![]() |
ສຳລັບນັກກິລາເປຕັງທີມຊາດລາວທີ່ສາມາດຍາດໄດ້ຫຼຽນມີດັ່ງລຸ່ມນີ້:ຫຼຽນຄຳທີ 1 ໄດ້ຈາກ ນາງ ໂບວິລັກ ເທບພະກັນ ປະເພດຍິງດ່ຽວ; ຫຼຽນຄຳທີ 2ໄດ້ຈາກ ປະເພດທີມປະສົມ ຍິງ 2 ຊາຍ 1 ປະກອບມີ: ນາງ ມະນີວັນ ສຸລິວັນ, ທ້າວ ບຸດຕາ ເນີດສະຫວາດ ແລະ ນາງ ນ້ອຍ ມະນີທອນ (ລວມ 2 ຫຼຽນຄຳ )ນອກນັ້ນ ກໍຍັງສາມາດຍາດໄດ້ 2 ຫຼຽນເງິນ ແລະ 6 ຫຼຽນທອງ .ນອກນັ້ນ ກໍຍັງສາມາດຍາດໄດ້ 2 ຫຼຽນເງິນ ແລະ 6 ຫຼຽນທອງ ອີກດ້ວຍ.
![]() |
ນາງ ໂບວິລັກ ເທບພະກັນ ນັກກິລາເຈົ້າຂອງຫຼຽນຄໍາປະເພດຍິງດ່ຽວ ໄດ້ສະແດງຄວາມຮູ້ສຶກວ່າ: ມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈ ດີທີ່ຕົນສາມາດຍາດພໄດ້ຫຼຽນຄໍາໃນປະເພດຍິງດ່ຽວ ຊຶ່ງເປັນຫຼຽນຄຳ ທຳອິດໃຫ້ນັກກິລາລາວໃນງານມະຫະກຳກິລາຊີເກມຄັ້ງທີ 33 ທີ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ, ພາຍຫຼັງທີ່ເຄີຍປະສົບຜົນສໍາເລັດໃນການເຂົ້າແຂ່ງຊີເກມ ແລະ ສາມາດຍາດໄດ້ຫຼຽນຄໍາມາແລ້ວເມື່ອຫຼາຍປີຜ່ານມາ ຊຶ່ງເປັນການນໍາເອົາກຽດ ສັກສີ ແລະ ຊື່ສຽງມາໃຫ້ປະເທດຊາດຢ່າງພາກພູມໃຈ ເຮັດໃຫ້ບັນດາປະເທດໃນອາຊຽນ ກໍຄືໃນໂລກໄດ້ຮັບຮູ້ເຖິງການພັດທະນາ ແລະ ຄວາມສາມາດຂອງນັກກິລາ ໂດຍສະເພາະນັກກິລາເປຕັງລາວ ນັບມື້ສູງເດັ່ນໃນເວທີສາກົນຂຶ້ນໄປເລື້ອຍໆ.ຂ່າວ:ພາບ: ບຸນອູ້ມ


ຄໍາເຫັນ