ການແຂ່ງຂັນກິລາແລ່ນ-ລານ ມີການຊີງໄຊ 7 ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງເປັນເຈົ້າພາບ, ຊຶ່ງໃນຕອນເຊົ້າວັນທີ 17 ພະຈິກນີ້ ທີ່ສະໜາມກິລາຫຼັກ 16, ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດໄດ້ໃຫ້ສຳພາດວ່າ: ນ້ອງເອງແມ່ນລົງແຂ່ງລາຍການແລ່ນ-ລານ 10,000 ແມັດ ສາມາດຍາດໄດ້ຫຼຽນຄຳ ໃນເວລາ 42:43:38 ນາທີ, ກາຍເປັນຫຼຽນຄຳທີ 3 ຕໍ່ຈາກ ແລ່ນ 5,000 ແມັດ ແລະ ແລ່ນ 4x400 ແມັດປະສົມຍິງ-ຊາຍ, ຊຶ່ງນ້ອງເອງແມ່ນຮູ້ສຶກດີໃນຫຼາຍຊຶ່ງຍາດໄດ້ 3 ຫຼຽນຄໍາ ແລະ ກໍເປັນເປົ້າໝາຍທີ່ນ້ອງຄາດຫວັງໄວ້.
ນາງ ພູທະລັດ ອິນນຸດ ໃຫ້ຮູ້ວ່າ: ກ່ອນຈະໄດ້ຮັບຜົນສໍາເລັດທີ່ຕັ້ງໄວ້ນັ້ນຕົນເອງແມ່ນໃຊ້ເວລາຝຶກຊ້ອມຫຼາຍສົມຄວນ ແລະ ການອອກກຳລັງກາຍແມ່ນເປັນຜົນດີຕໍ່ຮ່າງເຮົາເອງ, ຝາກເຖິງຜູ້ທີ່ບໍ່ມັກອອກກຳລັງກາຍໃຫ້ຫັນມາອອກກຳລັງກາຍເພື່ອສຸຂະພາບ ແລະ ນ້ອງເອງຝາກຂອບໃຈຄູຝຶກທີ່ຝຶກຊ້ອມນ້ອງບໍ່ວ່າຈະຢູ່ທີ່ກອງທັບ ແລະ ສ່ວນຕົວທີ່ພະຍາຍາມຝຶກສອນນ້ອງຈົນໄດ້ປະສົບຜົນສຳເລັດໃນຄັ້ງນີ້.ຂ່າວ-ພາບ: ບຸນອູ້ມ
ຄໍາເຫັນ