ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເມືອງປາກທາ

ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເມືອງປາກທາ
ໃນຕອນບ່າຍ ວັນທີ 5 ກຸມພາ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງປາກທາ, ແຂວງບໍ່ແກ້ວ ທີ່ສະໂມສອນຂອງເມືອງດັ່ງກ່າວ ຊຶ່ງມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ; ທ່ານ ສຸໄລ ດວງຜາສຸກ ເຈົ້າເມືອງປາກທາ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ອົງການປົກຄອງບ້ານ ພາຍໃນເທດສະບານເມືອງປາກທາ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ໃນໂອກາດນີ້, ທ່ານເຈົ້າເມືອງປາກທາ ກໍໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງ ຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປະຈໍາປີ 2024 ຊຶ່ງອັນພົ້ນເດັ່ນ ເຫັນວ່າ ທົ່ວເມືອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ ຂະຫຍາຍຕົວໃນລະດັບ 2,59%, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 1,36 ຕື້ກີບ ເທົ່າກັບ 113% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 100% ຂອງແຜນການປີ; ລະບົບສາທາລະນະສຸກ ແລະ ລະບົບໄຟຟ້າ ກວມ 100% ຂອງຈໍານວນບ້ານທັງໝົດ, ອັດຕາການຊົມໃຊ້ນ້ຳສະອາດໃນຄົວເຮືອນກວມ 93,48%, ອັດຕາການຊົມໃຊ້ວິດຖ່າຍໃນຄົວເຮືອນກວມ 95,43%; ທຽບໃສ່ດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ, ປັດຈຸບັນ ທົ່ວເມືອງ ຍັງມີຄອບຄົວທຸກຍາກທັງໝົດ 895 ຄອບຄົວ, ມີບ້ານທຸກຍາກ 12 ບ້ານ; ມີຄອບ ຄົວພັດທະນາທັງໝົດ 1.738 ຄອບຄົວ. ນອກນັ້ນ, ທ່ານເຈົ້າເມືອງ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍ, ຄວາມເຊື່ອໝັ້ນຂອງສູນກາງພັກ ແລະ ລັດຖະບານ ມາສູ່ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງປາກທາ. ພ້ອມທັງ ມີຄຳເຫັນເຈາະຈີ້ມ ເຖິງສາເຫດຂໍ້ຄົງຄ້າງຈຳນວນໜຶ່ງ ແລະ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີຜ່ານມາ ຈົນຮອດປັດຈຸບັນ, ລວມທັງ ທ່າອ່ຽງທີ່ຈະເກີດຂຶ້ນໃນຕໍ່ໜ້າ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກໃຫ້ອົງການປົກຄອງເມືອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຊຸກຍູ້ຢ່າງແຂງແຮງ ໃນການຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກເປັນສິນຄ້າ ຫຼຸດຜ່ອນການນຳເຂົ້າສິນຄ້າ ຕິດພັນກັບສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ເພື່ອສ້າງມູນຄ່າເພີ່ມ; ເພີ່ມທະວີການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້ ໄປຄຽງຄູ່ກັບການຫັນວຽກງານດັ່ງກ່າວ ເປັນທັນສະໄໝ; ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການ ປະຢັດມັດທະຍັດ ແລະ ຕ້ານການຟຸ່ມເຟືອຍ ທີ່ໄດ້ວາງອອກ ໃຫ້ມີການຫັນປ່ຽນ ຢ່າງເປັນຮູບປະທຳຫຼາຍກວ່າເກົ່າ; ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ບັນດາເນື້ອໃນ ທີ່ໄດ້ກຳນົດໄວ້ ໃນວາລະດັ່ງກ່າວ, ພ້ອມທັງ ລົງເລິກວຽກງານໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຕິດພັນກັບການສຶກສາອົບຮົມການ ເມືອງແນວຄິດ ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສະພາບຄວາມເປັນຈິງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງພັກ ແລະ ລັດຖະບານ ກໍຄືອົງການປົກຄອງຂັ້ນຕ່າງໆ; ເອົາໃຈໃສ່ປ້ອງກັນບັນຫາໝອກຄວັນ ແຕ່ຫົວທີ ໂດຍພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໃຫ້ປະກົດຜົນເປັນຈິງ; ພ້ອມກັນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ບົນພື້ນຖານຍົກສູງຄວາມເປັນເອກະພາບ, ຮັບປະກັນຄວາມສາມັກຄີ, ໄດ້ເນື້ອໃນ, ເປັນຂະບວນການຟົດຟື້ນ, ມີປະສິດທິພາບ ແລະ ປະສິດທິຜົນ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຕາມທິດທີ່ກຳນົດໄວ້; ນຳໃຊ້ທ່າແຮງຂອງເມືອງ ເຂົ້າໃນການສ້າງເສດຖະກິດ ແລະ ພັດທະນາທ້ອງຖິ່ນຕ່າງໆ ໃຫ້ເກີດປະໂຫຍດສູງສຸດ; ສືບຕໍ່ປັບປຸງສະພາບແວດລ້ອມການດຳລົງຊີວິດພາຍໃນເມືອງ ກໍຄືຊຸມຊົນຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ໜ້າຢູ່ ແລະ ມີການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ; ປັບປຸງແບບແຜນການດຳລົງຊີວິດ ແລະ ວັດທະນະທຳ ທີ່ມີລັກສະນະກົດໜ່ວງຖ່ວງດຶງການພັດທະນາ ໄປສູ່ແບບແຜນດຳລົງຊີວິດທີ່ກ້າວໜ້າ ແລະ ມີຄຸນນະພາບສູງຂຶ້ນ; ພ້ອມກັນສົ່ງເສີມ ແລະ ຊົມໃຊ້ເງິນກີບ ເພື່ອປະກອບສ່ວນແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງ ເປັນກ້າວໆ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບງົບປະມານ, ເຄື່ອງນຸ່ງຫົ່ມກັນໜາວ ແລະ ອຸປະກອນກິລາຈຳນວນໜຶ່ງ ໃຫ້ເມືອງດັ່ງກ່າວ ເພື່ອນຳເອົາໄປແຈກຢາຍໃຫ້ປະຊາຊົນຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ ຕື່ມອີກ. (ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ເພີ່ມເຕີມ