ແລະ ອັດສະລິຍະມີຕໍ່ການຄ້າການບໍລິການ ເຊັ່ນ: ບໍລິສັດສະໄນເດີ ແອວແອັກຕຣິກ SA ຂອງຝຣັ່ງໄດ້ນຳສະເໜີ “ລະບົບການບໍລິການຄຸນນະພາບໃໝ່”; ບໍລິສັດຊີເມນ AG ຂອງເຢຍລະມັນໄດ້ວາງສະແດງເຄື່ອງ CT ຄິດໄລ່ເລກໂດຍໂຟຕອນລຸ້ນທຳອິດຂອງໂລກ; ສຳນັັກງານບັນຊີ KPMG ຂອງໂຮນລັງໄດ້ນຳສະເໜີການລາຍງານຜົນ 3 ສະບັບຂອງຕົນເປັນຄັ້ງທຳອິດ ແລະອື່ນໆ.
ເພີ່ມເຕີມ