ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ

ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ

ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ
ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ 5 ປີ 2026-2030 ໃນວັນທີ 6 ພຶດສະພານີ້
ນາຍກລດຖະມນຕເນນຫາຍບນຫາໃຫກະຊວງ ຍທຂ ສບຕເອາໃຈໃສເພອໃຫວຽກງານມການປຽນແປງຢາງຕງໜາ - image 1
 

ທີ່ຫໍປະຊຸມແຫ່ງຊາດ ໂດຍທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນໃຫ້ ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ ເພື່ອເຮັດໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ ຊຶ່ງທ່ານ ໄດ້ເນັ້ນໃຫ້ການນຳຂັ້ນສູນກາງ ແລະ ທ້ອງຖິ່ນຂອງຂະແໜງ ຍທຂ ທົ່ວປະເທດ ນໍາເອົາເນື້ອໃນທີ່ໄດ້ປຶກສາຫາລືກັນ ນໍາໄປກວດກາຄືນ ແລະ ນໍາພາເຮັດໃຫ້ແທດເຖິງຕົວຈິງ ເປັນຕົ້ນ: 1. ຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານ ຄົມມະນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບຊຸດ ເພື່ອເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໂດຍເຮັດຢ່າງມີຈຸດສຸມເນັ້ນໃສ່ ບັນດາ ເສັ້ນທາງສາຍຫຼັກທີ່ເປັນສາຍເລືອດຂອງເສດຖະກິດ 13 ເໜືອ ແລະ 13 ໃຕ້ ແລະ ເສັ້ນທາງອື່ນໆ ທີ່ໄດ້ກຳນົດໄວ້ໃນ ມະຕິຂອງ ລັດຖະບານ ສະບັບເລກທີ 05/ລບ ລົງວັນທີ 30 ມີນາ 2026 ລວມທັງການຈັດຕັ້ງປະຕິບັດ ມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC; ນອກນັ້ນ, ກໍໃຫ້ ກະຊວງ ຍທຂ ສົມທົບກັບ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຮ່ວມກັນຄົ້ນຄວ້າແຜນພັດທະນາ ເສັ້ນທາງຮ່ວມກັນ ເຂົ້າຫາແຫຼ່ງທ່ອງທ່ຽວ ແລະ ຈຸດສຸມພັດທະນາ ແລະ ຈຸດສຸມການຜະລິດ; ເອົາໃຈໃສ່ ແລະ ເຈົ້າເປັນການຢ່າງແທ້ຈິງ ໃນການຄຸ້ມຄອງລົດດັດແປງ, ບັນທຸກນໍ້າໜັກເກີນ ເພື່ອຮັກສາເສັ້ນທາງທີ່ມີແລ້ວ ບໍ່ໃຫ້ເປ່ເພເສຍຫາຍ ແລະ ສາມາດ ສັນຈອນໄດ້ເປັນປົກກະຕິດີ; 2. ພັດທະນາຕົວເມືອງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມຕົວເມືອງ ແລະ ຄວາມສະອາດງາມຕາໃນຕົວເມືອງ ເປັນຕົ້ນ: ການແກ້ໄຂບັນຫານໍ້າຖ້ວມຂັງໃນຕົວເມືອງ, ບັນຫາການຄຸ້ມຄອງ ແລະ ຈັດການນໍ້າເປື້ອນ ແລະ ຂີ້ເຫຍື້ອໃນຕົວເມືອງ ໂດຍສະເພາະຕ້ອງໄດ້ວາງແຜນຍຸດທະສາດໄວ້ ກ່ຽວກັບການຈັດການຂີ້ເຫຍື້ອເອເລັກໂຕຣນິກ ເພາະລັດຖະບານ ໄດ້ມີນະໂຍບາຍ ຫັນໄປນໍາໃຊ້ລົດໄຟຟ້າຫຼາຍຂຶ້ນ ແນ່ນອນບັນຫາແບັດເຕີລີລົດ ທີ່ໝົດອາຍຸການນໍາໃຊ້ ຕ້ອງໄດ້ຄົ້ນຄວ້າວິທີການໃນການຈັດການໃຫ້ຄັກແນ່ ແລະ ນໍາໄປຜະລິດຄືນໃໝ່; ພ້ອມນັ້ນ, ກໍໃຫ້ບັນດາອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຄົ້ນຄວ້ານໍາໃຊ້ພະລັງງານຈາກ ແສງອາທິດ ແລະ ພະລັງງານທາງເລືອກອື່ນ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະບັນດາໄຟເຍືອງທາງ ໃນຕົວເມືອງ ທັງໝົດກໍເພື່ອແນໃສ່ເຮັດໃຫ້ຕົວເມືອງໜ້າຢູ່ ສີຂຽວ ແລະ ຍືນຍົງ; 3. ພັດທະນາວຽກງານໂຍທາທິການທາງນໍ້າ ຕິດພັນກັບການຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ຊຶ່ງຜ່ານມາລັດຖະບານ ກໍຄື ສະພາແຫ່ງຊາດ ໄດ້ສະໜອງງົບປະມານ 200-300 ຕື້/ປີ ເປັນຫຼັກການໃນການຈັດສັນເຂົ້າໃນວຽກງານດັ່ງກ່າວ; ສະນັ້ນ, ມອບໃຫ້ ກະຊວງການເງິນ ສົມທົບກັບ ກະຊວງ ຍທຂ ແລະ ທ້ອງຖິ່ນ ກວດເບິ່ງຄືນການຈັດສັນງົບປະມານໃນແຕ່ລະປີ ຕ້ອງມີຈຸດສຸມ ແລະ ຖືເປັນບຸລິມະສິດ ຕາມການຄົ້ນຄວ້າຂອງ ກະຊວງ ຍທຂ; ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ເພື່ອນໍາໃຊ້ທ່າແຮງຈາກແມ່ນໍ້າໃຫຍ່ທີ່ມີ ເປັນຕົ້ນ: ແມ່ນໍ້າຂອງ, ແມ່ນໍ້າສາຂາຕ່າງໆ ແລະ ບັນດາອ່າງເກັບນໍ້າຂອງບັນດາເຂື່ອນໄຟຟ້າ ເພື່ອເປັນທາງເລືອກໃນການຂົນສົ່ງທາງນໍ້າ ເພາະການຂົນສົ່ງທາງນໍ້າ ກໍເປັນອີກທາງເລືອກໜຶ່ງທີ່ມີປະສິດທິຜົນ ຂົນສົ່ງໄດ້ຫຼາຍ ແລະ ຫຼຸດຜ່ອນການແບກຮາບຂອງເສັ້ນທາງໃນການຂົນສົ່ງທາງບົກ; ພ້ອມນັ້ນ, ກໍໃຫ້ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງການເດີນເຮືອ-ເຕັກນິກເຮືອ, ຄວາມປອດໄພຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງໂດຍສານ ແລະ ສິນຄ້າ; ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ການດູດຫີນແຮ່-ຊາຍ ຮັບໃຊ້ໃຫ້ແກ່ການກໍ່ສ້າງ ບໍ່ໃຫ້ສວຍໂອກາດຂຸດຄົ້ນແຮ່ຄໍາຕົກຂ້ອນ ຢ່າງເດັດຂາດ; 4. ໃຫ້ກະຊວງ ຍທຂ ຄົ້ນຄວ້າແກ້ໄຂບັນຫາການຂາດແຄນນໍ້າປະປາໃນບັນດາຕົວເມືອງໃຫຍ່ ໃນຂອບເຂດທົ່ວປະເທດ ໃຫ້ຂາດຕົວ ໂດຍສະເພາະ ນະຄອນຫຼວງວຽງຈັນ, ນະຄອນປາກເຊ, ນະຄອນ-ຫຼວງພະບາງແລະ ນະຄອນໄກສອນ ພົມວິຫານ ໂດຍນໍາໃຊ້ຮູບການລົງທຶນຂອງລັດ, ຮູບແບບ BOT ຫຼື PPP; ພ້ອມນັ້ນ, ຮີບຮ້ອນແກ້ໄຂບັນຫາການສູນເສຍຮົ່ວໄຫຼຂອງນໍ້າປະປາ ແລະ ການໃຊ້ນໍ້າປະປາ ທີ່ຟຸ່ມເຟືອຍ ທີ່ພາໃຫ້ສູນເສຍລາຍຮັບ ໃຫ້ໄວທີ່ສຸດ ໂດຍຄົ້ນຄວ້ານໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການກວດກາ ແລະ ຄຸ້ມຄອງ; ເອົາໃຈໃສ່ນໍາໃຊ້ວັດສະດຸກໍ່ສ້າງ, ອຸປະກອນ ທີ່ຜະລິດໄດ້ຢູ່ພາຍໃນ ທີ່ຮັບປະກັນຄຸນນະພາບ ເປັນຕົ້ນ ແມ່ນໂຕໂຢລາວໃຫ້ກວ້າງຂວາງ; 5. ພັດທະນາຂົງເຂດການຄຸ້ມຄອງການບິນພົນລະເຮືອນໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ, ສຸມໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ເລັ່ງລັດການປະຕິຮູບ ບໍລິສັດ ລັດວິສາຫະກິດການບິນລາວ ໃຫ້ສໍາເລັດໂດຍໄວ; ຄົ້ນຄວ້າເປັນແນວທາງໄວ້ສໍາລັບ ສະໜາມບິນວຽງຈັນແຫ່ງໃໝ່ ເພາະເຫັນວ່າປັດຈຸບັນ ສະໜາມບິນວັດໄຕແມ່ນແອອັດຫຼາຍແລ້ວ; 6. ຄຸ້ມຄອງພາຫະນະ-ການຂັບຂີ່ ແລະ ການຂົນສົ່ງໂດຍສານ ໂດຍສະເພາະລົດເມໂດຍສານ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໄພ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງແທ້ໆ ແນໃສ່ຮັບປະກັນຊີວິດ ແລະ ຊັບສິນຂອງປະຊາຊົນກໍຄືຜູ້ໂດຍສານ; ເປັນເຈົ້າການສົມທົບ ກັບ ກະຊວງປ້ອງກັນຄວາມສະຫງົບ ແກ້ໄຂບັນຫາການລະເມີດກົດລະບຽບຈະລາຈອນ ໃນຕົວເມືອງ ການດື່ມສິ່ງມຶນເມົາ (ການແລ່ນລົດໄວເກີນຂອບເຂດ, ການຂົນສົ່ງ ດິນ, ຫີນ, ຊາຍ ວັດສະດຸກໍ່ສ້າງຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບ); 7. ພັດທະນາທາງລົດໄຟ ແລະ ບັນດາກິດຈະການປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດໃຫ້ ປະເທດຊາດ ແລະ ປະຊາຊົນ ເປັນຕົ້ນ: ເສັ້ນທາງລົດໄຟລາວ-ຫວຽດນາມ, ຄົ້ນຄວ້າສຶກສາ ຄວາມເປັນໄປໄດ້ເສັ້ນທາງລົດໄຟແຕ່ຄໍາມ່ວນ-ຈໍາປາສັກ-ຊາຍແດນລາວ-ກຳປູເຈຍ ແລະ ເຊື່ອມຕໍ່ໄປພະນົມເປັນ, ນະຄອນໂຮ່ຈິມິນ ແລະ ບາງກອກ ໃນຕໍ່ໜ້າ ຕິດພັນກັບການ ພັດທະນາລະບົບການຂົນສົ່ງໂລຈິສຕິກ ໃນຫຼາຍຮູບແບບ ຫຼື Multi Modal ເພື່ອສ້າງ ລາຍຮັບໃຫ້ແກ່ປະເທດຊາດໃຫ້ຫຼາຍຂຶ້ນໄປເລື້ອຍໆ; 8. ຄົ້ນຄວ້ານໍາໃຊ້ລະບົບທີ່ທັນ ສະໄໝ ຫຼື ປັນຍາປະດິດ ມາເປັນເຄື່ອງມືຊ່ວຍໃນການ ພັດທະນາ ແລະ ຄຸ້ມຄອງ-ບໍລິຫານ ລະບົບພື້ນຖານໂຄງລ່າງຂອງຂະແໜງ ຍທຂ ເພື່ອໃຫ້ ວ່ອງໄວ ແລະ ໂປ່ງໃສ.
ຂ່າວ-ພາບ: ບຸນຕອມ-ຍຸພິນທອງ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ