ນັກໂທດຄ້າຍຄຸມຂັງ-ດັດສ້າງແຂວງຫຼວງພະບາງ ໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ

ນັກໂທດຄ້າຍຄຸມຂັງ-ດັດສ້າງແຂວງຫຼວງພະບາງ ໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ

ນັກໂທດຄ້າຍຄຸມຂັງ-ດັດສ້າງແຂວງຫຼວງພະບາງ ໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ຈັດພິທີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພັນເອກ ທາ ລຽນປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະບັນຊາຄ້າຍຄຸມຂັງ-ດັດສ້າງ, ຄະນະກຳມະການຂັ້ນແຂວງ ແລະ ຄະນະຮັບຜິດຊອບອະໄພຍະໂທດເຂົ້າຮ່ວມ.
ນກໂທດຄາຍຄມຂງ-ດດສາງແຂວງຫວງພະບາງ ໄດຮບການປອຍຕວກອນກຳນດໂດຍມເງອນໄຂ - image 1
 

 

ທ່ານ ພັນໂທ ສິງທອງ ຫຼ້າອິນແກ້ວ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງ ກ່າວວ່າ: ນັກໂທດທີ່ໄດ້ຮັບການປ່ອຍຕົວຄັ້ງນີ້ມີທັງໝົດ 13 ຄົນ, ເປັນການປ່ອຍຕົວກ່ອນກຳນົດໂດຍມີເງື່ອນ ໄຂຕາມແນວທາງນະໂຍບາຍຂອງພັກ-ລັດ ຕໍ່ບຸກຄົນທີ່ມີການປ່ຽນແປງທັດສະແນວຄິດ, ມີຄວາມຮູ້ສຶກກິນແໜງ ແຄງໃຈຕໍ່ການກະທຳຜິດຂອງຕົນ, ໂດຍຜ່ານການຄັດເລືອກຂຶ້ນບັນຊີຢ່າງໂປ່ງໃສ, ຄັດເລືອກໄດ້ນັກໂທດຜູ້ທີ່ຫ້າວຫັນປະຕິບັດລະບຽບຄ້າຍຄຸມຂັງຢ່າງເຂັ້ມງວດ ແລະ ຈິງໃຈໄຊ້ແທນຄ່າເສຍຫາຍ, ຄ່າປັບໄໝຕາມຄຳຕັດສິນຂອງສານ.

ນກໂທດຄາຍຄມຂງ-ດດສາງແຂວງຫວງພະບາງ ໄດຮບການປອຍຕວກອນກຳນດໂດຍມເງອນໄຂ - image 2
 

ໂອກາດນີ້, ທ່ານ ພັນເອກ ທາ ລຽນປະດິດ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ຄະນະບັນຊາ ແລະ ພະນັກ ງານ-ນັກຮົບພາຍໃນຄ້າຍຄຸມຂັງ-ດັດສ້າງ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມ ເຮັດວຽກງານການເມືອງແນວຄິດໃຫ້ນັກໂທດ, ຜູ້ຕ້ອງຫາ, ດັດສ້າງຈົນສາມາດເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ຮຽກຮ້ອງໃຫ້ນັກໂທດຜູ້ທີ່ໄດ້ຮັບການປ່ອຍຕົວກ່ອນກຳນົດໃນຄັ້ງນີ້, ພາຍຫຼັງອອກໄປໃຊ້ຊີວິດໃນສັງຄົມ ຈົ່ງຕັ້ງໃຈຝຶກຝົນຫຼໍ່ຫຼອມ ພັດທະນາຊີວິດການເປັນຢູ່ຂອງຕົນ, ດຳລົງຊີວິດ ແລະສ້າງເສດຖະກິດຄອບຄົວດ້ວຍຄວາມສັດຊື່ບໍລິສຸດ, ປະຕິບັດຕົນໃຫ້ຢູ່ພາຍໃຕ້ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ.

ຂ່າວ: ຮອ ນາງ ມະໄລວັນ ລັດສະໝີ; ພາບ: ຮຕ ບັນສິດທິ - ສທ ສຸລິສາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເອັດຊີຈີ SCG ເຂົ້າອວຍພອນໜັງສືພິມປະຊາຊົນ

ບໍລິສັດ ເອັດຊີຈີ SCG ເຂົ້າອວຍພອນໜັງສືພິມປະຊາຊົນ

ເນື່ອງໃນໂອກາດວັນສື່ມວນຊົນ, ວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ (13/8 /1950 - 13/8/2026) ບໍລິສັດ ເອັດຊີຈີ (SCG) ນຳໂດຍທ່ານ ນາງ ໂອບບຸນ ແຍ້ມສິລິກຸນ ພ້ອມດ້ວຍຄະນະ ຕາງໜ້າບໍລິສັດໄດ້ມາອວຍພອນໜັງສືພີມປະຊາຊົນ ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ ໃນວັນທີ 13 ສິງຫານີ້ ທີ່ໜັງສືພີມປະຊາຊົນ.
ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ກອງປະຊຸມສະຫຼຸບການດໍາເນີນທຸລະກິດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ, ຮອງກົມ, ຮອງຜູ້ອໍານວຍການໃຫຍ່ ໄຟຟ້າລາວ, ມີອໍານວຍການ ບໍລິສັດໃນເຄືອ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ໃນວັນທີ 12 ສິງຫາຜ່ານມາ ຢູ່ທີ່ບ້ານນໍ້າດີ ຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ໄດ້ມີທັງພາກລັດ, ເອກະຊົນ ແລະ ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ທຶນຮອນຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ ເມື່ອວັນທີ 11 ສິງຫາ ທີ່ຜ່ານມາ.
ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ). ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ວສລ ໄດ້ໃຫ້ສໍາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ ວສລ ໂດຍໄດ້ຍົກໃຫ້ເຫັນບົດບາດສໍາຄັນຂອງສື່ມວນຊົນ ສື່ມວນຊົນເປັນອາວຸດອັນແຫຼມຄົມ ທີ່ໄດ້ປະກອບສ່ວນຢ່າງສຳຄັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ; ຍົກໃຫ້ເຫັນວຽກງານອັນພົ້ນເດັ່ນ ວສລ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະໃນໄລຍະມໍ່ໆນີ້ ແມ່ນໄດ້ໂຄສະນາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ (ຄັ້ງທີ XI, XII), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ຄັ້ງທີ IX, X), ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າວຽກດີຄົນເດັ່ນ ແລະ ການສົ່ງເສີມຜະລິດຕະພັນພາຍໃນ. ພ້ອມນັ້ນ, ຍັງໄດ້ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຢ່າງກວ້າງຂວາງ.
ກອງຈາລະຈອນ ປກສ ເມືອງໂຂງ ສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ

ກອງຈາລະຈອນ ປກສ ເມືອງໂຂງ ສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ

ວັນທີ 12 ສິງຫາ 2026 ນີ້, ກອງຈາລະຈອນທີ່ຂຶ້ນກັບພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສຶກສາອົບຮົມກຸ່ມໄວໜຸ່ມ ທີ່ມີພຶດຕິກຳຂັບຂີ່ລົດສ່ຽງອຸບັດເຫດ ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດສົ່ງສຽງດັງກວນເມືອງ ຈຳນວນ 13 ຄົນ (ຍິງ 1 ຄົນ). ໃຫ້ການສຶກສາອົບຮົມໂດຍທ່ານ ພັນຕີ ກິດຕິພັນ ພົມມາລາ ຮອງພະແນກຕຳຫຼວດ ຮັບຜິດຊອບກອງຈາລະຈອນ ກອງບັນຊາການ ປກສ ເມືອງໂຂງ, ພ້ອມດ້ວຍ ພະນັກງານວິຊາສະເພາະ, ອຳນາດການປົກຄອງ, ພໍ່ ແມ່ຜູ້ປົກຄອງ ແລະ ນັກຂັບຂີ່ທີ່ລະເມີດລະບຽບ ເຂົ້າຮ່ວມ.
ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ຈນກ) ກະຊວງອຸດສາ ຫະກຳ ແລະ ການຄ້າ ຮ່ວມກັບທະນາຄານ ພັດທະນາອາຊີ (ADB) ແລະ ຄູ່ຮ່ວມພັດທະນາອື່ນໆ ໄດ້ຈັດພິທີເປີດໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ຢ່າງເປັນທາງການ ໃນວັນທີ 11 ສິງຫາ ຜ່ານມາ ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ວັນທີ 13 ສິງຫາ 2026 ນີ້, ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026, ໂດຍການເປັນກ່ຽດເຂົ້າຮ່ວມ ຂອງສະຫາຍ ພັນເອກ ວັນເຮືອງ ສິວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນນາທິການ, ຄະນະໜ່ວຍຊາວໜຸ່ມ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ປະກາດການຈັດຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ປະກາດການຈັດຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ປະກາດການຈັດຕັ້ງ ພາຍໃນ ສນຊ ຂຶ້ນໃນວັນທີ 13 ສິງຫານີ້ ທີ່ ສນຊ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີບັນດາຮອງປະທານ ສນຊ, ຜູ້ປະຈໍາການ ແລະ ບໍ່ປະຈໍາການ ສນຊ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາ-ຮອງເລາຂາໜ່ວຍພັກ, ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ທ່ານ ນາງ ບຸນນານ ບຸນນະແສງ, ໄດ້ມີ ທັດສະນະຕໍ່ ສື່ມວນຊົນລາວ ແລະ ການພິມຈຳໜ່າຍ

ທ່ານ ນາງ ບຸນນານ ບຸນນະແສງ, ໄດ້ມີ ທັດສະນະຕໍ່ ສື່ມວນຊົນລາວ ແລະ ການພິມຈຳໜ່າຍ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 ຫາ 13 ສິງຫາ 2026), ທ່ານ ນາງ ບຸນນານ ບຸນນະແສງ, ພະນັກງານບຳນານ ແລະ ອະດີດຫົວໜ້າ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອັດຕະປື ໄດ້ໃຫ້ທັດສະນະວ່າ: ຕະຫຼອດໄລຍະ 76 ປີ ສື່ມວນຊົນລາວໄດ້ມີການກຳເນີດ, ສ້າງຕັ້ງ ແລະ ພັດທະນາມາຢ່າງຕໍ່ ເນື່ອງ ຈາກສື່ສິ່ງພິມ ມາສູ່ ວິທະຍຸ, ໂທລະພາບ, ສື່ອິເລັກໂຕຣນິກ ແລະ ສື່ອອນລາຍ. ໃນປີ 1950 ສື່ມວນຊົນລາວ ໂດຍສະເພາະ ໜັງສືພິມ “ລາວອິດສະຫຼະ” ສະບັບກຳເນີດ ໄດ້ຖືກກຳເນີດຂຶ້ນຢູ່ເມືອງວຽງໄຊ ແຂວງຫົວພັນ. ຈາກ ນັ້ນມາ ວຽກງານສື່ມວນຊົນໄດ້ພັດທະນາຕາມຍຸກສະໄໝ ແລະ ປັດຈຸບັນສື່ເກົ່າໄດ້ປະສົມປະສານກັບສື່ໃໝ່ ເຮັດ ໃຫ້ການນໍາສະເໜີຂ່າວສານສາມາດເຂົ້າເຖິງປະຊາຊົນໄດ້ກວ້າງຂວາງ ແລະ ວ່ອງໄວຂຶ້ນ.
ຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ

ຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ

ໃນວັນທີ 11 ສິງຫາຜ່ານມານີ້ ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ ແລະ ຂະແໜງໂຄງລ່າງພື້ນຖານຂໍ້ມູນຂ່າວສານ. ໂດຍການເປັນປະທານ ຂອງທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາທ່ານ ຜູ້ຕາງໜ້າຈາກກະຊວງ, ອົງການທຽບເທົ່າ, ສະຖາບັນການເງິນ, ຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ລັດວິສາຫະກິດ, ຜູ້ຊ່ຽວຊານ, ແຂກຜູ້ມີກຽດ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມສໍາມະນາ ຈຳນວນ 100 ກວ່າທ່ານ.
ເພີ່ມເຕີມ