ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ງານລຽງສະຫອງວນສາງຕງ ສປ ຈນ ຄບຮອບ 77 ປ ແລະ ປມດຕະພາບ ຈນ-ລາວ - image 1
 

 

ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ ມີທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ພົອ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮັກສາການແທນປະທານສະພາແຫ່ງຊາດ, ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມນີ້ ຍັງມີ ອະດີດການນຳຂັ້ນສູງຂອງພັກ - ລັດ ສປປ ລາວ, ທ່ານ ທູຕານຸທູດ, ແຂກຜູ້ມີກຽດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ງານລຽງສະຫອງວນສາງຕງ ສປ ຈນ ຄບຮອບ 77 ປ ແລະ ປມດຕະພາບ ຈນ-ລາວ - image 2
 

ໃນພິທີ, ທ່ານ ນາງ ຟາງ ຮົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ກ່າວເນັ້ນເຖິງຜົນສຳເລັດອັນຍິ່ງໃຫຍ່ຂອງ ສປ ຈີນ ຕະຫຼອດ 77 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ (ຊຶ່ງປີນີ້ຄົບຮອບ 105 ປີ). ຈີນໄດ້ປ່ຽນ ແປງຕົນເອງຈາກປະເທດທີ່ທຸກຍາກ ກາຍເປັນເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ຍອດຜະລິດຕະພັນພາຍໃນ (GDP) ໃນປີ 2025 ບັນລຸເຖິງ 140.2 ຮ້ອຍລ້ານຢວນ, ສຳເລັດ “ແຜນການ 5 ປີ ຄັ້ງທີ 14” ຢ່າງຈົບງາມ ແລະ ເລີ່ມຕົ້ນ “ແຜນການ 5 ປີ ຄັ້ງທີ 15” ດ້ວຍອັດຕາການເຕີບໂຕ 4.7% ໃນເຄິ່ງປີທຳອິດ. ພ້ອມທັງໄດ້ຢືນຢັນເຖິງຄວາມມຸ່ງໝັ້ນໃນການເປີດກວ້າງຕະຫຼາດ ແລະ ແບ່ງປັນໂອກາດການພັດທະນາໃຫ້ກັບທຸກປະເທດໃນໂລກ.

ງານລຽງສະຫອງວນສາງຕງ ສປ ຈນ ຄບຮອບ 77 ປ ແລະ ປມດຕະພາບ ຈນ-ລາວ - image 3
 

ທ່ານ ນາງ ຟາງ ຮົງ ຍັງກ່າວຕື່ມວ່າ: ສຳລັບສາຍພົວພັນ ຈີນ-ລາວ, ໃນເດືອນມິຖຸນາ ປີນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ແລະ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບໃນການສ້າງ “ຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່”. ໝາກຜົນຂອງການຮ່ວມມືຕົວຈິງໄດ້ປະກົດໃຫ້ເຫັນຢ່າງຈະແຈ້ງ ເຊັ່ນ: ໂຄງການລົດໄຟ ລາວ-ຈີນ: ທີ່ຊ່ວຍອຳນວຍຄວາມສະດວກດ້ານການຄົມມະນາຄົມ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ຊາວໜຸ່ມລາວ, ການຫຼຸດຜ່ອນຄວາມທຸກຍາກ: ການຖ່າຍທອດເຕັກນິກການປູກຝັງຢູ່ບ້ານດອກຄຳ (ນະຄອນຫຼວງວຽງຈັນ) ເພື່ອຍົກລະດັບລາຍໄດ້ຂອງຊາວບ້ານ, ດ້ານສາທາລະນະສຸກ: ໂຄງການ “ແສງສະຫວ່າງ” ປິ່ນປົວຕາຕໍ້ໃຫ້ປະຊາຊົນລາວຫຼາຍພັນຄົນ ແລະ ການບໍລິການການແພດຢູ່ໂຮງໝໍມະໂຫສົດ, ດ້ານພະລັງງານ: ການເປີດນຳໃຊ້ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ຈີນ-ລາວ ທີ່ເພີ່ມຄວາມສາມາດແລກປ່ຽນໄຟຟ້າໄດ້ 1.5 ລ້ານກິໂລວັດ ແລະ ຊ່ວຍຫຼຸດຜ່ອນການປ່ອຍກາສກາກໂບນິກໄດ້ເຖິງ 2.5 ລ້ານໂຕນ, ໃນເວທີສາກົນ, ສອງປະເທດໄດ້ຮ່ວມມືກັນຢ່າງເຄັ່ງຮ້ອນໃນກົນໄກຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ, ຈີນ-ອາຊຽນ ແລະ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ພ້ອມນີ້, ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນສະມາຊິກຜູ້ກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO) ໃນເດືອນກໍລະກົດ ປີນີ້ ຊຶ່ງເປັນການເພີ່ມພະລັງງານດ້ານບວກໃຫ້ກັບສັນຕິພາບ ແລະ ການພັດທະນາຂອງພາກພື້ນ.

ງານລ້ຽງໄດ້ປິດລົງດ້ວຍບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນຕຳຈອກອວຍພອນໃຫ້ ສປ ຈີນ ແລະ ສປປ ລາວ ມີຄວາມຈະເລີນຮຸ່ງເຮືອງ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສ້າງສາອະນາຄົດອັນສົດໃສຮ່ວມກັນ. ຫຸ່ນຍົນ, ປັນຍາປະດິດສ້າງໃໝ່ ຊຶ່ງເປັນສາມຜະລິດຕະພັນໃໝ່ຂອງເສດຖະກິດການຄ້າຕ່າງປະເທດຈີນ ໄດ້ມີຊື່ສຽງໂດ່ງດັງໄປທົ່ວໂລກ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ເພີ່ມເຕີມ