ເນັ້ນບາງດ້ານສຳຄັນ ຕໍ່ທິດທາງໃນຕໍ່ໜ້າການປະຕິບັດກົດໝາຍ ຂົງເຂດ ປກຊ-ປກສ 3 ສະບັບ

ເນັ້ນບາງດ້ານສຳຄັນ ຕໍ່ທິດທາງໃນຕໍ່ໜ້າການປະຕິບັດກົດໝາຍ ຂົງເຂດ ປກຊ-ປກສ 3 ສະບັບ
ໃນການປະກອບຄໍາເຫັນ ຕໍ່ບົດລາຍງານຂອງກະຊວງປ້ອງກັນປະເທດ  ແລະ ກະຊວງປ້ອງກັນຄວາມສະຫງົບກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 3 ສະບັບ ຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນເຊົ້າວັນທີ 6 ພະຈິກນີ້; ຄະນະປະຈໍາສະພາແຫ່ງຊາດ ໄດ້ຕີລາຄາການຈັດຕັ້ງປະຕິບັດ 3 ກົດໝາຍດັ່ງກ່າວ ແລະ ໄດ້ເນັ້ນຕື່ມບາງດ້ານທີ່ສຳຄັນ.
ທ່ານ ພົນຕີ ວົງສັກ ພັນທະວົງ ກຳມະການຄະນະປະຈໍາ ປະທານກຳມາທິການ ປກຊ-ປກສສະພາແຫ່ງຊາດ ໄດ້ຕາງໜ້າ ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ຕໍ່ບົດລາຍງານ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 3 ສະບັບດັ່ງກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ຕີລາຄາສູງ ຕໍ່ທັງສອງກະຊວງ ທີ່ໄດ້ເປັນເຈົ້າການດຳເນີນການປະເມີນຜົນການຈັດຕັ້ງປະຕິບັດ ບັນດາກົດໝາຍດັ່ງກ່າວ ຊຶ່ງມີຜົນສຳເລັດ ແລະ ເຫັນວ່າ ບັນດາກົດໝາຍເຫຼົ່ານັ້ນໄດ້ກາຍເປັນນິຕິກໍາພື້ນຖານ ໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ ປກຊ-ປກສ, ເຮັດໃຫ້ວຽກງານດັ່ງກ່າວ ເປັນຄວາມຮັບຜິດຊອບທົ່ວປວງຊົນລາວ ເພື່ອປົກປັກຮັກສາປະເທດຊາດ ໃຫ້ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພ ແລະ  ເປັນລະບຽບຮຽບຮ້ອຍ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເປັນເຄື່ອງມືອັນສຳຄັນໃນການຍົກສູງປະສິດທິພາບ ເຂົ້າໃນການຊີ້ນຳ-ບັນຊາ ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວ ໃນການປະຕິບັດໜ້າທີ່ ຂອງກຳລັງ ປກຊ-ປກສ ເວົ້າລວມ, ເວົ້າສະເພາະ ແມ່ນນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ, ເປັນກຳລັງຫຼັກແຫຼ່ງໃນການຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເປັນເຈົ້າການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ປະກອບສ່ວນຍົກສູງຄຸນນະພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມເຂັ້ມງວດ, ຍຸຕິທຳ ແລະ ສັກສິດເປັນກ້າວໆມາ.
ຄຽງຄູ່ກັບດ້ານດີທີ່ພົ້ນເດັ່ນຂ້າງເທິງ ກໍຍັງເຫັນວ່າ, ການຈັດຕັ້ງປະຕິບັດກົດໝາຍເຫຼົ່ານັ້ນ ຍັງມີດ້ານອ່ອນ, ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ເລັ່ງທວງໃຫ້ພວກເຮົາຕ້ອງໄດ້ແກ້ໄຂ ຊຶ່ງໂອກາດນີ້ ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ເນັ້ນຕື່ມບາງດ້ານທີ່ສຳຄັນ ທັງທິດທາງ ແລະ ມາດຕະການລວມ; ພ້ອມນີ້, ກໍໄດ້ເນັ້ນໃສ່ທິດທາງ ແລະ ມາດຕະການສະເພາະຂອງແຕ່ລະກົດໝາຍ. ສຳລັບທິດທາງ ແລະ ມາດຕະການລວມ ຄື: 1. ກະຊວງ ປກຊ ແລະ ກະຊວງ ປກສ ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ເນື້ອໃນກົດໝາຍ 3 ສະບັບດັ່ງກ່າວ ໃຫ້ກວ້າງຂວາງເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະ ກັບແຕ່ລະເປົ້າໝາຍ ແນໃສ່ເຮັດໃຫ້ຖັນແຖວ ກຳລັງ ປກຊ-ປກສ ແລະ ທົ່ວສັງຄົມ ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງກັບເນື້ອໃນກົດໝາຍ ເພື່ອຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ສູງຂຶ້ນ ໂດຍຕິດພັນກັບມາດຕະການສະກັດກັ້ນ ແກ້ໄຂບັນດາປະກົດການ ແລະ ພຶດຕິກຳທີ່ເປັນການລະເມີດກົດໝາຍຢ່າງເຂັ້ມງວດ;2. ກະຊວງ ປກຊ ແລະ ກະຊວງ ປກສ ໃຫ້ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຜັນຂະຫຍາຍ ບັນດາມາດຕາຂອງ 3 ກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍຕື່ມ ໂດຍສະເພາະມາດຕາທີ່ເຫັນວ່າມີຄວາມຈຳເປັນຕ້ອງໄດ້ມີນິຕິກຳໃຕ້ກົດໝາຍ ເພື່ອແນະນຳການຈັດຕັ້ງປະຕິບັດລະອຽດ ຈະແຈ້ງຕື່ມ; ພ້ອມກັນນັ້ນ ກໍໃຫ້ສືບຕໍ່ຄົ້ນຄວ້າ ແລະ ປັບປຸງເນື້ອໃນບາງພາກ, ບາງໝວດ ແລະ ບາງມາດຕາ ແຕ່ລະກົດໝາຍທີ່ເຫັນວ່າບໍ່ສອດຄ່ອງ ຫຼືຊ້ຳຊ້ອນກັບມາດຕາອື່ນເພື່ອເຮັດໃຫ້ເນື້ອໃນກົດໝາຍທັງ 3 ສະບັບນີ້ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ, ກົມກຽວ ແລະ ສາມາດຈັດຕັ້ງປະຕິບັດໄດ້;3. ກະຊວງ ປກຊ ແລະ ກະຊວງ ປກສ ສືບຕໍ່ທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກົດໝາຍທັງ 3 ສະບັບນີ້ ເປັນແຕ່ລະໄລຍະ ແນໃສ່ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ກໍຄືໃນທົ່ວສັງຄົມໃຫ້ສູງຂຶ້ນ, ພ້ອມທັງແກ້ໄຂປະກົດການທີ່ເກີດຂຶ້ນ ໃຫ້ທັນສະພາບການ ແລະ ແທດເໝາະກັບຕົວຈິງ;4. ລັດຖະບານເພີ່ມທະວີ ການຊີ້ນໍາອົງການ, ຂະແໜງການທີ່ກ່ຽວຂ້ອງ ຍົກສູງພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ 3 ສະບັບນີ້ ໃຫ້ມີປະສິດທິພາບ, ປະສິດທິຜົນ, ຄົ້ນຄວ້າເພີ່ມຈຳນວນງົບປະມານ, ອຸປະກອນ ແລະ ພາຫະນະເຕັກນິກ ທີ່ຈຳເປັນໃຫ້ແກ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຕອບສະໜອງໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່;5. ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພີ່ມທະວີການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍ 3 ສະບັບ ໃຫ້ເປັນລະບົບຕໍ່ເນື່ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນແຕ່ລະໄລຍະ.
ສຳລັບທິດທາງ ແລະ ມາດຕະການສະເພາະ ຂອງແຕ່ລະກົດໝາຍ ກໍໄດ້ເນັ້ນວ່າ: ກົດໝາຍວ່າດ້ວຍການປ້ອງກັນຊາດ ແມ່ນໃຫ້ສ້າງແຜນການປັບປຸງກົດໝາຍນີ້ແລະ ນຳສະເໜີເອົາເຂົ້າແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2025-2030) ຂອງສະພາແຫ່ງຊາດ ຊຸດທີ X ແລະ ປັບປຸງດ້ານໂຄງສ້າງຂອງກົດໝາຍສະບັບນີ້ ທີ່ເຫັນວ່າບໍ່ທັນຄົບຖ້ວນ ແລະ ເນື້ອໃນບາງມາດຕາຂອງກົດໝາຍ ທີ່ຍັງບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ເປັນຕົ້ນເຊັ່ນ: ມາດຕາ 3, 6, 15, 41, 42, 43, 44, 45, 46, 47, 48, 49 ແລະ ມາດຕາອື່ນໆ ທີ່ເຫັນວ່າບໍ່ທັນສອດຄ່ອງ; ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ໃຫ້ຄົ້ນຄ້ວາປັບປຸງຕາມແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ແລະ ປັບປຸງເນື້ອໃນບາງມາດຕາຂອງກົດໝາຍສະບັບນີ້ ທີ່ຍັງບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ເປັນຕົ້ນເຊັ່ນ: ມາດຕາ 5, 18, 20, 21, 22, 25, 26, 34, 36 ແລະ ມາດຕາອື່ນໆ ທີ່ເຫັນວ່າບໍ່ທັນສອດຄ່ອງ; ພ້ອມນີ້, ສະເໜີເພີ່ມມາດຕາໃໝ່ ທີ່ກ່ຽວພັນກັບ ລະບົບສອງຫົວໜ້າ ແລະ ໜ້າທີ່ຂອງນາຍທະຫານ ຂົງເຂດຕ່າງໆ ໃຫ້ຄົບຖ້ວນ ລະອຽດຈະແຈ້ງ; ສ່ວນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍໃຫ້ສ້າງແຜນການປັບປຸງກົດໝາຍນີ້ ແລະ ນຳສະເໜີເອົາເຂົ້າແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2025-2030) ຂອງສະພາແຫ່ງຊາດ ຊຸດທີ X ໂດຍຄົ້ນຄວ້າປັບປຸງ ມາດຕາ 16, 17, 21, 30, 31, 32 ຂອງກົດໝາຍສະບັບນີ້ ທີ່ຕິດພັນກັບການປັບປຸງກົງຈັກ ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ບາງມາດຕາຂອງກົດໝາຍ ທີ່ຍັງບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ຄື: 3,4,5,13,15,16,21,23,25, 26,27,28,29,32, 33,34,38,40,45,50, 52 ແລະ ມາດຕາອື່ນໆ ທີ່ເຫັນວ່າບໍ່ທັນສອດຄ່ອງ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ