ເນັ້ນ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ

ເນັ້ນ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ

ເນັ້ນ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ
ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດເເລະປະຫວັດສາດ” ໃນຜ່ານມາ ມີອັນພົ້ນເດັ່ນຫຼາຍດ້ານ; ແຕ່ຄຽງຄູ່ກັນນັ້ນ, ຍັງມີຫຼາຍອັນເປັນສິ່ງທ້າທາຍ ເຮັດໃຫ້ການທ່ອງທ່ຽວເຮົານີ້ ຍັງມີຂີດຈໍາກັດ. ສະພາແຫ່ງຊາດ ຈຶ່ງໄດ້ມີ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ມີຄວາມຄິດເຫັນ ຢ່າງມີຈຸດສຸມ ແນໃສ່ເພື່ອສະເໜີ ວິທີການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຕໍ່ໜ້າ.

 

ພາຍຫຼັງການລາຍງານຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວກ່ຽວກັບການຈັດຕັ້ງປະຕິບັດແຜນການປີທ່ອງທ່ຽວລາວ 2024 ແລະທິດທາງແຜນການໃນຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີIXໃນວັນທີ 13 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ທ່ານປະທານກອງປະຊຸມໃນວາລະນີ້, ກໍໄດ້ມີຄໍາເຫັນເຈາະຈີ້ມຕໍ່ການຈັດຕັ້ງປະຕິບັດແຜນການປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າ.

ທ່ານ ຄໍາໃບ ດຳລັດ ກ່າວວ່າ: ເຫັນໄດ້ວ່າການນໍາພາຈັດຕັ້ງປະຕິບັດປີທ່ອງທ່ຽວລາວຄັ້ງນີ້,ໂດຍລວມແລ້ວລັດຖະບານມີອັນພົ້ນເດັ່ນຫຼາຍດ້ານໂດຍສະເພາະການປະຕິບັດກິດຈະກໍາໃນລະດັບຊາດແລະລະດັບແຂວງທັງກິດຈະກໍາອື່ນທີ່ຈັດຂຶ້ນຢູ່ຕ່າງປະເທດເປັນການໂຄສະນາສົ່ງເສີມການທ່ອງທ່ຽວລາວໄດ້ຮັບຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ການທ່ອງທ່ຽວໃນໄລຍະດັ່ງກ່າວນີ້ມີບັນຍາຟົດຟື້ນດີຂຶ້ນເວົ້າລວມ,ເວົ້າສະເພາະແມ່ນສາມາດດຶງດູດການທ່ອງທ່ຽວພາຍໃນແລະດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວ, ຈັບຈ່າຍໃຊ້ສອຍເພີ່ມຂຶ້ນແລະສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ. ແຕ່ຄຽງຄູ່ກັນນັ້ນ, ບັນຫາປັດໄຈພາຍໃນແລະພາຍນອກຍັງມີຫຼາຍອັນເປັນສິ່ງທ້າທາຍເຮັດໃຫ້ການທ່ອງທ່ຽວເຮົານີ້ຍັງມີຂີດຈໍາກັດໂດຍສະເພາະດ້ານສິ່ງອໍານວຍຄວາມສະດວກໂຄງລ່າງພື້ນຖານດ້ານການທ່ອງທ່ຽວ, ເສັ້ນທາງເຂົ້າເຖິງແຫຼ່ງທ່ອງທ່ຽວ, ຜະລິດຕະພັນແລະການມີສ່ວນຮ່ວມຂອງຊຸມຊົນແລະອື່ນໆ.

ສະນັ້ນ, ເພື່ອເປັນບ່ອນອີງໃຫ້ແກ່ບັນດາທ່ານຜູ້ແທນກອງປະຊຸມມີຄວາມຄິດເຫັນຢ່າງມີຈຸດສຸມແນ່ໃສ່ເພື່ອສະເໜີວິທີການແລະມາດຕະການໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນໄປ, ທ່ານ ຄໍາໃບ ດຳລັດຈຶ່ງມີຂໍ້ເຈາະຈິ້ມດັ່ງນີ້:

1. ສໍາລັບພາກສະຫຼຸບດ້ານດີ/ຜົນສໍາເລັດ, ດ້ານອ່ອນທີ່ເປັນຂໍ້ຄົງຄ້າງແລະບັນດາສາເຫດທີ່ໄດ້ຮັບຟັງການລາຍງານໄປນັ້ນບັນດາທ່ານເຫັນວ່າມີເນື້ອໃນຄົບຖ້ວນ, ຖືກຕ້ອງແລະຊັດເຈນແລ້ວຫຼືບໍ່? ເປັນຕົ້ນແມ່ນ: ການພົວພັນ, ການປະສານສົມທົບລະຫວ່າງສູນກາງແລະທ້ອງຖິ່ນໃນການພັດທະນາການທ່ອງທ່ຽວ, ການຄຸ້ມຄອງນັກທ່ອງທ່ຽວໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ; ການໂຄສະນາ, ການປຸກລະດົມຂະບວນການມະຫາຊົນເຂົ້າຮ່ວມໃນການພັດທະນາການທ່ອງທຽວຕາມເງື່ອນໄຂແລະທ່າແຮງຂອງແຕ່ລະທ້ອງຖິ່ນ.

2. ສໍາລັບທິດທາງແຜນການໃນຕໍ່ໜ້າບັນດາທ່ານຄິດວ່າຄວນຈະມີວິທີການແລະມາດຕະການແກ້ໄຂໃດຕື່ມເພື່ອສະເໜີຕໍ່ລັດຖະບານໃຫ້ເອົາໃຈໃສ່ເປັນພິເສດເພື່ອເຮັດໃຫ້ວຽກງານການທ່ອງທ່ຽວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຄຸນນະພາບ, ປະສິດທິພາບ, ປະສິດທິຜົນ, ແລະສາມາດບັນລຸຕາມແຜນການທີ່ວາງໄວ້.

ນອກຈາກນີ້ບັນດາທ່ານຜູ້ແທນກອງປະຊຸມຍັງເຫັນວ່າມີບັນຫາໃດຕື່ມທີ່ສໍາຄັນທີ່ຄວນສະເໜີໃຫ້ບັນດາທ່ານມີຄໍາເຫັນເພີ່ມເຕີມ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ