ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII
ພິທີມອບ-ຮັບຫຼຽນລາງວັນ ໄດ້ມີຂຶ້ນໃນວັນທີ 12 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງ ທ່ານ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມໃຫຍ່ອົບຮົມ ກົມໃຫຍ່ເສນາທິການກອງທັບ, ທ່ານ ສີທົນ ແສງພະຈັນ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ທັງເປັນປະທານສະຫະພັນກິລາແລ່ນ-ລານແຂວງວຽງຈັນ, ທ່ານ ອານຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອິນທະວົງ ແດງປະເສີດ ຮອງຫົວໜ້າຂະແໜງກິລາ-ກາຍຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ແລະ ທ່ານ ນາງ ມາລາ ສາກົນນິຍົມ ເລຂາທິການສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດມອບຫຼຽນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ນກກລາກອງທບ ຍາດໄດເຖງ 7 ຫຽນຄຳ ງານມະຫະກຳກລາແຫງຊາດ ຄງທ XII - image 1
 

ການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແມ່ນລົງແຂ່ງສຳເລັດແລ້ວ 2 ວັນ ລະຫວ່າງວັນທີ 11-12 ພະຈິກ 2025 ມີການຊີງໄຊ 18 ລາຍການ. ຜ່ານການແຂ່ງຂັນຜົນປະກົດວ່າ ລາຍການ 5,000 ແມັດຍິງ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວຈຳປາສັກ ແລະ ຫຼຽນທອງ ແຂວງເຊກອງ; ລາຍການ 5,000 ແມັດຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງໄຊສົມບູນ; ລາຍການເຕັ້ນຍາວຍິງ ຫຼຽນຄຳ ແຂວງສະຫວັນນະເຂດ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ເຕັ້ນຍາວຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ແຂວງອັດຕະປື; ແກວ່ງຈານຍິງ ຫຼຽນຄຳ ແລະ ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ແກວ່ງຈານຊາຍ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ແລະ ຫຼຽນທອງ ກະຊວງປ້ອງກັນປະເທດ.

ແລ່ນ 100 ແມັດຍິງ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງອຸດົມໄຊ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ແລ່ນ 100 ແມັດຊາຍ ຫຼຽນຄຳ ແຂວງວຽງຈັນ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ກະຊວງປ້ອງ ກັນຄວາມສະຫງົບ; ແລ່ນ 4×400 ແມັດປະສົມ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ແກວ່ງຄ້ອນຍິງ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງສະຫວັນນະເຂດ; ແກວ່ງຄ້ອນຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ແຂວງສະຫວັນນະເຂດ; ເຕັ້ນສູງຍິງ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ແຂວງສະຫວັນນະເຂດ; ເຕັ້ນສູງຊາຍ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຜົ້ງສາລີ ແລະ ຫຼຽນທອງ ກະຊວງປ້ອງກັນປະເທດ.

ແລ່ນ 800 ແມັດຍິງ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງເຊກອງ ແລະ ຫຼຽນທອງ ແຂວງຊຽງຂວາງ; ແລ່ນ 800 ແມັດຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ແຂວງວຽງຈັນ; ຍ່າງ 10,000 ແມັດຊາຍ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຈຳປາສັກ; ແລ່ນ 4×100 ແມັດຍິງ ຫຼຽນຄຳ ແຂວງສະຫວັນນະເຂດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຄຳມ່ວນ; ແລ່ນ 4×100 ແມັດຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ.

ນກກລາກອງທບ ຍາດໄດເຖງ 7 ຫຽນຄຳ ງານມະຫະກຳກລາແຫງຊາດ ຄງທ XII - image 2
 

ສັງລວມແລ້ວຫຼັງຜ່ານການແຂ່ງຂັນໄປ 2 ວັນ ທີມນັກກິລາແລ່ນ-ລານຈາກກະຊວງປ້ອງກັນປະເທດ ຍາດມາໄດ້ແລ້ວເຖິງ 7 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງ ເປັນອັນດັບທີ 1 ຈາກການຊີງໄຊ 18 ລາຍການ. ສ່ວນທີມນັກກິລາແລ່ນ-ລານ ເຈົ້າພາບ ນະຄອນຫຼວງວຽງຈັນ ຍາດມາໄດ້ພຽງ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 5 ຫຼຽນທອງ. ຊຶ່ງການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ມີການຊີງໄຊທັງໝົດ 41 ລາຍການ (41 ຫຼຽນຄຳ) ຈະແຂ່ງຂັນລະຫວ່າງວັນທີ 11-17 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).ພາບ-ຂ່າວ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ