ນັກສຶກສາວິທະຍາໄລເຕັກນິກຊັບພະວິຊາ ສຳເລັດການຝຶກງານ ທີ່ ເຂື່ອນໄຟຟ້ານ້ຳລີກ 1-2

ນັກສຶກສາວິທະຍາໄລເຕັກນິກຊັບພະວິຊາ ສຳເລັດການຝຶກງານ ທີ່ ເຂື່ອນໄຟຟ້ານ້ຳລີກ 1-2

ນັກສຶກສາວິທະຍາໄລເຕັກນິກຊັບພະວິຊາ ສຳເລັດການຝຶກງານ ທີ່ ເຂື່ອນໄຟຟ້ານ້ຳລີກ  1-2
ບໍລິສັດ ນໍ້າ ແລະ ໄຟຟ້າ ແຫ່ງປະເທດຈີນ (CWE) ເຂື່ອນໄຟຟ້າ​ນ້ຳ​ລີກ 1-2 ​ໄດ້​ຈັດ​ພິທີມອບໃບຢັ້ງຍືນ​ສຳເລັດການຝຶກງານໃຫ້ແກ່ນັກສຶກສາຂອງ ວິທະຍາໄລ ຊັບພະວິຊາ ຈຳນວນ 5 ຄົນ ຂຶ້ນເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າລີກ 1-2 ຊຶ່ງມີ​ຄູ​-ອາຈານ ​ພະນັກງານ​ຂອງບໍລິສັດ​ເຂົ້າ​ຮ່ວມ.

 

ນັກສຶກສາຊຸດທີ 2 ທີ່ໄດ້ຝຶກອົບຮົມຢູ່ສະຖານທີ່ຝຶກງານດ້ານອຸດສາຫະກຳໄຟຟ້ານ້ຳຕົກທີ່ສ້າງຂຶ້ນໂດຍເຂື່ອນໄຟຟ້ານ້ຳລີກ 1-2 ແລະ ວິທະຍາໄລ ຊັບພະວິຊາ, ຜ່ານການເຂົ້າຮ່ວມຂະບວນການ ບຳລຸງຮັກສາເຂື່ອນໄຟຟ້າໃນທຸກຂັ້ນຕອນ, ນັກສຶກສາຝຶກງານກໍໄດ້ນຳເອົາຄວາມຮູ້ທາງດ້ານທິດສະດີສົມທົບກັບພາກປະຕິບັດຕົວຈິງ ເຮັດໃຫ້ພວກເຂົາໄດ້ມີການຍົກລະດັບຄວາມຮູ້ດ້ານວິຊາສະເພາະນີ້ຢ່າງຮອບດ້ານ. ນັກສຶກສາໄດ້ນໍາໃຊ້ການນໍາສະເໜີຮູບແບບ PPT ເພື່ອແບ່ງປັນປະສົບການ ແລະ ທັກສະທີ່ໄດ້ຮັບການຝຶກອົບຮົມ ແລະ ນັກສຶກສາໄດ້ກ່າວວ່າ: "ປະສົບການຝຶກງານໃນຄັ້ງນີ້ ບໍ່ພຽງແຕ່ໃຫ້ພວກເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບອຸດສາຫະກໍາໄຟຟ້ານ້ໍາຕົກ, ແຕ່ຍັງໄດ້ຮັບປະສົບການໃນການລົງປະຕິບັດຕົວຈິງຊຶ່ງເປັນປະສົບການທີ່ມີຄຸນຄ່າທີ່ສຸດ. ຄູຝຶກທີ່ເຂື່ອນໄຟຟ້າໄດ້ຢັ້ງຢືນເຖິງຜົນສຳເລັດຂອງນັກສຶກສາຝຶກງານໃນຫຼາຍໆດ້ານ, ພ້ອມນັ້ນຍັງໄດ້ບົ່ງຊີ້ເຖິງຂໍ້ບົກຜ່ອງ ແລະ ໄດ້ໃຫ້ຂໍ້ແນະນຳເພີ່ມເຕີມແກ່ນັກສຶກສາ. ຫົວໜ້າເຂື່ອນໄຟຟ້າ Tang Hongbing ໄດ້ກ່າວວ່າ: ນັກສຶກສາຝຶກງານກຸ່ມນີ້ໄດ້ສະແດງໃຫ້ເຫັນເຖິງຄຸນນະພາບດ້ານວິຊາຊີບ ແລະ ຄວາມສາມາດໃນການຮຽນຮູ້ທີ່ດີ ແລະ ມີຄວາມກະຕືລືລົ້ນໃນການເຮັດວຽກຢູ່ເຂື່ອນໄຟຟ້າ. ຫຼັງຈາກນັ້ນ, ເຂື່ອນໄຟຟ້າ ໄດ້ມອບໃບຢັ້ງຢືນການຝືກງານໃຫ້ແກ່ນັກສຶກສາ ຊຶ່ງເປັນຂີດ ໝາຍຜົນສຳເລັດໃນການຝຶກງານໄລຍະ 2 ເດືອນຂອງນັກສຶກສາ.

ເນື່ອງໃນໂອກາດວັນໄຫວ້ບັນພະບູລຸດ, ເຂື່ອນໄຟຟ້າຍັງໄດ້ຈັດກິດຈະກຳທາງວັດທະນະທຳທີ່ໄດ້ມີການສືບທອດກັນມາຢ່າງຍາວນານ. ໂດຍຜ່ານການເບິ່ງສາລະຄະດີກ່ຽວກັບວັດທະນະທຳໃນວັນໄຫວ້ບັນພະບູລຸດ, ສົ່ງເສີມໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຕົ້ນກຳເນີດ, ວິວັດທະນາການ, ຮີດຄອງປະເພນີ ແລະ ຄວາມໝາຍຂອງວັດທະນະທຳວັນໄຫວ້ບັນພະບູລຸດ. ໃນກິດຈະກຳການປັ້ນແປ້ງ Qingtuan, ພໍ່ຄົວສັນຊາດຈີນໄດ້ມີການສອນວິທີການປັ້ນແປ້ງດ້ວຍຕົນເອງ, ຈາກນັ້ນທຸກຄົນກໍໄດ້ແບ່ງກຸ່ມເພື່ອປັ້ນແປ້ງ Qingtuan ໄປນຳກັນ, ກິດຈະກຳນີ້ ຊ່ວຍໃຫ້ທຸກຄົນໄດ້ສຳຜັດເຖິງສະເໜ່ຂອງອາຫານພື້ນເມືອງຈີນ. ນັກສຶກສາຝຶກງານ Kang Sai ເວົ້າດ້ວຍຄວາມຕື່ນເຕັ້ນວ່າ: ການໄດ້ລົງມືເຮັດອາຫານພື້ນເມືອງຈີນດ້ວຍຕົວເອງເປັນປະສົບການທີ່ບໍ່ສາມາດລືມໄດ້, ພ້ອມກັບເຮັດໃຫ້ຕົນເອງເຂົ້າໃຈເຖິງວັດທະນະທໍາຈີນຢ່າງເລິກເຊິ່ງຫຼາຍຍິ່ງຂຶ້ນ" .

ນັບແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ, ບໍລິສັດ CWE ຍາມໃດກໍໃຫ້ຄວາມສໍາຄັນຕໍ່ການປູກຝັງ ເສີມສ້າງບຸກຄະລາກອນທ້ອງຖິ່ນ ແລະ ຕັ້ງໜ້າປະຕິບັດໜ້າທີ່ຕໍ່ສັງຄົມຂອງຕົນ. ໃນຕໍ່ໜ້າ, ບໍລິສັດ CWE ຈະສືບຕໍ່ເພີ່ມທະວີການຮ່ວມມືກັບວິທະຍາໄລພາຍໃນປະເທດ, ເພີ່ມທະວີໃນການເສີມສ້າງວິຊາການໃນສາຂາວິຊາສະເພາະ, ຊ່ວຍເຫຼືອພັດທະນາດ້ານການສຶກສາທ້ອງຖິ່ນ, ພ້ອມກັນນັ້ນກໍສ້າງເວທີການແລກປ່ຽນດ້ານວັດທະນະທຳອັນດີງາມເພື່ອຊຸກຍູ້ສາຍພົວພັນມິດຕະພາບລາວ - ຈີນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

(ຂ່າວ: ເຂື່ອນໄຟຟ້ານ້ຳລີກ 1-2)

ຄໍາເຫັນ

ຂ່າວສືກສາ-ກິລາ

ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ເພື່ອເປັນການສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 131 ປີ ໃຫ້ເປັນຂະບວນຟົດຟື້ນ. ດັ່ງນັ້ນ, ບັນດາການນຳ-ອະດີດການນຳພັກ-ລັດ, ຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ແລະ ການນຳນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນຫຼາຍຮ້ອຍຄົນ ຮ່ວມຍ່າງອອກກຳລັງກາຍ ເພື່ອສຸຂະພາບ ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ ຜ່ານມາທີ່ປະຕູໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພຸດ ສິມມາລາວົງ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ຕາງໜ້າສະຫະພັນກິລາແຫ່ງຊາດລາວ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຜູ້ໃຫ້ການສະນັບສະໜູນພາກສ່ວນຕ່າງໆ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ແລະໂຄງການສົ່ງເສີມການຮຽນຮູ້ໜັງສື ໄລຍະ III (LEAPS III) ຫຼື ໂຄງການອາຫານທ່ຽງໃນໂຮງຮຽນຂອງແຂວງສະຫວັນນະເຂດ ເພື່ອມອບຕໍ່ແກ່ລັດຖະບານລາວເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ໂຣເບີດ ກຼີນ ຫົວໜ້າຝ່າຍແຜນງານຂອງອົງການບັນເທົາທຸກກາໂຕລິກ(CRS).
ສະຄລິບວິດີໂອ ສົ່ງເສີມການສຶກສາ ຈະເຜີຍແຜ່ກ່ອນເປີດສົກຮຽນໃໝ່ ເດືອນ ກັນຍານີ້

ສະຄລິບວິດີໂອ ສົ່ງເສີມການສຶກສາ ຈະເຜີຍແຜ່ກ່ອນເປີດສົກຮຽນໃໝ່ ເດືອນ ກັນຍານີ້

ສະຖາບັນວິທະຍາສາດການສຶກສາແຫ່ງຊາດ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມຂຽນສະຄລິບວິດີໂອ ສົ່ງເສີມການສຶກສາ ຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ ສວສ ໂດຍການເປັນປະທານຮ່ວມຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການ ສວສ ແລະ ທ່ານ ນາງ ເຮກາທີ (Hegarty) ເລຂາເອກສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຄະນະອໍານວຍການສູນພັດທະນາສື່ການຮຽນການສອນ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີທີມງານຈາກບັນດາກົມທີ່ກ່ຽວຂ້ອງ, ທີມງານແຜນງານບີຄວາ ແລະ ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ ລາວ ເຂົ້າຮ່ວມ.
ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ພິທີເຊັນສັນຍາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ (LAO-15) ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແລະ ບໍລິສັດອີລຊ່ອງ (ILSUNG) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ. ລົງນາມໃນຄັ້ງນີ້ ໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ອີ ຊັງຮອນ (Mr. LEE, Sang-Hyun) ຜູ້ອໍານວຍການບໍລິສັດ ILSUNG ສ ເກົາຫຼີ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຈອງຢອງຊູ ເອກອັກຄະລະຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີອະທິການບໍດີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນພ້ອມກັນ ໃນວັນທີ 18 ມິຖຸນາ ນີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ,ຄະນະຜູ້ບໍລິຫານການສຶກສາ, ຫ້ອງການສຶກສາທິການ-ກິລາເມືອງ, ອຳນວຍການໂຮງຮຽນ, ກຳມະການຍາມຫ້ອງສອບເສັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ7) ປະຈຳສົກຮຽນ 2024-2025 ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.
ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ສົກຮຽນ 2024-2025 ຂອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນໂຮງຮຽນ ມໍ ປາຍທ່າແຂກ, ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ພິທີເປີດຫົວບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງຮຽນ ມສ ຂີ້ນາກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ.
ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ - ການປົກຄອງຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 16 ມິຖຸນາ ນີ້ ທີ່ ສປສສ, ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຂຸນສຸວັນ ສຸທຳມະວົງຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຂອງສານປະຊາຊົນສູງສຸດ ແລະ ບັນດານັກສໍາມະນາກອນ ເຂົ້າຮ່ວມ.
ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກເຄິ່ງ ລາວ-ຊູແອດ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ໂປລິດເທັກ ນັກກິລາຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ຄອງຂັນຊະນະເລີດ ໃນການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025 ໄດ້ຮັບຂັນຊະນະເລີດ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ ສ່ວນອັນດັບທີ 2 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ.
ເພີ່ມເຕີມ