![]() |
ທ່ານ ວິລະວັນ ບຸນສຸກໄທ ກ່າວວ່າ: ການຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະໄດ້ໄຂຂຶ້ນໃນ ວັນທີ 14 ທັນວາ 2025. ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນເອົາໃຈໃສ່ ເປັນຈິດໜຶ່ງໃຈດຽວໃນການກະກຽມຄວາມພ້ອມຮອບດ້ານໂດຍສະເພາະ ບັນດາແຂວງ ແລະນະຄອນຫຼວງວຽງຈັນ ກໍຕ້ອງໄດ້ພ້ອມກັນກະກຽມເຂົ້າຮ່ວມແຂ່ງຂັນ ໃຫ້ສຳເລັດຕາມແຜນການ. ດັ່ງນັ້ນ, ທ່ານໄດ້ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ບາງວຽກງານຄື: 1, ຄະນະກຳມະການເຕັກນິກຈັດການແຂ່ງຂັນ ຕ້ອງໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະກອບສ່ວນທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການຄົ້ນຄວ້າດ້ານເນື້ອໃນ, ວິທີການ, ຮູບແບບຈັດການແຂ່ງຂັນ ໃຫ້ມີຄວາມຄ່ອງຕົວ ສາມາດປະຕິບັດ ໄດ້ຢ່າງເໝາະສົມກັບສະພາບຕົວຈິງ;2, ເອົາໃຈໃສ່ໃນການກວດກາຂໍ້ມູນ ຂອງນັກກິລາໃຫ້ລະອຽດ, ມີຄວາມຊັດເຈນ ເພື່ອຫຼິກລ້ຽງການຍາດແຍ່ງນັກກິລາ, ຄົນເຈົ້າ, ຄົນຂ້ອຍ ຊຶ່ງອາດຈະເປັນສາເຫດ ເຮັດໃຫ້ມີການໂຕ້ຖຽງກັນເກີດຂຶ້ນເວລາການແຂ່ງຂັນ;3, ບັນດາສະຫະພັນກິລາຄົນພິການແຫ່ງຊາດ ກໍເຊັນດຽວກັນ ໃຫ້ເອົາໃຈໃສ່ໃນການເຮັດໜ້າທີ່ເປັນກາງ ໃນການປະຕິບັດກົດລະບຽບການແຂ່ງຂັນທີ່ຕົນເອງໄດ້ກຳນົດອອກ, ຫ້າມເດັດຂາດ ບໍ່ໃຫ້ມີການຊື້ຂາຍນັກກິລາໃຫ້ບັນດາແຂວງຕ່າງໆ, ການແບ່ງຫຼຽນລາງວັນ ດ້ວຍວິທີການຕ່າງໆ ທີ່ບໍ່ເໝາະສົມ ຊຶ່ງອາດຈະສົ່ງຜົນກະທົບ ຕໍ່ພາບພົດ ຂອງການຈັດງານໃນຄັ້ງນີ້;4, ການຄັດເລືອກກຳມະການຕັດສິນ, ຜູ້ຊວ່ຍກຳມະການຕັດສິນ, ບຸກຄະລາກອນໃຫ້ເອົາໃຈໃສ່ໃນການຄັດເລືອກບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດສອດຄ່ອງກັບໜ້າວຽກຢ່າງແທ້ຈິງ ຮັບປະກັນການຕັດສິນກິລາທຸກປະເພດມີຄວາມຍຸດຕິທຳ, ຮັກສາໄດ້ຄວາມສາມັກຄີຂອງຄະນະນຳ ແລະ ນັກກິລາ;5, ມອບໃຫ້ບັນດາແຂວງ ພ້ອມກັນຖອດຖອນບົດຮຽນຄືນກັບຄະນະກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາຄົນພິການແຫ່ງຊາດ ທີ່ປະຕິບັດໃນ ຄັ້ງທີ III ຜ່ານມາທີ່ແຂວງຊຽງຂວາງ ມີບັນຫາໃດ ທີ່ຍັງບໍ່ທັນສອດຄ່ອງ, ມີບັນຫາໃດທີ່ຈະຕ້ອງຮັບການແກ້ໄຂ.
ໃນກອງປະຊຸມ ໄດ້ຮັບຟັງລາຍງານ ຜ່ານວາລະພິທີເປີດ-ປິດ, ການກໍານົດສະຖານທີ່ພັກເຊົາຂອງຄະນະນໍາ, ຄູຝຶກ ແລະ ນັກກິລາ ແລະ ແຜນອື່ນໆອີກຈໍານວນໜຶ່ງ.
ຂ່າວ-ພາບ:ບຸນຕອມ.

ຄໍາເຫັນ