ນໍາສະເໜີລົດ(ກາດສ)ພ້ອມສະໜອງການທ່ອງທ່ຽວ ຍູ້ແຮງຄວາມພ້ອມແກ່ປີທ່ອງທ່ຽວລາວ

ນໍາສະເໜີລົດ(ກາດສ)ພ້ອມສະໜອງການທ່ອງທ່ຽວ ຍູ້ແຮງຄວາມພ້ອມແກ່ປີທ່ອງທ່ຽວລາວ
ບໍລິສັດ ລີນາ ຈະເລີນການຄ້າ ຈໍາກັດ ຜູ້ດຽວ ຮ່ວມກັບ ບໍລິສັດ ຮ່ວມພັດທະນາການລົງທຶນ ລາວ ຈໍາກັດ ຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ຈັດງານນໍາສະເໜີລົດ ຍີ່ຫໍ້ ກາດສ (GAZ) ຊຶ່ງເປັນລົດ ສັນຊາດ ຣັດເຊຍ ຂຶ້ນໃນວັນທີ 4 ພະຈິກ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ເປັນກຽດເຂົ້າຮ່ວມງານໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ວະລາດີເມຍ ກາລີນິນ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາທ່ານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ນັກທຸລະກິດໜຸ່ມ ແຫ່ງຊາດລາວ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ກ່າວເປີດງານວ່າ: ສະມາຄົມນັກທຸລະກິດໜຸ່ມ ກໍຄືບໍລິສັດ ຮ່ວມພັດທະນາການລົງທຶນ ລາວ ຈໍາກັດ ໄດ້ຮ່ວມກັບ ບໍລິສັດ ລີນາ ຈະເລີນການຄ້າ ຈໍາກັດ ຜູ້ດຽວ ທີ່ມີປະສົບການໃນການນໍາເຂົ້າ ແລະ ຈໍາໜ່າຍລົດ ໄປປຶກສາຫາລືກັບບໍລິສັດ ກາດສ ຣັດເຊຍ ທີ່ມີສາຂາຢູ່ ສສ ຫວຽດນາມ ເພື່ອນໍາເຂົ້າລົດຍີ່ຫໍ້ດັ່ງກ່າວ ຊຶ່ງບໍລິສັດ ກາດສ ມີປະຫວັດສາດໃນອຸດສາຫະກຳລົດຍົນຫຼາຍກວ່າ 92 ປີ ແລະ ປັດຈຸບັນກໍໄດ້ພັດທະນາເຕັກໂນໂລຊີ ທີ່ເປັນນະວັດຕະກຳໃໝ່ຂອງລົດ ເພື່ອຮັບໃຊ້ແກ່ການຜະລິດ, ການທ່ອງທ່ຽວ, ການຂົ່ນສົ່ງສິນຄ້າ ແລະ ໂດຍສານສາທາລະນະ ໂດຍມີຕະຫຼາດສົ່ງອອກກວ່າ 43 ປະເທດໃນໂລກ. ທ່າມກາງສະພາບການຂອງປະເທດເຮົາ ທີ່ກຳລັງຫັນເປັນປະເທດແຫ່ງການຄ້າ-ການທ່ອງທ່ຽວ ໂດຍສະເພາະປີ 2024 ທີ່ຈະມາເຖິງ, ລົດຍີ້ຫໍ້ ກາສ ທີ່ເປັນພາຫະນະຮັບໃຊ້ແກ່ການທ່ອງທ່ຽວ ຊຶ່ງນອກຈາກຈະເໝາະກັບການເດີນທາງໃນສະພາບພື້ນຖານໂຄງລ່າງຂອງລາວ ກໍຍັງມີລາຄາທີ່ເໝາະສົມ ແລະ ຖືກກວ່າລົດຍີ່ຫໍ້ອື່ນ. ນອກຈາກນັ້ນ, ບໍລິສັດ ກໍຍັງໄດ້ຮ່ວມກັບບັນດາທະນາຄານທຸລະກິດ, ສະຖາບັນການເງິນ ເພື່ອໃຫ້ບັນດາບໍລິສັດນໍາທ່ຽວ ສາມາດເຂົ້າຫາແຫຼ່ງທຶນ ມາຊື້ລົດໄປໃຊ້ ຍູ້ແຮງອຸດສາຫະກຳການທ່ອງທ່ຽວໄດ້. ພ້ອມນີ້, ໃນຕໍ່ໜ້ານີ້ ກໍຍັງຈະມີການນໍາເຂົ້າອາໄຫຼ່, ມີສູນສ້ອມແປງ ແລະ ມີວິຊາການຈາກ ຣັດເຊຍ ມາປະຈໍາຢູ່ລາວ ເພື່ອໃຫ້ການບໍລິການ (ປັດຈຸບັນສູນບໍລິການຫຼັງການຂາຍ ແມ່ນຢູ່ ດານັງ ສສ ຫວຽດນາມ).
    ທ່ານ ມະໄລທອງ ກົມມະສິດ ກໍໄດ້ມີຄໍາເຫັນວ່າ: ງານຄັ້ງນີ້, ເປັນສັນຍານທີ່ສະແດງເຖິງຂີດໝາຍສຳຄັນ ທີ່ຈະປະກອບສ່ວນໃຫ້ແກ່ການຮ່ວມມືທາງດ້ານເສຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ລາວ-ຣັດເຊຍ ໃຫ້ຫຼາຍຂຶ້ນຕື່ມ ຊຶ່ງຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ. ການຮ່ວມມືລະຫວ່າງ ບໍລິສັດລາວ ແລະ ບໍລິສັດ ຣັດເຊຍ ຄັ້ງນີ້, ຈະເປັນການປະກອບສ່ວນໃຫ້ແກ່ບໍລິມາດການຄ້າ-ການລົງທຶນ ລະຫວ່າງສອງປະເທດ ເພີ່ມຂຶ້ນ, ທັງເປັນການສົ່ງເສີມການຮ່ວມມືການໄປມາ-ຫາສູ່ ແລະ ການທ່ອງທ່ຽວຂອງປະຊາຊົນສອງປະເທດ ນັບມື້ເພີ່ມຂຶ້ນ; ຂະນະທີ່, ທ່ານ ວະລາດີເມຍ ກາລີນິນ ມີຄໍາເຫັນວ່າ: ຣັດເຊຍ-ລາວ ໃນປັດຈຸບັນ ຕ້ອງໄດ້ພະຍາຍາມຢ່າງສຸດຄວາມສາມາດ ເພື່ອເພີ່ມທະວີສາຍພົວພັນດ້ານເສດຖະກິດ-ການຄ້າ ຊຶ່ງການນຳເຂົ້າລົດຍີ່ຫໍ້ ກາດສ ມາລາວ ແມ່ນສັນຍານທີ່ດີ ທີ່ສະແດງໃຫ້ເຫັນວ່າສອງປະເທດ ມີການຮ່ວມມືດ້ານການຄ້າທີ່ດີ. 
    ພາຍໃນງານ, ໄດ້ມີການນຳສະເໜີລົດຍີ່ຫໍ້ ກາດສ ທີ່ມີຫຼາກຫຼາຍຮຸ່ນ ທັງລົດຕູ້ ໂດຍສານນັກທ່ອງທ່ຽວ, ລົດເມ ທີ່ສາມາດນຳສົ່ງນັກທ່ອງທ່ຽວໄດ້ເປັນຈຳນວນຫຼາຍ ແລະ ລົດບັນທຸກຂະໜາດນ້ອຍ, ລົດບັນທຸກໜັກ ຊຶ່ງບັນດາລົດຍີ່ຫໍ້ ກາດສ ເຫຼົ່ານີ້ມາພ້ອມກັບນະວັດຕະກຳທີ່ລໍ້າສະໄໝ, ມີຄວາມປອດໄພສູງ ແລະ ການອອກແບບທີ່ໂດດເດັ່ນ ເພື່ອຄວາມສະດວກສະບາຍຂອງຜູ້ໂດຍສານ ແລະ ຜູ້ຂັບ. ສະເພາະງານນີ້, ແມ່ນໄດ້ເປີດໂຕລົດຫຼາຍຮຸ່ນມີຄື: GAZelle Next, GAZelle NEXT Combi Van, GAZelle NEXT Citiline, Sadko NEXT AWD, Sadko NEXT chassis ຊຶ່ງທາງບໍລິສັດຜູ້ຈຳໜ່າຍ ມີຮັບປະກັນ 3 ປີ, ມີສູນສ້ອມແປງ ແລະ ອາໄຫຼ່ຄົບວົງຈອນ ໃນລາຄາທີ່ສົມເຫດສົມຜົນ; ສາມາດຈ່າຍກ່ອນ 40% ຜ່ອນຈ່າຍ 6 ປີກັບທະນາຄານມາຣູຮານ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ