ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສສ ຫວຽດນາມ
ໃນວັນທີ 9 ມິຖຸນາ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສິີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
ນາຍກລດຖະມນຕ ສປປ ລາວ ເຂາຢຽມຂານບ ເລຂາທການໃຫຍປະທານປະເທດ ແຫງ ສສ ຫວຽດນາມ - image 1
 

 

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ XVI ຜ່ານມາ, ທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ໃນເດືອນກຸມພາທີ່ຜ່ານມາ ແລະ ຕີລາຄາສູງທີ່ສະຫາຍຫວຽດນາມ ໄດ້ຈັດກອງປະຊຸມລະດັບສາກົນຕ່າງໆຜ່ານມາ ດ້ວຍຜົນສຳເລັດຢ່າງຈົບງາມ ອັນໄດ້ສ່ອງແສງໃຫ້ເຫັນເຖິງບົດບາດທີ່ພົ້ນເດັ່ນຂຶ້ນຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ນໍາເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສະຫາຍ ໂຕ ເລິມ ແລະ ບັນດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມທຸກສະຫາຍ. ນອກຈາກນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນໂດຍຫຍໍ້ຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ຊຶ່ງເຫັນວ່າສືບຕໍ່ມີການຂະຫຍາຍຕົວຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ, ໂດຍສະເພາະແມ່ນການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ອັນພົ້ນເດັ່ນແມ່ນ ສອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການແລກປ່ຽນການຢ້ຽມຢາມລັດຖະກິດຊຶ່ງກັນ ແລະ ກັນ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຂອງຕົນ ຊຶ່ງເປັນການຢືນຢັນຄືນເຖິງການຖືສຳຄັນ ແລະ ບຸລິມະສິດຕົ້ົນຕໍ ຕໍ່ສາຍພົວພັນ ແບບພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ເຫັນວ່າ ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ແລະ ມີຜົນສໍາເລັດສໍາຄັນຫຼາຍດ້ານ, ບັນດາໂຄງການຮ່ວມມືສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຊຶ່ງຫຼາຍໂຄງການຍຸດທະສາດ ມີຄວາມຄືບໜ້າຢ່າງຈະແຈ້ງ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການເມືອງໃຫ້ແໜ້ນແຟ້ນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງສຸດ; ເພີ່ມທະວີການຮັດແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໃນອະນາຄົດ; ເພີ່ມທະວີການຮ່ວມມືທາງດ້ານການສຶກສາ ເພື່ອຊ່ວຍສ້າງບຸກຄະລາກອນທີ່ມີຄຸນນະພາບແກ່ ສປປ ລາວ ໃຫ້ທ່ວງທັນກັບຍຸກສະໄໝໃໝ່; ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ຄົບຮອບ65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນປີ 2027 ທີ່ຈະມາເຖິງນີ້; ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມ ເພື່ອໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຂອງສອງປະເທດ ລາວ-ຫວຽດນາມ; ພ້ອມທັງສືບຕໍ່ປະສານງານກັນຢ່າງໃກ້ຊິດ ໃນການແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ນາຍກລດຖະມນຕ ສປປ ລາວ ເຂາຢຽມຂານບ ເລຂາທການໃຫຍປະທານປະເທດ ແຫງ ສສ ຫວຽດນາມ - image 2
 

ໃນໂອກາດດຽວກັນນີ້, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງດໍາລົງຕໍາ ແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດທີ່ສໍາຄັນຂອງສອງປະເທດໃຫ້ປະກົດຜົນເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ແນໃສ່ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ