ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ
ຫວ່າງມໍ່ໆມານີ້ທີ່ບ້ານພັກທູດຍີ່ປຸ່ນປະຈຳລາວ ໄດ້ຈັດງານລ້ຽງແກ່ນັກສຶກສາລາວທີ່ກຳລັງກະກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology)
ນກສກສາລາວ 18 ຄນໄດຮບທນໄປສກສາຕທປະເທດຍປນ - image 1
 

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພຸດ ສິມມາລາວົງ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ປີນີ້, ມີນັກສຶກສາຈາກປະເທດລາວມີທັງໝົດ 18 ຄົນທີ່ໄດ້ຮັບທຶນການສຶກສາເພື່ອໄປສຶກສາລະດັບຫຼັງປະລິນຍາຕີ, ລະດັບຊັ້ນສູງຫຼັກສູດເຕັກໂນໂລຊີ ແລະ ຊັ້ນສູງທົ່ວໄປທີ່ປະເທດຍີ່ປຸ່ນ.ເປັນທີ່ຄາດຫວັງວ່າເຫຼົ່ານັກສຶກສາຈະໄດ້ຮັບປະສົບການ, ຄວາມຮູ້ ແລະ ທັກສະທີ່ລ້ຳຄ່າຢູ່ຍີ່ປຸ່ນ ແລະ ເອົາມານຳໃຊ້ເພື່ອພັດທະນາປະເທດຊາດ ແລະ ພາກພື້ນໃນອະນາຄົດ.

ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ໄດ້ແນະນຳໃຫ້ ນັກສຶກສາລາວໃຫ້ແລກປ່ຽນກັບຄົນຍີ່ປຸ່ນໃຫ້ຫຼາຍຂຶ້ນເພື່ອຮູ້ຈັກກັບປະເທດຍີ່ປຸ່ນໃຫ້ເລິກເຊິ່ງກວ່າເກົ່າ ພ້ອມທັງໃຫ້ແບ່ງປັນມົນສະເໜ່ຂອງປະເທດລາວໃຫ້ຄົນຍີ່ປຸ່ນອີກດ້ວຍ. ເນື່ອງຈາກປະເທດລາວໄດ້ຮັບຄວາມສົນໃຈໃນປະເທດຍີ່ປຸ່ນຫຼາຍຂຶ້ນ ພາຍຫຼັງການສະເດັດຢ້ຽມຢາມ ປະເທດລາວ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນເດືອນພະຈິກປີ 2025 ທີ່ຜ່ານມາ.

ນກສກສາລາວ 18 ຄນໄດຮບທນໄປສກສາຕທປະເທດຍປນ - image 2
 

ນາງ ວາລິສາ ນິນທາວົງ, ທີ່ຈະໄປສຶກສາຕໍ່ໃນລະດັບຫຼັງປະລິນຍາຕີ ໄດ້ຕາງໜ້າຜູ້ຮັບທຶນ MEXT ໃນຄັ້ງນີ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນທີ່ເອື້ອເຟື້ອເຜື່ອແຜ່ໃຫ້ທຶນການສຶກສາໃນຄັ້ງນີ້ພ້ອມທັງສະແດງຄວາມມຸ່ງໝັ້ນທີ່ຈະຕັ້ງໜ້າສຶກສາຮ່ຳຮຽນທີ່ປະເທດຍີ່ປຸ່ນ.

ນອກຈາກນັ້ນ, ນັກສຶກສາທີ່ຈົບມາຈາກຍີ່ປຸ່ນ ກໍໄດ້ແບ່ງປັນປະສົບການ ແລະ ໃຫ້ຄຳແນະນຳຜູ້ໄດ້ຮັບທຶນໃນປີນີ້ ໃຫ້ນຳໃຊ້ໂອກາດຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ.

ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນ

ຄໍາເຫັນ

ຂ່າວການຮ່ວມມື

ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ໃນຕອນເຊົ້າ, ດ່ານຊາຍແດນບໍ່ຫານ ຫາກໍ່ໄດ້ເປີດໃຫ້ບໍລິການ. ຂະບວນລົດໄຟ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ" ທີ່ບັນທຸກໝາກທຸລຽນຈາກໄທ ຄ່ອຍໆເຂົ້າຈອດທີ່ດ່ານລົດໄຟບໍ່ຫານ, ຂະນະທີ່ຕູ້ຄອນເທນເນີລະບົບຕ່ອງໂສ້ເຢັນເລີ່ມຖ່າຍໂອນ. ຫ່າງອອກໄປບໍ່ເທົ່າໃດກິໂລແມັດ, ຢູ່ດ່ານທາງຫຼວງ ທີ່ມີຈຸດກວດກາເຂົ້າ-ອອກເມືອງຂະຫຍາຍເປັນ 12 ເລນ, ຜູ້ຂັບລົດບັນທຸກຍື່ນເອກະສານ ແລະ ພຽງ 4 ນາທີຕໍ່ມາກໍໄດ້ຮັບໃບອະນຸຍາດປ່ອຍຜ່ານ. ແນ່ໄສ່ "ເສັ້ນທາງທອງຄຳ" ຄື ທາງລົດໄຟລາວ-ຈີນ, ໝາກທຸລຽນຈາກສວນໝາກໄມ້ຂອງໄທໄປຮອດຕະຫຼາດຄຸນໝິງ ໃຊ້ເວລາພຽງ 3 ມື້.
ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ເພີ່ມເຕີມ