ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ
ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນກກລາຟນດາບຊາຍຈາກເເຂວງບລຄາໄຊຍາດໄດ 2 ຫຽນຄາ - image 1
 

ທ້າວ ສະເຫຼີມໄຊ ໄຊຍະສິດ ໃຫ້ຮູ້ວ່າ: ມີຄວາມຮູ້ສຶກດີໃຈ ເເລະ ພາກພູມໃຈທີ່ສຸດ ທີ່ຕົນເອງສາມາດຍາດໄດ້ 2 ຫຼຽນຄໍາມາໃຫ້ຄະນະນັກກິລາ ເເຂວງບໍລິຄໍາໄຊ ພາຍຫຼັງທີ່ຕົນເອງໄດ້ ເອົາໃຈໃສ່ຝຶກຊ້ອມຢ່າງເເຂງເເຮງ ໂດຍໃຊ້ເວລາປະມານ 2-3 ເດືອນ ຜ່ານການລົງເເຂ່ງຂັນຕົວຈິງເຫັນວ່າປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ຈາກການລົງເເຂ່ງຂັນ 2 ລາຍການຄື: ດາບເອເປ ເເລະ ເຊເບີ ເອົາຊະນະນັກກິລາຈາກເເຂວງສະຫວັນນະເຂດທັງ 2 ຄົນ.

ທ້າວ ສະເຫຼີມໄຊ ໄຊຍະສິດ ໃຫ້ຮູ້ຕື່ມວ່າ: ສໍາລັບການລົງເເຂ່ງຂັນກິລາຟັນດາບງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຖືວ່າ ເປັນຄັ້ງຄໍາອິດ ເເລະ ສາມາດເຮັດສໍາເລັດຕາມເປົ້າໝາຍ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະຮັກສາສະຖິຕິນີ້ໄວ້ໃຫ້ໄດ້,ສ່ວນເເຜນການເເຂ່ງຂັນໃນຕໍ່ໜ້າຕົນເອງໄດ້ຖືກຄັດເລືອກໃຫ້ເປັນຕົວເເທນຂອງຄະນະນັກກິລາຄົນພິລາວເເຫ່ງຊາດລາວ ຫຼື ນັກກິລາທີມຊາດລາວ ເຂົ້າຮ່ວມເເຂ່ງຂັນງານມະຫະກໍາກິລາຄົນພິການອາຊຽນພາຣາເກມຄັ້ງທີ 13 ປີ 2026 ທີ່ນະຄອນຣາຊະສີມາ ຣາຊາອານາຈັກໄທ ຮັບກຽດເປັນເຈົ້າພາບ ໃນເດືອນມັງກອນ 2026 ພ້ອມທັງຈະຕັ້ງໃຈຝຶກຊ້ອມເພື່ອສ້າງກຽດຊື່ສຽງມາໃຫ້ຕົນເອງ,ຄອບຄົວ ກໍ່ຄືປະເທດຊາດ ນອກນີ້ຍັງຂໍການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງ ກໍ່ຄື ກໍາລັງເເຮງໃຈຈາກປະຊາຊົນລາວບັນເຜົ່າເວົ້າລວມ ເວົ້າສະເພາະກໍ່ຄືປະຊາຊົນຊາວເເຂວງບໍລິຄໍາໄຊສົ່ງກໍາເເຮງໃຈໃຫ້ຕົນເອງເພື່ອເປັນເເຮງຊຸກດັນ ຍາດໃຫ້ໄດ້ຜົນງານທີ່ດີທີ່ສຸດຕື່ມອີກ.

ສໍາລັບການເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ທີ່ ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ເລີ່ມເເຂ່ງຂັນໃນວັນທີ 15 ທັນວາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ມີນັກກິລາມາຈາກ 4 ພາກສ່ວນເຂົ້າຮ່ວມຄື: ເເຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນເຈົ້າພາບ ນັກກິລາເຂົ້າຮ່ວມທັງໝົດ 8 ຄົນ, ຍິງ 3 ຄົນ; ແບ່ງອອກເປັນ 2 ປະເພດຄື: ດາບ ເອເປ ຊາຍ-ຍິງ ຄຣາດ A ແລະ B ແລະ ດາບ ເຊເບີ ຊາຍ-ຍິງ ຄຣາດ A ແລະ B, ມີຊີງໄຊ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງ.ຂ່າວ: ເດດອາລຸນ ແກ້ວວິໄລ.

ຂ່າວ: ເດດອາລຸນ ແກ້ວວິໄລ.

ຄໍາເຫັນ

ຂ່າວສືກສາ-ກິລາ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ນຳໂດຍ ທ່ານ ວັນນະສັກ ຊາດຕະກຸນ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ພ້ອມ​ຄະ​ນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V ຢູ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້.
ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ຂອງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 17 ມິຖຸນານີ້ ທີ່ມະຫາວິທະຍາໄລແຫ່ງຊາດ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໂດຍມີທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກຖັງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ ພ້ອມດ້ວຍ ພາກສວ່ນກຽວຂ້ອງເຂົ້າຮ່ວມ.
ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ ເມືອງງາ ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ.
ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາສູນສອບເສັງໃນນະຄອນຫຼວງວຽງຈັນ (ນວ) ເປັນຕົ້ນແມ່ນ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ (KNC) ເມືອງຫາດຊາຍຟອງ ແລະ ໂຮງຮຽນມັດທະຍົມຕອນປາຍສົງ ໂສກປ່າຫຼວງ ເມືອງສີສັດຕະນາກ, ມີຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮອງຫົວໜ້າພະແນກ ສກ ນວ, ຮອງຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ເພີ່ມເຕີມ