ງານມະຫະກຳກິລານັກຮຽນມັດທະຍົມສຶກສາຄັ້ງທີ VII

ງານມະຫະກຳກິລານັກຮຽນມັດທະຍົມສຶກສາຄັ້ງທີ VIIແຂວງສາລະວັນປິດລົງຢ່າງຈົບງາມ

ງານມະຫະກຳກິລານັກຮຽນມັດທະຍົມສຶກສາຄັ້ງທີ VIIແຂວງສາລະວັນປິດລົງຢ່າງຈົບງາມ
ງານມະຫະກຳກິລານັກຮຽນມັດທະຍົມສຶກສາຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບໄດ້ປິດລົງດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ໃນວັນທີ 22 ທັນວາ ນີ້.ແຂວງເຊກອງຈະໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາ

ຄັ້ງທີ VIIIໃນປີ 2027. ເປັນກຽດເຂົ້າຮ່ວມກ່າວປິດງານໂດຍທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນປະທານຈັດງານງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII, ທ່ານ ພຸດ ສິມມາລາວົງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານໂອແລັມປິກແຫ່ງຊາດລາວປະທານຮ່ວມງານດັ່ງກ່າວ, ທ່ານ ເຫຼັກໄລ ສີວິໄລ ເຈົ້າແຂວງເຊກອງ, ມີບັນດາທ່ານເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຮັບຜິດຊອບຈັດງານ, ບັນດາກຳມະການ, ອະນຸກຳມະການ, ຄະນະນຳອາວຸໂສບຳນານ, ຄະນະນຳນັກກິລາ, ນັກກິລາ, ນັກຮຽນມັດທະຍົມສຶກສາ ແລະ ປະຊາຊົນລາວບັນດາເຜົ່າຊາວແຂວງສາລະວັນເຂົ້າຮ່ວມ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນຮອງປະທານຈັດງານໄດ້ກ່າວວ່າ:ງານມະຫະກຳກິລານັກຮຽນມັດທະຍົມສຶກສາຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ໄດ້ເປີດຂຶ້ນແຕ່ວັນທີ 13 ທັນວາ 2024 ແລະ ດໍາເນີນມາຮອດວັນທີ 22 ທັນວາ 2024 ໄດ້ປິດການແຂ່ງຂັນຢ່າງເປັນທາງການດ້ວຍ ຜົນສໍາເລັດອັນຈົບງາມ. ຜົນສຳເລັດດັ່ງກ່າວ ແມ່ນເນື່ອງມາຈາກການກະກຽມ, ການວາງແຜນເປັນແຕ່ລະໄລຍະ, ການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງຂອງທຸກພາກສ່ວນເຮັດໃຫ້ມີຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະແມ່ນເຮັດໃຫ້ພິທີເປີດ-ປິດ ແລະ ການຈັດການແຂ່ງຂັນກິລາປະເພດຕ່າງໆໄດ້ສຳເລັດລົງດ້ວຍຄວາມເປັນລະບຽບຮຽບຮ້ອຍດີ, ກຳມະການຕັດສິນກໍໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຕາມທີ່ໄດ້ປະຕິຍານໄວ້, ສ່ວນນັກກິລາແຕ່ລະພາກສ່ວນ ກໍໄດ້ຕັ້ງໜ້າແຂ່ງຂັນ, ມີສະຕິໃນການປະຕິບັດຕາມກົດລະບຽບ, ກະຕິກາທີ່ວາງອອກຢ່າງເຂັ້ມງວດ; ໃນເວລາແຂ່ງຂັນກໍໄດ້ສະແດງອອກແຈ້ງເຖິງນໍ້າໃຈນັກກິລາຢ່າງແທ້ຈິງ, ຮູ້ໄດ້, ຮູ້ເສຍ, ຮູ້ອະໄພຊຶ່ງກັນ ແລະ ກັນ, ອັນໄດ້ປະກອບສ່ວນຜູກແໜ້ນຄວາມສາມັກຄີໄມຕີຈິດ ມິດຕະພາບ, ມີຄວາມສາມັກຄີໃນໝູ່ນັກຮຽນ ແລະ ນັກກິລາດ້ວຍກັນ ເຮັດໃຫ້ການແຂ່ງຂັນເຕັມໄປດ້ວຍຮອຍຍິ້ມ, ຄວາມເບີກບານມ່ວນຊື່ນ ແລະ ມີຄວາມຊົງຈຳທີ່ດີ; ອີກດ້ານໜຶ່ງຍັງໄດ້ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການໃນດ້ານກິລາຂອງນັກຮຽນ ເພື່ອສ້າງຕົນເອງໃຫ້ເປັນນັກກິລາຮຸ່ນສືບທອດກ້າວຂຶ້ນສູ່ຄຸນນະພາບໃໝ່ ເພື່ອກຽມເຂົ້າແຂ່ງຂັນກິລາລະດັບຊາດ, ພາກພື້ນ ແລະ ສາກົນໃນຕໍ່ໜ້າ.

ທ່ານ ສົມໃຈ ອຸ່ນຈິດ ກ່າວຕື່ມວ່າ: ງານມະຫະກຳກິລາຄັ້ງນີ້ ໄດ້ດຳເນີນການແຂ່ງຂັນປະກອບມີ 12 ປະເພດກິລາ, ຕິດພັນກັບນະໂຍບາຍການພັດທະນາຊັບພະຍາກອນມະນຸດຮອບດ້ານ, ເປັນຕົ້ນແມ່ນການສົ່ງເສີມໃຫ້ນັກຮຽນໄດ້ຮັບການພັດທະນາທາງດ້ານຮ່າງກາຍ ແລະ ປັນຍາຕາມ 5 ຫຼັກມູນຂອງການສຶກສາ, ພ້ອມນີ້ ກໍເປັນການບົ່ມສອນສ້າງໃຫ້ນັກກິລາ ຢູ່ໃນໄວເຍົາວະຊົນ, ຊາວໜຸ່ມໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີມິດຕະພາບ ແລະ ແລກປ່ຽນປະສົບການດ້ານກິລາ ຊຶ່ງເປັນເງື່ອນໄຂສົ່ງເສີມໃຫ້ເຂົາເຈົ້າສາມາດເກັບກຳເອົາບົດຮຽນປະສົບການທີ່ໄດ້ຮັບໃນຄັ້ງນີ້ ໄປພັດທະນາສົ່ງເສີມຕົນເອງໃຫ້ສູງຂຶ້ນ.

ສຳລັບການແຂ່ງຂັນຄະນະຈັດງານແຂ່ງຂັນ ສາມາດສັງລວມຜົນຈັດອັນດັບຕາຕະລາງຫຼຽນລາງວັນ ແຕ່ອັນດັບທີ 1-3 ແລະ ຕາມລຳດັບລົງມາຄື: ທີ 1 ນະຄອນຫຼວງວຽງຈັນ ໄດ້ຮັບ 26 ຫຼຽນຄຳ, 21 ຫຼຽນເງິນ, 29 ຫຼຽນທອງລວມທັງໝົດ 76 ຫຼຽນ;ທີ 2 ແຂວງຈຳປາສັກ ໄດ້ຮັບ 20 ຫຼຽນຄຳ, 20 ຫຼຽນເງິນ ແລະ 20 ຫຼຽນທອງລວມທັງໝົດ 60 ຫຼຽນແລະ ທີ 3 ແຂວງສາລະວັນເຈົ້າພາບ ໄດ້ຮັບ12 ຫຼຽນຄຳ, 20 ຫຼຽນເງິນ ແລະ 16 ຫຼຽນທອງລວມທັງໝົດ 48 ຫຼຽນ.

ສັງລວມແລ້ວ ການຈັດງານກິລາໃນຄັ້ງນີ້ ໄດ້ຮັບຜົນສຳເລັດຕາມທີ່ຄາດຫວັງໄວ້ທຸກປະການຄື: ທາງດ້ານການເມືອງ, ຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມຂອງແຂວງ ຕະຫຼອດຮອດດ້ານວິຊາສະເພາະ, ພ້ອມນີ້ ຍັງເຫັນໄດ້ຄວາມສາມັກຄີ ເປັນຈິດໜຶ່ງໃນດຽວ, ການພັດທະນາກິລາລະດັບນັກຮຽນຂອງແຕ່ລະແຂວງ,ການພັດທະນາບຸກຄະລາກອນໃຫ້ແກ່ແຂວງສາລະວັນ, ພ້ອມທັງພື້ນຖານໂຄງລ່າງໄວ້ເປັນອັນສືບທອດໃຫ້ແກ່ແຂວງໃນການພັດທະນາຂົງເຂດກິລາ-ກາຍຍະກຳ ກໍຄືເປັນສະຖານທີ່ອອກກຳລັງກາຍ, ຫຼິ້ນກິລາ ເພື່ອສຸຂະພາບຂອງມວນຊົນ ແລະ ການແຂ່ງຂັນກິລາໃນລະດັບຕ່າງໆ ຢູ່ພາຍໃນແຂວງໃນຕໍ່ໜ້າ ເປັນບ່ອນຝຶກຊ້ອມ, ສ້າງນັກກິລາທີ່ມີທັດສະ ແລະ ສ້າງຂະບວນການໃຫ້ນັກຮຽນ ແລະ ຊາວໜຸ່ມພາຍໃນແຂວງຫັນມາຫຼິ້ນກິລາໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການມົ້ວສຸມສິ່ງເສບຕິດ ແລະ ອື່ນໆ.

ພ້ອມນັ້ນ, ໃນພິທີປິດການແຂ່ງຂັນ ຍັງໄດ້ມີການກ່າວມອບ-ຮັບ ທຸງກິລາ ໃຫ້ແຂວງຖັດໄປເປັນເຈົ້າພາບ,ໃຫ້ກຽດມອບທຸງໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານໂອແລັມປິກແຫ່ງຊາດລາວ,ຮັບໂດຍ ທ່ານ ເຫຼັກໄລ ສີວິໄລ ເຈົ້າແຂວງເຊກອງ ກຽມເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIIIໃນປີ 2027.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ