ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມວາລະສົນທະນານະໂຍບາຍ ໃນເວທີປາໄສເສດຖະກິດໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ມິຖຸນາ ຜ່ານມາ, ໃນການເຂົ້າຮ່ວມວາລະສົນທະນານະໂຍບາຍ ຫົວຂໍ້ “ສັງກາດໃໝ່ຂອງ ຫວຽດນາມ: ຈາກວິໄສທັດໄປສູ່ການກະທຳ”, ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ ນະຄອນທຽນຊີນ ປະເທດຈີນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບຄຳຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງເສັ້ນທາງພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ວາລະສົນທະນາມີການເຂົ້າຮ່ວມຂອງທ່ານ ບອດ ເບຣດ (Borge Brende) ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ພ້ອມດ້ວຍຜູ້ແທນ 100 ກວ່າທ່ານ ຊຶ່ງເປັນຜູ້ຕາງໜ້າຂອງບັນດາລັດຖະບານ, ອົງການຈັດຕັ້ງ ແລະ ວິສາຫະກິດ.
ຂ່າວລະບຸວ່າ: ເມື່ອຕອບຄຳຖາມກ່ຽວກັບຜົນກະທົບຈາກສະພາບຄວາມສັບສົນຂອງພູມີສາດການເມືອງຕໍ່ການພັດທະນາຂອງ ຫວຽດນາມ, ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ: “ຫວຽດນາມ ມີຄວາມດຸ່ນດ່ຽງຍ້ອນອີງໃສ່ຫຼັກການແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ແຕ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ເດີນຕາມແນວທາງການປ້ອງກັນຊາດ 4 ບໍ່: ບໍ່ເຂົ້າຮ່ວມສຳພັນທະມິດດ້ານການທະຫານ, ບໍ່ໄປຕາມປະເທດນີ້, ຕ້ານຄືນປະເທດອື່ນ, ບໍ່ໃຫ້ປະເທດອື່ນນຳໃຊ້ຜືນແຜ່ນດິນຂອງປະເທດຕົນເພື່ອຕ້ານຄືນປະເທດທີ 3; ບໍ່ຖະແຫຼງ ແລະ ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ”.
ກ່ຽວກັບບັນດາບຸລິມະສິດດ້ານນະໂຍບາຍຂອງ ຫວຽດນາມ ເພື່ອຮັບປະກັນຄວາມເປັນເຈົ້າຕົນເອງທາງດ້ານເສດຖະກິດໃນຂະນະທີ່ສືບຕໍ່ເຊື່ອມໂຍງເຂົ້າເສດຖະກິດທົ່ວໂລກຢ່າງເລິກເຊິ່ງ, ທ່ານ ຟ້າມມິງຈິງ ຊີ້ແຈ້ງວ່າຫວຽດນາມ ກຳນົດວ່າ: ຢາກສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນອີງໃສ່ຊັບພະຍາກອນມະນຸດ ແລະ ອີງໃສ່ຊັບພະຍາກອນທຳມະຊາດຂອງ ຫວຽດນາມ, ອີງໃສ່ມູນເຊື້ອປະຫວັດສາດວັດທະນະທຳອັນສະຫງ່າອົງອາດໃນໄລຍະ4.000 ກວ່າປີ ເພື່ອສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຢັ້ງຢືນທັດສະນະແຫຼ່ງກຳລັງພາຍໃນແມ່ນພື້ນຖານ, ຍຸດທະສາດຍາວນານແມ່ນປັດໄຈຕັດສິນ, ແຕ່ແຫຼ່ງກຳລັງຈາກພາຍນອກກໍມີຄວາມສຳຄັນ, ບຸກທະລຸແມ່ນ: ທຶນຮອນ, ລະບອບລະບຽບການເສດຖະກິດການຕະຫຼາດ, ເຕັກໂນໂລຊີ, ການຄຸ້ມຄອງ ແລະ ແຫຼ່ງຊັບພະຍາກອນມະນຸດ.”
ຄໍາເຫັນ