ນັກກິລາບູໂດສະແດງສິລະປະປ້ອງກັນຕົວ

ນັກກິລາບູໂດສະແດງສິລະປະປ້ອງກັນຕົວ
ງານສາທິດສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 21 ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນ ປະຈຳລາວ ໃນວັນທີ 27 ມັງກອນ ຜ່ານມາ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
    ນັກກິລາແຕ່ລະຮຸ່ນ ທີ່ເປັນສະມາຊິກຂອງສະຫະພັນຢູໂດແຫ່ງຊາດລາວ, ສະຫະພັນຄາຣາເຕໂດແຫ່ງຊາດ, ສະໂມສອນໄອກິໂດແຫ່ງຊາດ ແລະ ສະໂມສອນເຄັນໂດແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ສະແດງສາທິດທັກສະບູໂດທີ່ຝຶກຊ້ອມມາເປັນຢ່າງດີ,ໂດຍມີ ທ່ານ ປອນເມກ ດາລາລອຍ ອະດີດປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ, ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີປະຈຳສຳນັກງານປະທານປະເທດ ປະທານສະຫະພັນຄາຣາເຕໂດແຫ່ງຊາດ, ທ່ານ ເຄນທອງ ນວນທະສິງ ອະດີດປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ, ທ່ານ ເຂັມຊາດ ພິລາພັນເດດ ປະທານສະຫະພັນຢູໂດແຫ່ງຊາດ ແລະ ພໍ່ ແມ່ ຜູ້ປົກຄອງ ເຂົ້າຮ່ວມຊົມ.
ໃນງານຄັ້ງນີ້ ຕົວແທນຈາກແຕ່ລະສະຫະພັນ ແລະ ສະໂມສອນກໍໄດ້ມີການສົນທະນາແລກປ່ຽນຄວາມຮູ້ ເພື່ອພ້ອມກັນພັດທະນາກິລາບູໂດໃນປະເທດລາວໃນອະນາຄົດ.ທ່ານ ເຄັນອິຈິ ໂຄບະຢະຊິ ເອກອັກຄະຣາຊະທູດຍີ່ປຸ່ນ ໄດ້ກ່າວໃນພິທີວ່າ:ການສະແດງທີ່ຊົງພະລັງຂອງນັກກິລາທຸກທ່ານໃນຄັ້ງນີ້.ເປັນການແລກປ່ຽນບົດຮຽນ ກິລາບູໂດ ລະຫວ່າງຍີ່ປຸ່ນ ແລະ ລາວ ຊຶ່ງມີປະຫວັດປີ 1965,ນັບແຕ່ນັ້ນມາເປັນເວລາເຄິ່ງສະຕະວັດ, ນັກກິລາບູໂດຈາກຍີ່ປຸ່ນກໍໄດ້ມາຢ້ຽມຢາມປະເທດລາວ ຜ່ານຫຼາກຫຼາຍຊ່ອງທາງ ເພື່ອເຜີຍແຜ່ຈິດວິນຍານແຫ່ງບູໂດໃຫ້ຄົນລາວ.ໃນບຸນມະໂຫລານຍີ່ປຸນ-ອາຊຽນ ໃນເດືອນທັນວາທີ່ຜ່ານມາ ສະຫະພັນ ແລະ ສະໂມສອນບູໂດ ກໍໄດ້ຂຶ້ນສະແດງບູໂດຢ່າງຊົງພະລັງຢູ່ຕໍ່ໜ້າມວນຊົນ.ຂ້າພະເຈົ້າເຊື່ອໝັ້ນວ່າ ຈິດວິນຍານແຫ່ງບູໂດ ເປັນຕົ້ນແມ່ນມາລະຍາດ ແລະ ຈິດໃຈທີ່ຮູ້ຈັກເຄົາລົບຜູ້ອື່ນ ຈະຖືກສົ່ງຕໍ່ໄປຍັງຮຸ່ນຕໍ່ໄປ ແລະ ຈະຊ່ວຍເຮັດໃຫ້ບູໂດເປັນທີ່ຮູ້ຈັກໃນປະເທດລາວຢ່າງແນ່ນອນ.
(ຂ່າວ: ສະຖານທູດ ຍີ່ປຸ່ນ)    

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ

ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ

ໃນວັນທີ 10 ກັນຍາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແວວລິງຕັນ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ນາງ ແດມ ຊິນດີ ຄີໂຣ ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ ເພື່ອປະ​ຕິ​ບັດ​ໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ​ສ​ປ​ປ ລາວ ປະຈໍາ ເຄືອຈັກກະພົບ ນິວຊີແລນ ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ.
ສຳເລັດຊຸດຝຶກອົບຮົມວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍ

ສຳເລັດຊຸດຝຶກອົບຮົມວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍ

ຊຸດຝຶກອົບຮົມດ້ານວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍໄດ້ປິດລົງໃນວັນທີ 11 ກັນຍາ ນີ້ ທີ່ສູນອົບຮົມແມ່ຍິງລາວ ເປັນກຽດເຂົ້າຮ່ວມມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍ ກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີຫົວໜ້າກົມ, ຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມການເຊື່ອມໂຍງພະລັງງານໂລກ ປີ 2025

ກອງປະຊຸມການເຊື່ອມໂຍງພະລັງງານໂລກ ປີ 2025

ກອງປະຊຸມການເຊື່ອມໂຍງພະລັງງານໂລກປີ 2025 ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຊຶ່ງກອງປະຊຸມຄັ້ງນີ້ເປັນຄັ້ງທີ 7 ຈັດໂດຍອົງການຮ່ວມມືພັດທະນາການເຊື່ອມໂຍງພະລັງງານລະດັບໂລກ ຮ່ວມກັບອົງການພັດທະນາແຫ່ງສະຫະປະຊາຊາດ, ຄະນະກໍາມະການເສດຖະກິດ ແລະ ສັງຄົມ ສໍາລັບອາເມຣິກາ ແລະ ຄາລີບຽນ, ຄະນະກຳມະການເສດຖະກິດ ແລະ ສັງຄົມສຳລັບອາຊີ-ປາຊີຟິກ, ອົງການອຸດສາຫະກຳສະຫະປະຊາຊາດ, ອົງການເຄືອຂ່າຍແນວທາງແກ້ໄຂການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ແລະ ອົງການພະລັງງານ ອາເມຣິກາ ລາຕິນ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຫານ ເຈິ້ງ (Han Zheng) ຮອງປະທານປະເທດແຫ່ງ ສປ ຈີນ ແລະ ທ່ານຊິ່ນ ປ້າວອັນ (Xin Baoan) ປະທານອົງການພັດທະນາ ແລະ ການຮ່ວມມືລະຫວ່າງການເຊື່ອມຕໍ່ພະລັງງານທົ່ວໂລກ ປະທານສະພາໄຟຟ້າ ແຫ່ງ ສປຈີນ, ພາຍໃຕ້ຫົວຂໍ້ “ເຊື່ອມໂຍງພະລັງງານໂລກ ເພື່ອຕອບສະໜອງໄຟຟ້າທົ່ວໂລກດ້ວຍພະລັງງານສະອາດ”, ໂດຍມີແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ໃນນັ້ນມີຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າຂອງ ສປປ ລາວ ເຂົ້າຮ່ວມອີກດ້ວຍ.
ກອງປະຊຸມວິຊາການໃນຂະແໜງການທະນາຄານ

ກອງປະຊຸມວິຊາການໃນຂະແໜງການທະນາຄານ

ໃນວັນທີ 11 ກັນຍາ ນີ້ ທີ່ໂຮງແຮມຄຣາວພາຊາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມວິຊາການຂະແໜງການທະນາຄານ ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ຊຶ່ງມີທ່ານຮອງຜູ້ວ່າການ ທຫລ, ບັນດາທ່ານຈາກບັນດາກະຊວງ, ທະນາຄານພັດທະນາອາຊີ ແລະ ອົງການຈັດຕັ້ງສາກົນ, ທະນາຄານທຸລະກິດ, ສະຖາບັນການເງິນ, ຜູ້ໃຫ້ບໍລິການໃນການຊຳລະ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ

ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ

ໃນວັນທີ 10 ກັນຍາ ຜ່ານມາ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ແລະ ສະຫາຍ ພັນເອກ ໂຣມັນ ໂກວາເລັນໂກ ທີ່ປຶກສາທູດຝ່າຍທະຫານແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວກວດກາຄວາມພ້ອມຢູ່ພາກສະໜາມ ເພື່ອກະກຽມຫັດແອບຝຶກຊ້ອມຮ່ວມລາວ-ຣັດເຊຍ ພາຍໃຕ້ລະຫັດ “ລາໂຣດສ 2025” ທີ່ຈະໄດ້ຈັດຂຶ້ນຢູ່ສະໜາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ.
ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດ ຂອງປີ 2025, ໂດຍລາຍງານການເຕີບໃຫຍ່ທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນທາງບິນໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ຊຶ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມກັບນະຄອນຫຼວງມານີລາຂອງຟີລິບປິນ ຊຶ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງບິນໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນ ໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.
ຄຳມ່ວນ - ນະຄອນພະນົມ ຮ່ວມມືໃນ 8 ບັນຫາສໍາຄັນ

ຄຳມ່ວນ - ນະຄອນພະນົມ ຮ່ວມມືໃນ 8 ບັນຫາສໍາຄັນ

ກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ - ໄທ ຄັ້ງທີ 14 ລະຫວ່າງ ແຂວງຄຳມວນ ສປປ ລາວ ແລະ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ສປປ ລາວ. ຄະນະຜູ້ແທນ ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງແຂວງ, ຝ່າຍຈັງຫວັດນະຄອນພະນົມ ນໍາໂດຍ ທ່ານ ປຣາດຍາ ອຸ່ນເພັດວະຣາກອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດນະຄອນພະນົມ, ມີຕາງໜ້າກົງສູນໃຫຍ່ ສປປ ລາວ ປະຈໍາຂອນແກ່ນ ແລະ ກົງສູນໃຫຍ່ ຣາຊະອານາຈັກໄທ ປະຈໍາສະຫວັນນະເຂດ, ພ້ອມດ້ວຍຜູ້ແທນສອງຝ່າຍເຂົ້າຮ່ວມ.
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ໃນຕອນເຊົ້າຂອງວັນທີ 5 ກັນຍາ ຜ່ານມາ ທີ່ ທໍານຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມຣິກາ ຄົນໃໝ່ ຊຶ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.)
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ໃນຕົ້ນເດືອນກັນຍາ ນີ້ ທີ່ ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ນະຄອນຫຼວງປາຣີ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ແອມມານູຍແອນ ມາຄຣົງ (Emmanuel MACRON) ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.
ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ໃນຕອນເຊົ້າວັນທີ 10 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ການນີ ວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ພ້ອມດ້ວຍຄະນະ.
ເພີ່ມເຕີມ