![]() |
ໃນພິທີເປີດງານຄັ້ງນີ້ ເຈົ້າພາບ ໄດ້ຈັດການສະແດງ 5 ຊຸດ : “BACK TO THE ORIGIN ສູ່ຈຸດເລີ່ມຕົ້ນ ”, “ IGNITE THE GAME ປຸກພະລັງສູ່ການແຂ່ງຂັນ”, “WE ARE ONE – WE ARE CONNECTED BY THE SEA – ສາຍນໍ້າເຊື່ອມດວງໃຈເປັນໜຶ່ງດຽວ”, “ONE SPIRIT – ຈິດວິນຍານແຫ່ງຄວາມເປັນໜຶ່ງ” ແລະ “BLOOMING OF ONE VICTORY – ມິດຕະພາບ ຄືໄຊຊະນະ”. ຊຶ່ງທຸກການສະແດງສ່ອງແສງໃຫ້ເຫັນເຖິງພະລັງຄວາມສາມັກຄີຂອງບັນດາປະເທດໃນອາຊຽນ, ພາສາທັກທາຍ, ດອກໄມ້ປະຈຳຊາດ, ຄວາມເປັນມາຂອງຊີເກມ ແລະ ສິລະປະຕໍ່ສູ້ຂອງມວຍໄທ ປະສານກັບແສງສີສຽງຢ່າງງົດງາມ.
![]() |
ສ່ວນວາລະການເດີນຂະບວນສວນສະໜາມຂອງຄະນະນັກກິລາ 11 ຊາດ ໂດຍຄະນະນັກກິລາລາວ ເປັນຂະບວນທີ 4 ຕໍ່ຈາກອິນໂດເນເຊຍ ຖືທຸງໂດຍ ທ້າວ ວິລະສັກ ລາດຊະວົງ ນັກກິລາເປຕັງເຈົ້າຂອງຫຼຽນຄຳງານມະຫະກຳກິລາ ຊີເກມ ຄັ້ງທີ 32 ແລະ 2 ຫຼຽນຄຳ ງານກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ແລະ ນຳຄະນະໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນັກກິລາລາວ.
![]() |
ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 33 ເປັນຄັ້ງທຳອິດໃນຮອບ 18 ປີ ທີ່ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກປີ 2007 ແລະ ເປັນຄັ້ງທີ 7 ຂອງປະເທດ ຫຼາຍສຸດໃນອາຊຽນ ໂດຍມີນັກກິລາເຂົ້າຮ່ວມ 12,506 ຄົນ ຊີງໄຊ 574 ຫຼຽນຄຳ ໃນ 50 ປະເພດກິລາ, ສະເພາະ ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມ 500 ກວ່າຄົນ ໃນ 39 ກິລາ ພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງຕໍ່າ 5 ຫຼຽນຄຳ.
ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈະແຂ່ງຂັນຈົນໄປເຖິງວັນທີ 20 ທັນວາ 2025 ຈຶ່ງຈະສຳເລັດ. ແຫຼງຂ່າວ:ໜັງສືພິມສຶກສາ



ຄໍາເຫັນ