ນາງ ພອນລິສາ ສິນລະປະກິດ ໄດ້ໃຫ້ສໍາພາດວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍທີ່ສາມາດຍາດໄດ້ຫຼຽນຄໍາ ແລະ ໄດ້ຮັບຂັນກຽດນິຍົມຂັ້ນສູງພິເສດຂອງໂອແລັມປິກໃນຄັ້ງນີ້ ແລະ ຄວາມພູມໃຈອີກຢ່າງໜຶ່ງກໍຄື ນາງ ແພັດຕີຍາ ສິນລະປະກິດ ຜູ້ເປັນເອື້ອຍກໍໄດ້ເຂົ້າຮ່ວມແຂ່ງຂັນ ວິຊາຄະນິດສາດໃນລະດັບຊັ້ນ ມ.5 ກໍສາມາດຍາດໄດ້ຫຼຽນທອງ ມາໃຫ້ ໂຮງຮຽນ ແລະ ປະເທດລາວເຊັ່ນກັນ. ໂອກາດດັ່ງກ່າວ ທັງສອງໄດ້ສະແດງຄວາມຂອບໃຈມາຍັງການຈັດຕັ້ງທຸກຂັ້ນ, ການນໍາທຸກທ່ານທີ່ສ້າງເງື່ອນໄຂ ແລະ ໂອກາດໃຫ້ພວກຂ້າພະເຈົ້າໄດ້ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້, ຂໍຂອບໃຈມາຍັງຄູ, ອາຈານ, ຜູ້ປົກຄອງ, ໝູ່ເພື່ອນໝົດທຸກຄົນທີ່ໃຫ້ຄວາມສະໜັບສະໜູນ ແລະ ໄດ້ນໍາພາພວກນ້ອງໄປເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ດ້ວຍ.
ງານໂອແລມັປິກແຂ່ງຂັນ ວິຊາຄະນິດສາດ ແລະ ວິທະຍາສາດສັງຄົມສາກົນ ຮອບສຸດທ້າຍທົ່ວໂລກສໍາລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມ (PHILIPPINE INTERNATIANAL MATH AND SCIENCE OLIMPICS (PIMSO) CLOBAL FINAL ROUND 2026) ຄັ້ງນີ້, ມີນັກຮຽນທັງໝົດ 1 ພັນກວ່າຄົນ ທີ່ມາຈາກ 10 ກວ່າປະເທດເຂົ້າຮ່ວມ. ພາຍຫຼັງທີ່ໄດ້ສໍາເລັດຈາກການແຂ່ງຂັນຮອບຄັດເລືອກຢູ່ປະເທດຂອງຕົນ. ໃນນັ້ນ, ມີນັກຮຽນຈາກປະເທດລາວ ຈໍານວນ 19 ຄົນ ຈາກຫຼາຍໂຮງຮຽນ ແລະ ເຂົ້າຮ່ວມແຂ່ງຂັນໃນລະດັບຊັ້ນຮຽນທີ່ແຕກຕ່າງກັນ ຊຶ່ງພວກເຂົາເຈົ້າຈໍານວນໜຶ່ງກໍສາມາດຍາດໄດ້ຫຼຽນລາງວັນມາໃຫ້ປະເທດລາວພວກເຮົາ.
(ຂ່າວ: ແສງຈັນ)
ຄໍາເຫັນ