ນັກຖີບເກືອບ 500 ຄົນ ເຂົ້າຮ່ວມໃນງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ

ນັກຖີບເກືອບ 500 ຄົນ ເຂົ້າຮ່ວມໃນງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ
ງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ ຄັ້ງທີ 2 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ ຜ່ານມາ ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຊຶ່ງມີບັນດາການນຳຂອງທັງສອງແຂວງ ລວມເຖິງນັກຖີບທັງມືອາຊີບ ແລະນັກຖີບເພື່ອການທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ ໃຫ້ກຽດຕ້ອນຮັບຄາຣາວານໃນຄັ້ງນີ້ໂດຍທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຈັດງານ, ຝ່າຍຣາຊະອານາຈັກໄທ ນຳພາໂດຍທ່ານ ວໍຣະຢານ ບຸນນະລາດ ຜູ້ວ່າຣາຊະການແຂວງມຸກດາຫານ ແລະກົງສູນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງ.
ທ່ານ ນາງ ຫຼິງທອງ ແສງຕາວັນ ມີຄຳເຫັນໃນໂອກາດກ່າວເປີດຂະບວນຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ ຄັ້ງທີ 2 ວ່າ: ນະໂອກາດນີ້, ຂໍແຈ້ງມາຍັງບັນດາທ່ານຮັບຊາບວ່າ: ສປປ ລາວ ຈະໄດ້ເປີດປີທ່ອງທ່ຽວລາວ 2024 ໂດຍແຂວງສະຫວັນນະເຂດ ໄດ້ມີການກະກຽມບັນດາແຜນງານພັດທະນາ ແລະສົ່ງເສີມການທ່ອງທ່ຽວ ແລະໜຶ່ງໃນວຽກງານສົ່ງເສີມການທ່ອງທ່ຽວນັ້ນ ກໍຈະໄດ້ປະສານສົມທົບ ແລະການຮ່ວມມື ລະຫວ່າງ 2 ແຂວງ 3 ປະເທດ ສະຫວັນນະເຂດ(ສປປ ລາວ)-ມຸກດາຫານ(ຣາຊະອານາຈັກໄທ)-ກວາງຈິ(ສສ ຫວຽດ ນາມ) ຕາມບົດບັນທຶກການຮ່ວມມື  ໂດຍຈຸດປະສົງ ແລະເປົ້າໝາຍຫຼັກ ແມ່ນແນໃສ່ການສົ່ງເສີມການທ່ອງທ່ຽວຮ່ວມກັນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ການຈັດກິດຈະກໍາທ່ອງທ່ຽວໃນໂຄງການຄາຣາວານລົດຖີບ 2 ຝັ່ງຂອງຄັ້ງນີ້ ແມ່ນເປັນງານປະຈໍາປີຂອງແຂວງສະຫວັນນະເຂດ-ມຸກດາຫານ ທີ່ໄດ້ມີການຮ່ວມມືກັນ ແລະປະສົບຜົນສໍາເລັດທາງດ້ານການໂຄສະນາປະຊາສໍາພັນການທ່ອງທ່ຽວ, ແລກປ່ຽນວັດທະນະທໍາ ຕິດພັນກັບການກະຕຸກຊຸກຍູ້ທາງດ້ານເສດຖະກິດ ແລະທຸລະກິດການທ່ອງທ່ຽວ ລະຫວ່າງ 2 ປະເທດ ລາວ-ໄທ  ໃຫ້ດີຂຶ້ນເທື່ອລະກ້າວ.
    ໂອກາດນີ້, ທ່ານ ໂພສີສອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ສະຫວັນນະເຂດ ຮອງປະທານຈັດງານ ໄດ້ລາຍງານໃຫ້ຮູ້ວ່າ: ກິດຈະກໍາຄັ້ງນີ້ ເປັນການເລີ່ມຕົ້ນຂອງຫຼາຍໆກິດຈະກໍາ ທີ່ທາງແຂວງສະຫວັນນະເຂດ ຈັດຂຶ້ນເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024; ງານຄາຣາວານລົດຖີບ 2 ຝັ່ງຂອງໃນປີນີ້ ມີຜູ້ເຂົ້າຮ່ວມທັງໜົດ 473 ຄັນ, ໃນນີ້ ມີນັກຖີບຈາກຝັ່ງໄທ ໂດຍສະເພາະແຂວງມຸກດາຫານຈຳນວນ 350 ຄັນ(ນອນຄ້າງຄືນ 130 ຄັນ/ຄົນ) ແລະແຂວງສະຫວັນນະເຂດ ຈຳນວນ 123 ຄັນ/ຄົນ(ມາຈາກກຸ່ມລົດຖີບນະຄອນຫຼວງວຽງຈັນ-ຄໍາມ່ວນ-ສະຫວັນນະເຂດ, ສະຫະພັນລົດຖີບແຂວງ ແລະບັນດາກຸ່ມລົດຖີບພາຍໃນແຂວງ) ຊຶ່ງຂະບວນຄາຣາວານລົດຖີບ 2 ຝັ່ງຂອງ ໄດ້ເລີ່ມຕົ້ນແຕ່ຂົວມິດຕະພາບ 2 ແລ້ວມາລ້ຽວທີ່ວົງວຽນໄດໂນເສົາ, ໄປຕາມເສັ້ນທາງໄກສອນພົມວິຫານ(ທາງອາ 1) ລ້ຽວຂວາບໍລິເວນວົງວຽນອາຊຽນ ແລ້ວແວ່ພັກຜ່ອນດື່ມນ້ຳ ແລະຖ່າຍຮູບທີ່ສວນສາທາລະນະໄກສອນພົມວິຫານ. ຈາກນັ້ນ, ຈຶ່ງຖີບລົດຕໍ່ຜ່ານວົງວຽນກອງໃຫຍ່ມຸ່ງໜ້າສູ່ຕົວເມືອງ ຊຶ່ງຕະຫຼອດການເດີນທາງ, ຈະຊົມທັດສະນີຍະພາບຂອງນະຄອນໄກສອນພົມວິຫານ ກໍຄືຕົວເມືອງເກົ່າຂອງເມືອງຄັນທະບູລີ, ສໍາຜັດກັບປະເພນີ ແລະສິລະປະຂອງຊາວນະຄອນ ພ້ອມນັ້ນ, ກໍຍັງໄດ້ຂີ່ລົດລຽບຕາມແຄມຂອງ ແລ້ວແວ່ພັກຖ່າຍຮູບ ແລະກາບໄຫວ້ພະຍານາກແຄມຂອງ(ໜ້າວັດໃຫຍ່) ຕໍ່ຈາກນັ້ນ, ຈຶ່ງເດີນທາງຕໍ່ມາຍັງຫໍພິພິທະພັນແຂວງສະຫວັນນະເຂດ ທີ່ເປັນຈຸດຕ້ອນຮັບຄາຣາວານຄັ້ງນີ້ ຊຶ່ງໄດ້ຈັດໃຫ້ມີພິທີບາສີສູ່ຂວັນ, ຮ່ວມພາເຂົ້າສາມັກຄີ, ຮັບຊົມສິລະປະ-ວັນນະຄະດີ  ແລະກິດຈະກຳຕ່າງໆທີ່ໜ້າສົນໃຈ ໄວ້ຕ້ອນຮັບບັນດາທ່ານແຂກ ແລະນັກທ່ອງທ່ຽວ. 
ຂ່າວ:ສະຫວັນນະເຂດ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ