![]() |
ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາ ຜ່ານມາ ໄດ້ສົ່ງນັກກິລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok ຊຶ່ງເປັນອີກໜຶ່ງເວທີສຳຄັນລະດັບນາໆຊາດ ທີ່ມີນັກກິ ລາລອຍນ້ຳ ເຂົ້າຮ່ວມກວ່າ 820 ຄົນ ຈາກ 16 ປະເທດ ໃນນີ້ສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ໄດ້ນຳພານັກກີລາໂຕແທນຈາກ ສປປ ລາວ ຈຳນວນ 62 ຄົນ ເຂົ້າຮ່ວມການແຂ່ງຂັນ ຈາກ 3 ສະໂມ ສອນ ຄື ASW RSC ແລະ V2A ນຳໂດຍທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນລອຍນ້ຳນະຄອນຫຼວງວຽງຈັນພ້ອມດ້ວຍຄະນະບໍລິຫານງານສະຫະພັນ ເຂົ້າຮ່ວມແຂ່ງຂັນດ້ວຍຄວາມທຸ່ມເທ ຄວາມພາກພຽນ ແລະ ການເຝິກຊ້ອມຢ່າງໜັກ ສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ສາມາດຍາດໄດ້10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງການແຂ່ງຂັນ.
![]() |
ແຫຼ່ງຂ່າວ:ວຽງຈັນໃໝ່


ຄໍາເຫັນ