ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ

ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ

ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ
ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ຊິງຂັນລາງວັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປີດຂຶ້ນຢ່າງເປັນທາງການໃນທ້າຍອາທິດຜ່ານມາ ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ-ຂອງພັກ.

 

ເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງສະຫວັນນະຂດ, ທ່ານ ພັນເອກ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ທ່ານ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານແຂວງສະຫວັນນະເຂດ ທັງເປັນຄະນະກຳມະການຈັດງານແຂ່ງຂັນກິລາທົ່ວກອງທັບເຂດ III ພາກກາງ-ພາກໃຕ້.

ສະຫາຍ ພັນເອກ ສຸກສະໝອນ ໄດ້ລາຍງານການກະກຽມງານແຂ່ງຂັນກິລາໃນຄັ້ງນີ້ ວ່າ: ງານແຂ່ງຂັນກິລາຄັ້ງນີ້, ເປັນການຄັດເລືອກເອົາຕົວແທນທີ່ຊະນະເລີດ ກິລາແຕ່ລະປະເພດເຂົ້າຮ່ວມງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໃນທ້າຍປີ 2025, ພ້ອມກັນນີ້ ກໍເປັນການພົບປະສາມັກຄີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງອົງການ-ກົມກອງ, ກໍາລັງຫຼວງ ແລະ ທ້ອງຖິ່ນ ເພື່ອເປັນການກວດກາຍົກລະດັບຄຸນນະພາບວຽກງານອົບຮົມ-ຫັດແອບ, ວຽກງານກິລາການທະຫານ ແລະ ກິລາມວນຊົນຂອງກອງທັບ. ໃນນີ້, ມີກົມກອງເຂົ້າຮ່ວມແຂ່ງຂັນທັງໝົດ ຈໍານວນ 19 ກົມກອງຄື: ກອງພົນທະຫານຮາບທີ 4, ກອງພົນທະຫານຮາບທີ 5, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື, ກອງພັນໃຫຍ່ 642, ກອງພັນໃຫຍ່ 621, ກອງພັນໃຫຍ່ 644, ກອງພັນໃຫຍ່ 645, ກອງພັນໃຫຍ່ 611, ກອງພັນໃຫຍ່ 619, ໂຮງຮຽນເລກ 2 ວຽງໄຊ, ໂຮງໝໍບໍລິເວນ 106, ໂຮງໝໍບໍລິເວນ 109 ແລະ ໂຮງງານປະສານເຫຼົ່າພາກກາງ. ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 649 ສະຫາຍ, ກໍາມະການຕັດສິນ 60 ສະຫາຍ ໂດຍປະກອບມີກິລາ 6 ປະເພດຄື: ກິລາບານເຕະຊາຍ ມີ 5 ຄະນະ, ກິລາບານສົ່ງຊາຍມີ 5 ຄະນະ, ກິລາກະຕໍ້ດ່ຽວຊາຍ 12 ຄະນະ, ກິລາເປຕັັງປະສົມຍິງ-ຊາຍ 17 ຄະນະ, ກິລາການທະຫານ ມີ 165 ຄະນະ ແລະ ກິລາຍິງປືນທະຫານຮາບ ມີ 130 ຄະນະ, ສ່ວນການແຂ່ງຂັນຈະໄດ້ດຳເນີນໄປເປັນເວລາ 7 ວັນຈຶ່ງຈະສຳເລັດ. (ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການໄດ້ລາງວັນອັນດັບທີ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.
ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງ ໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 18-20 ພຶດສະພານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ສສກ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແຜນງານບີຄວາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ວົງການກິລາແລ່ນ-ລານຂອງ ສປປ ລາວ ສ້າງຊື່ສຽງໃນເວທີສາກົນອີກຄັ້ງ ເມື່ອນັກແລ່ນສາວທີມຊາດລາວ "ນາງ ລົດແກ້ວ ອິນທະກຸມມານ" ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການເຂົ້າເສັ້ນໄຊອັນດັບທີ 1 ໃນການແຂ່ງຂັນແລ່ນມາຣາທອນລາຍການໃຫຍ່ລະດັບພາກພື້ນ ລາຍການ “SuperSports 10 Mile Marathon” ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 17 ພຶດສະພາ ຜ່ານມາ.
ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ "Coke ສາມັກຄີ 4 ໂຮງຮຽນ" ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ, ດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ມິດຕະພາບອັນແໜ້ນແຟ້ນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 - 15 ພຶດສະພາ 2026, ທີ່ສະໝາມກິລາລ້ານຊ້າງສະເຕດ້ຽມ, ຊຶ່ງປີນີ້ເປັນຄັ້ງທີ III ທີ່ໄດ້ສ້າງເວທີແຫ່ງຄວາມຝັນແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດດ້ານກິລາຢ່າງເຕັມສ່ວນ. ໂດຍມີທ່ານ ຄຳແກ້ວ ມະຫາໄຊ ຮອງປະທານຄະນະກຳມະການ ປົກຄອງເມືອງ ຫາດຊາຍຟອງ,ທ່ານ ສົມສີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ , ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ,ທ່ານ ພະສິນ ປັນດີ ຜູ້ຈັດການ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ ພ້ອມດ້ວຍນັກຮຽນ ແລະ ນັກກິລາເຂົ້າຮ່ວມ.
ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ໃນວັນທີ 17 ພຶດສະພາຜ່ານມາ, ອະດີດນັກຮຽນມັດທະຍົມຫຼວງພະບາງຮຸ່ນປີ 1995-1996 ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະ ໂຮງຮຽນອຸດົມຫຼວງພະບາງເລກ 1 ໄດ້ພ້ອມກັນສ້າງກິດຈະກຳອະນາໄມຕົວເມືອງຫຼວງພະບາງ ໂດຍມີທ່ານ ສຸລິວົງ ແກ້ວປະທຸມ ອະດີດຄູສອນເປັນຜູ້ນຳພາ.
ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ອະດີດນັກສຶກສາ ແລະ ຜູ້ປະກອບການທຸລະກິດ ໄດ້ມອບອຸປະກອນການສຶກສາປະເພດຊຸດໂຕະຕັ່ງ ມູນຄ່າ 180,000,000 ກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອມອບຕໍ່ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 11 ພຶດສະພາຜ່ານມາ, ໂດຍການໃຫ້ກຽດກ່າວມອບຂອງທ່ານ ນາງ ນິວັນນາ ປະທານບໍລິສັດສຽວເຊິ້ງເຄຫະສະຖານ ແລະ ສຳຫຼວດຂຸດຄົ້ນບໍ່ແຮ່ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນການຊຸກຍູ້ແກ່ນ້ອງນັກຮຽນທີ່ມີຄວາມຫ້າວຫັນປະກອບສ່ວນໃນການຮໍ່າຮຽນ, ໃນວັນທີ 5 ພຶດສະພາຜ່ານມານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນຄໍາມ່ວນ ໄດ້ມອບເງິນ ໃຫ້ນັກຮຽນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026.
ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ວັນທີ 5 ພຶດສະພານີ້, ທີ່ໂຮງຮຽນ ມສ ໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີມອບ--ຮັບທຶນປະກອບສ່ວນສ້ອມແປງສະໂມສອນ ແລະ ອຸປະກອນການສຶກສາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ອະດີດຮອງເລຂາພັກແຂວງ ແລະ ທ່ານ ນາງ ຄຳພູ ລິດທິສັກ ອະດີດເຈົ້າເມືອງໆໂຂງ ໃນນາມຕົວແທນສິດເກົ່າອຸດົມໂຂງ. ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມ ມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສະຖາບັນພັດທະນາການບໍລິຫານການສຶກສາ, ທ່ານ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ພົບປະໂອ້ລົມ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ.
ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ໃນວັນທີ 22 ເມສາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ນໍາເອົາອຸປະກອນການສຶກສາ ແລະ ກິລາ ມາມອບໃຫ້ແກ່ໂຮງຮຽນ ປະຖົມສົມບູນ ບ້ານກະວະ ເມືອງມະຫາໄຊ ແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ, ກ່າວມອບໂດຍ ທ່ານ ຢາງສົວ ຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີໂປຕາສ ສາກົນ (ລາວ) ຈໍາກັດ, ຮັບໂດຍອໍານວຍການໂຮງຮຽນ ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ