JNTO ຍັງລະບຸວ່າ: ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນຫຼັງຈາກເກີດຂໍ້ຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ ກັບ ອີຣານ ແລະ ການຍົກເລີກຖ້ຽວບິນທີ່ເກີດຈາກພາຍຸໄຕ້ຝຸ່ນຫຼາຍລູກ ໄດ້ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງ.
ບົດລາຍງານເປີດເຜີຍວ່າ: ສ ເກົາຫຼີ ຢູ່ໃນອັນດັບທຳອິດ ດ້ວຍນັກທ່ອງທ່ຽວ 850,500 ຄົນ, ເພີ່ມຂຶ້ນ 28.7%, ຕິດຕາມດ້ວຍນັກທ່ອງທ່ຽວໄຕ້ຫວັນ (ຈີນ) ທີ່ມີ 666,000 ຄົນ, ເພີ່ມຂຶ້ນ 7.3%.
ໃນຂະນະດຽວກັນ, ນັກທ່ອງທ່ຽວຮົງກົງ (ຈີນ) ມີຈຳນວນ 247,300 ຄົນ, ເພີ່ມຂຶ້ນ 9.4%; ສະຫະລັດ ອາເມຣິກາ ມີ 197,400 ຄົນ, ເພີ່ມຂຶ້ນ 1.5% ແລະ ອີຕາລີ 47,300 ຄົນ, ເພີ່ມຂຶ້ນ 15.1%.
ສ່ວນຈຳນວນນັກທ່ອງທ່ຽວອົສຕຣາລີຫຼຸດລົງ 7.4% ມາຢູ່ທີ່ 38,200 ຄົນ. JNTO ໄດ້ກ່າວວ່າສິ່ງນີ້ເປັນຍ້ອນລາຄາສິນຄ້າ ແລະ ການບໍລິການພາຍໃນປະເທດທີ່ເພີ່ມຂຶ້ນ ຊຶ່ງເຮັດໃຫ້ພົນລະເມືອງມີທ່າອ່ຽງຫຼຸດການເດີນທາງໄປຕ່າງປະເທດ.
ຈຳນວນນັກທ່ອງທ່ຽວຈາກປະເທດໄທຫຼຸດລົງ 9.3% ມາຢູ່ທີ່ 32,200 ຄົນ. ໂດຍໂຕເລກຂອງປີກາຍນີ້ເພີ່ມຂຶ້ນຍ້ອນວັນພັກທ້າຍອາທິດຍາວ 4 ມື້ໃນປະເທດໄທ.
ຄໍາເຫັນ