ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງຊຸງຊອງນຳໂດ ສ ເກົາຫຼີ

ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງຊຸງຊອງນຳໂດ ສ ເກົາຫຼີ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ທ່ານ ກິມ ເທ ຮຶມ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫຼີພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 7 ທັນວານີ້ທີ່ສໍານັກງານນາຍົກລັດຖະມົນຕີ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະຕີລາຄາສູງຕໍ່ທ່ານ ກິມ ເທ ຮຶມ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ  ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສເກົາຫຼີ ໃຫ້ນັບມື້ນັບກວ້າງຂວາງຍິ່ງໆຂຶ້ນ. ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນໃນເບື້ອງຕົ້ນຂອງການຮ່ວມມືກັນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ສປປ ລາວ ແລະ ແຂວງ ຊຸງຊອງນຳໂດ ຂອງ ສເກົາຫຼີ ໂດຍສະເພາະການຮ່ວມມືດ້ານແຮງງານ ຊຶ່ງເປັນການເປີດໂອກາດໃຫ້ແກ່ແຮງງານລາວໄດ້ໄປເຮັດວຽກຕາມລະດູການຢູ່ບັນດາເມືອງຂອງແຂວງຊຸງຊອງນຳໂດ ຊຶ່ງນອກຈາກຈະເປັນການສ້າງລາຍຮັບແກ່ແຮງງານລາວແລ້ວ ຍັງເປັນການສົ່ງເສີມການພັດທະນາທັກສະສີມືແຮງງານ ແລະ ຮຽນຮູ້ແບບແຜນການເຮັດວຽກແບບອຸດສະຫະກຳ ດ້ານກະສິກຳ ນຳອີກ. 
ທ່ານນາຍົກລັດຖະມົນຕີກ່າວວ່າ: ຜ່ານມາຂ້າພະເຈົ້າກໍໄດ້ຮັບການລາຍງານວ່າທາງແຂວງຊຸງຊອງນຳໂດ ໄດ້ໃຫ້ການຊ່ວຍເຫຼືອຫຼາຍດ້ານແກ່ ສປປ ລາວ ເປັນຕົ້ນໄດ້ຊ່ວຍເຫຼືອລົດຮັບສົ່ງຄົນເຈັບ, ເຄື່ອງຄອມພີວເຕີ, ໂຕະຕັ່ງນັກຮຽນ ແລະ ເຄື່ອງແຈ້ງເຕືອນອັກຄີໄຟຈຳນວນໜຶ່ງ ໃຫ້ແກ່ ສປປ ລາວ ໂດຍຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ການຮ່ວມມື ແລະ ຊ່ວຍເຫຼືອຂອງພວກທ່ານ ເປັນການປະກອບສ່ວນທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ໃນຕໍ່ໜ້າ ສະເໜີໃຫ້ສອງຝ່າຍຈົ່ງສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດບັນດາເນື້ອໃນບົດບັດທຶກການຮ່ວມມືທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ເກີດຜົນຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະການສ້າງເງື່ອນໄຂ ແລະສົ່ງເສີມໃຫ້ແຮງງານລາວໄດ້ມີໂອກາດໄປເຮັດວຽກຕາມລະດູການຢູ່ບັນດາເມືອງຂອງແຂວງຊຸງຊອງນຳໂດ ໃຫ້ຫຼາຍຂຶ້ນ, ພ້ອມນີ້ກໍພ້ອມກັນຄົ້ນຄວ້າ ແລະ ຊອກກາລະໂອກາດໃນການຂະຫຍາຍອອກໄປສູ່ຂົງເຂດວຽກງານອື່ນໆໃຫ້ກວ້າງຂວາງກວ່າເກົ່າ ລວມທັງດ້ານການຄ້າ, ການທ່ອງທ່ຽວ, ກະສິກຳ ແລະ ອື່ນໆ. ຂ້າພະເຈົ້າເຊື້ອໝັ້ນວ່າ ການຮ່ວມມືລະຫວ່າງສອງລັດຖະບານ ແລະ ປະຊາຊົນຂອງສອງຊາດ ລາວ-ສເກົາຫຼີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງການໄປມາຫາສູ່ກັນ, ແລກປ່ຽນຖອດຖອນບົດຮຽນນໍາກັນ ແລະ ໃຫ້ການສະໜັບສະໜູນຊຸກຍູ້ຊຶ່ງກັນ ແລະ ກັນ ໃຫ້ນັບມືນັບຫຼາຍຂຶ້ນ.ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທ່ານເຈົ້າແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງຊຸງຊອງນຳໂດ ກໍຄືລັດຖະບານແຫ່ງ ສ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການສ້າງສາພັດທະນາປະເທດຊາດ ກໍຄືພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໃຫ້ມີຄວາມເຂັ້ມແຂງ.
ທ່ານເຈົ້າແຂວງຊຸງຊອງນຳໂດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ, ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປລາວໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ