![]() |
ໂອກາດນີ້, ທ່ານ ຫຼີ ຫົງຈົ່ງ ກ່າວວ່າ: ພາຍໃຕ້ການຊີ້ນໍາທາງຍຸດທະສາດຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ, ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໄດ້ຮັບການຊຸກຍູ້ເຂົ້າສູ່ລວງເລິກທີ່ເປັນຮູບປະທໍາຢ່າງບໍ່ຢຸດຢັ້ງ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບລາວໃນການເພີ່ມທະວີການສົນທະນາທາງຍຸດທະສາດ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່່າງໄດ້ຮັບຜົນປະໂຫຍດ, ລົງເລິກມິດຕະພາບລະຫວ່າງປະຊາຊົນ ເພື່ອບຸກເບີກສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ການພົວພັນລະຫວ່າງຈີນ-ລາວ.
![]() |
ທ່ານ ທອງສະຫວັນ ພົມວິຫານ ກ່າວວ່າ: ການພົວພັນລາວ-ຈີນ ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ, ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຍາມໃດກໍທະນຸຖະໜອມມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ-ຈີນ ແລະ ຍິນດີຮ່ວມມືກັບຈີນໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ໄດ້ຮັບຜົນສໍາເລັດອັນໃໝ່.
![]() |
(ແຫຼ່ງຂ່າວ: CMG FM93)



ຄໍາເຫັນ