ນໍາໃຊ້ເຕັກນິກ-ເຕັກໂນໂລຊີ ເພື່ອຍົກສູງສະມັດຖະພາບຂອງຜົນຜະລິດ

ນໍາໃຊ້ເຕັກນິກ-ເຕັກໂນໂລຊີ ເພື່ອຍົກສູງສະມັດຖະພາບຂອງຜົນຜະລິດ
ໂດຍ: ສ.ບຸດປະຊາ
    ລັດຖະບານ ແຫ່ງ ສປປ ລາວ ໄດ້ມີນະໂຍບາຍເພື່ອຊຸກຍູ້, ສົ່ງເສີມ ຜູ້ຜະລິດ ແລະ ຜູ້ປະກອບການ ນໍາໃຊ້ເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການປູກພືດໃຫ້ເໝາະສົມກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ເປັນມິດກັບສິ່ງແວດລ້ອມ; ພ້ອມກັນນີ້, ກໍເພື່ອຍົກສູງສະມັດຖະພາບຂອງຜົນຜະລິດ, ຫຼຸດຜ່ອນຕົ້ນທຶນການຜະລິດ ສາມາດຜະລິດເປັນສິນຄ້າແຂ່ງຂັນກັບຕະຫຼາດພາຍໃນ ແລະ ສາກົນ.
    ນະໂຍບາຍດັ່ງກ່າວນັ້ນ, ໄດ້ຖືກກຳນົດເຂົ້າເປັນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ຊຶ່ງໄດ້ຮັບຮອງ ແລະ ປະກາດໃຊ້ ໂດຍດຳລັດ ເລກທີ 226/ນຍ, ລົງວັນທີ 10 ກໍລະກົດ 2023. ນະໂຍບາຍດັ່ງກ່າວນີ້, ແມ່ນນະໂຍບາຍຂໍ້ທີ 7 ໃນນະໂຍບາຍ 8 ຂໍ້ ຂອງນະໂຍບາຍແຫ່ງຊາດ ສະບັບດັ່ງກ່າວ; ເຫດຜົນສຳຄັນຄືໄລຍະຜ່ານມາ, ການນໍາໃຊ້ວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ ທີ່ສະອາດ ແລະ ທັນສະໄໝ ເຂົ້າໃນລະບົບການຜະລິດ-ການປຸງແຕ່ງພືດ ລວມທັງການສໍາຫຼວດ, ການເຝົ້າລະວັງ, ການປ້ອງກັນ ແລະ ຄວບຄຸມ ການລະບາດຂອງສັດຕູພືດ ຍັງຈໍາກັດ; ດ້ານບຸກຄະລາກອນ ກໍຍັງບໍ່ທັນມີຄວາມຮູ້ຄວາມສາມາດ ໃນການປະດິດ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານປູກຝັງ; ພ້ອມດຽວກັນນັ້ນ, ຜູ້ຜະລິດ, ຜູ້ປະກອບການ ແລະ ຊາວກະສິກອນ ຍັງບໍ່ທັນສາມາດຮັບຮູ້ ແລະ ນໍາໃຊ້ ເຕັກນິກນະວັດຕະກໍາໃໝ່. 
ນອກນີ້, ການເຂົ້າເຖິງ ແລະ ການນໍາໃຊ້ເຄື່ອງມື, ກົນຈັກທີ່ທັນສະໄໝ, ເຕັກໂນໂລຊີຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນໃຕ້ດິນ ແລະ ພະລັງງານຊີວະມວນ ເຂົ້າໃນການຜະລິດ ແລະ ປຸງແຕ່ງພືດ ຍັງຈໍາກັດ;ຜູ້ຜະລິດ ແລະ ຜູ້ປະກອບການ ທີ່ນໍາໃຊ້ເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ມີຄວາມຈໍາເປັນນໍາໃຊ້ພະລັງງານໄຟຟ້າຫຼາຍຂຶ້ນ ແຕ່ຕ້ອງໄດ້ຮັບພາລະຄ່າໃຊ້ຈ່າຍຄ່າກະແສໄຟຟ້າສູງ ໃນອັດຕາທີ່ແຕກຕ່າງກັນ ເຮັດໃຫ້ຕົ້ນທຶນສູງຂຶ້ນ.
ດ້ວຍເຫດ ແລະ ຜົນຂ້າງເທິງນັ້ນ, ລັດຖະບານຈຶ່ງໄດ້ສົ່ງເສີມໃຫ້ມີການນໍາໃຊ້ວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ, ກະສິກໍາອັດສະລິຍະ ຫຼື ໃນຮູບແບບຟາມອັດສະລິຍະ (Smart farm) ເຂົ້າໃນການຜະລິດ ແລະ ການປຸງແຕ່ງພືດ ຕິດພັນກັບການປ່ຽນແປງຂອງສະພາບດິນຟ້າອາກາດ ເພື່ອປະຢັດຕົ້ນທຶນ;ສົ່ງເສີມໃຫ້ມີການຄົ້ນຄວ້າ, ທົດລອງ ການນໍາໃຊ້ເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດ ໃຫ້ເໝາະສົມກັບແຕ່ລະເຂດແຄ້ວນ;ຊຸກຍູ້, ສົ່ງເສີມ ໃຫ້ຜູ້ຜະລິດ, ຜູ້ປະກອບການ ລົງທຶນໃສ່ການຜະລິດ-ການປຸງແຕ່ງພືດ ເພື່ອເປັນສິນຄ້າສົ່ງອອກ ທີ່ນໍາໃຊ້ເຕັກນິກ-ເຕັກໂນໂລຊີ, ນະວັດຕະກໍາໃໝ່, ເຄື່ອງມື, ອຸປະກອນ, ຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ທັນສະໄໝ;ອໍານວຍຄວາມສະດວກໃນການນໍາເຂົ້າພາຫະນະ, ເຄື່ອງມື ແລະ ອຸປະກອນ ທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອໃຊ້ເຂົ້າໃນວຽກງານຜະລິດພືດ.
ລັດຖະບານເຮົາ, ຍັງຊຸກຍູ້, ສົ່ງເສີມ ໃຫ້ມີການຜະລິດ, ການນໍາໃຊ້ ແລະ ການເຂົ້າເຖິງ ເຄື່ອງມື, ກົນຈັກທີ່ທັນສະໄໝ, ເຕັກໂນໂລຊີພະລັງງານທົດແທນທີ່ສະອາດ (ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມ ຮ້ອນໃຕ້ດິນ ແລະ ພະລັງງານຊີວະມວນ) ເຂົ້າໃນການຜະລິດ ແລະ ການປຸງແຕ່ງພືດ ໃຫ້ຫຼາຍຂຶ້ນ;ອອກນະໂຍບາຍຫຼຸດຜ່ອນຄ່າກະແສໄຟຟ້າກະສິກໍາ ຫຼື ເທົ່າກັບຄ່າກະແສໄຟຟ້າຊົນລະປະທານ ສໍາລັບ ການຜະລິດແບບເປັນຟາມ, ຟາມອັດສະລິຍະ (Smart farm), ສະຖານທີ່ປະກອບການຜະລິດ ຕາມການຜະລິດກະສິກໍາສະອາດ ແລະ ການປຸງແຕ່ງທີ່ດີ ທີ່ຢັ້ງຢືນ ແລະ ຮັບຮອງ ຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້.
ທັງໝົດນັ້ນ, ແມ່ນໜຶ່ງ ຂໍ້ນະໂຍບາຍ ໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ທີ່ກຳນົດຂຶ້ນເພື່ອເປັນແນວທາງ ໃນການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາ ຂະແໜງການປູກຝັງຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ຕິດພັນກັບການປູກຝັງທັນສະໄໝ, ສະອາດ, ປອດໄພ, ໃສ່ໃຈຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງ, ຍົກສູງສະມັດຖະພາບຂອງຜົນຜະລິດ ໃຫ້ສາມາດເປັນສິນຄ້າທີ່ມີຄຸນນະພາບ.

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ