ງານປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ-ຫົວພັນ

ງານປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ-ຫົວພັນ
ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ ລາວ,ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ທີ່ໃຫ້ການສະໜັບສະໜູນ ເຂົ້າໄກ່ນ້ອຍ, ຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງອ້ອມຂ້າງ ແລະ ສາທະລະນະຊົນເຂົ້າຮ່ວມ.
ຈຸດປະສົງ ການຈັດງານແຂ່ງຂັນຄັ້ງນີ້, ແມ່ນເພື່ອຍົກສູງຈິດສໍານຶກໃຫ້ສາທາສາທາລະນະຊົນ ໄດ້ຮັບຮູ້ກ່ຽວກັບ ຄຸນນະພາບທີ່ມີເອກະລັກຂອງເຂົ້າໄກ່ນ້ອຍ ຊຽງຂວາງ ແລະ ເຂົ້າໄກ່ນ້ອຍຫົວພັນ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດໂຄສະນາສົ່ງເສີມທາງການຕະຫຼາດ ແລະ ຍົກສູງມູນຄ່າເພີ່ມໃຫ້ເຂົ້າໄກ່ນ້ອຍ ພ້ອມດຽວກັນນັ້ນພວກເຮົາກໍໄດ້ຈັດງານວາງສະແດງສິນຄ້າຖິ່ນກຳເນີດ ແລະ ມີບູດສົ່ງເສີມຖິ່ນກຳເນີດເຂົ້າໄກ້ນ້ອຍ ຫົວພັນ ແລະ ຊຽງຂວາງ ໃນງານສະເຫຼີມສະຫຼອງຊັບປະດາຊັບສິນທາງປັນຍາ ປະຈຳປີ 2023 ທີ່ດ້ານໜ້າສູນການຄ້າລາວໄອເຕັກນີ້.
ທ່ານ ໄຊສົມເພັດ ນໍຣະສິງ ກ່າວວ່າ: ການຈັດງານແຂ່ງຂັນ ປະກວດອາຫານຄັ້ງນີ້ ຖືເປັນຄັ້ງທໍາອິດ ໃນ ສປປ ລາວ ທີ່ນໍາໃຊ້ຜະລິດຕະພັນທີ່ໄດ້ຮັບການຈົດທະບຽນຖິ່ນກໍາເນີດ ເປັນສ່ວນປະກອບຫຼັກ ເປັນຕົ້ນແມ່ນ ເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຊຶ່ງນີ້ຖືວ່າເປັນມິຕິໃໝ່ອັນໜຶ່ງ ຂອງການໂຄສະນາສົ່ງເສີມທາງດ້ານການຕະຫຼາດ ແລະ ຍົກສູງຈິດສໍານຶກຂອງສາທາລະນະຊົນ ຕໍ່ກັບ ສິນຄ້າຖິ່ນກໍາເນີດ ຂອງ ສປປ ລາວ.
ເຂົ້າໄກ່ນ້ອຍໄດ້ຮັບການຈົດທະບຽນເປັນຖິ່ນກໍາເນີດ ໃນປີ 2018, ເປັນສິນຄ້າເອກະລັກທ້ອງຖິ່ນ ທີ່ໄດ້ຮັບການຢັ້ງຢືນຖິ່ນກໍາເນີດ ອັນທໍາອິດຂອງ ສປປ ລາວ ໂດຍປະກອບມີເຂົ້າໄກ່ນ້ອຍ ທີ່ມາຈາກແຂວງ ຊຽງຂວາງ ແລະ ແຂວງຫົວພັນ. ການກະກຽມການຈົດທະບຽນແມ່ນໄດ້ເລີ່ມຂຶ້ນໃນປີ 2016 ໂດຍໄດ້ຮັບທຶນຈາກອົງການ AFD ແລະ ມີກົມຊັບສິນທາງປັນຍາ ແລະ ອົງການອາຫານ ແລະ ກະສິກໍາ ຫຼື FAO ເປັນຜູ້ຈັດຕັ້ງຕົວຈິງ ແລະ ໄດ້ສໍາເລັດໃນປີ 2018. ຫຼັງຈາກນັ້ນ ໃນປີ 2020 ໄດ້ມີການຈັດຕັ້ງປະຕິບັດໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດ ເຂົ້າໄກ່ນ້ອຍ ໂດຍແມ່ນອົງການ ຝຣັ່ງ ເພື່ອການພັດທະນາ ຫຼື AFD ເປັນຜູ້ໃຫ້ທຶນ ຊຶ່ງແມ່ນ ກົມຊັບສິນທາງປັນຍາ ຮ່ວມກັບ ອົງການ ເກຣັດ ປະຈໍາ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ. ມາຮອດປີ 2023, ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໄດ້ຖືກແຍກອອກເປັນສອງຖິ່ນກໍາເນີດຄື ເຂົ້າໄກ່ນ້ອຍຫົວພັນ ແລະ ເຂົ້າໄກ່ນ້ອຍຊຽງຂວາງ ອັນເນື່ອງມາຈາກ ເຂົ້າໄກ່ນ້ອຍຈາກສອງແຂວງດັ່ງກ່າວ ແມ່ນມີເອກະລັກສະເພາະຂອງໃຜມັນ. ພາຍໃຕ້ໂຄງການໄລຍະໃໝ່ນີ້ພວກເຮົາໄດ້ຈັດຕັ້ງປະຕິບັດໜ້າວຽກທີ່ສໍາຄັນຫຼາຍດ້ານ ເປັນຕົ້ນແມ່ນ ການປັບປຸງການຄຸ້ມຄອງຄຸນນະພາບຂອງເຂົ້າໄກ່ນ້ອຍ, ການສ້າງຍຸດທະສາດ ແລະ ເຄື່ອງມືໂຄສະນາສົ່ງເສີມທາງການຕະຫຼາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ ໃນການເຮັດໜ້າທີ່ດ້ານການສົ່ງເສີມ ແລະ ຄຸ້ມຄອງ ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໃຫ້ມີຄວາມຍືນຍົງ.
ເຖິງວ່າ ເຂົ້າໄກ່ນ້ອຍ ຊຽງຂວາງ ແລະ ຫົວພັນ ຈະເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ ເປັນເວລາຫຼາຍທົດສະວັດມາແລ້ວວ່າ ມີຄຸນນະພາບທີ່ເປັນເອກະລັກ ຊຶ່ງສິ່ງທີ່ສາມາດພິສູດໄດ້ແມ່ນ ລາຄາຂອງເຂົ້າໄກ່ນ້ອຍໃນທ້ອງຕະຫຼາດ ແມ່ນຈະແພງກວ່າເຂົ້າໜຽວປະເພດອື່ນ ແຕ່ວ່າ ເມື່ອສົມທຽບກັບຄຸນນະພາບທີ່ມີເອກະລັກສະເພາະ ແລະ ຄຸນຄ່າທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີຂອງຄົນໃນທ້ອງຖິ່ນ ບວກກັບສະພາບແວດລ້ອມເຂດປູກເຂົ້າໄກ່ນ້ອຍຢູ່ສອງແຂວງດັ່ງກ່າວ ກໍຍັງຖືວ່າ ຜູ້ຜະລິດຍັງບໍ່ໄດ້ຮັບປະໂຫຍດທາງດ້ານເສດຖະກິດທີ່ສົມເຫດສົມຜົນເທື່ອ. ພາຍໃຕ້ສະພາບການນີ້, ກົມຊັບສິນທາງປັນຍາ ຈຶ່ງໄດ້ສົມທົບກັບອົງການ ເກຣັດ ປະຈໍາ ສປປ ລາວ ໂດຍໄດ້ຮັບທຶນຈາກອົງການ AFD ຈັດຕັ້ງປະຕິບັດໂຄງການ ສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍ ໂດຍແນໃສ່ ສົ່ງເສີມການຜະລິດໃຫ້ເປັນໄປຕາມແບບດັ້ງເດີມ ແນໃສ່ຮັກສາເອກະລັກສະເພາະໄວ້ ແລະ ໂຄສະນາສົ່ງເສີມດ້ານການຕະຫຼາດ ເພື່ອສ້າງມູນຄ່າເຂົ້າໄກ່ນ້ອຍ ຊຽງຂວາງ ແລະ ເຂົ້າໄກ່ນ້ອຍຫົວພັນໃຫ້ສູງຂຶ້ນ.
ການແຂ່ງຂັນຄັ້ງນີ້ ແບ່ງອອກເປັນ2ປະເພດອາຫານຄື: ເມນູອາຫານຫຼັກ(ມີຜູ້ເຂົ້າແຂ່ງຂັນທັງໝົດ 4 ທ່ານ/4ເມນູ) ແລະ ເມນູອາຫານຫວ່າງ ຫຼື ເຂົ້າໜົມ (ມີຜູ້ຮ່ວມແຂ່ງຂັນ 5 ທ່ານ/5ເມນູ). ຄະນະກໍາມະການຕັດສິນການແຂ່ງຂັນຄັ້ງນີ້ ມີ 3 ທ່ານ ຄື: 1. ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, 2. ທ່ານ ອາຈານ ສຸດາລັດ ພັນພູທອນ ຄູຝຶກ ແລະ ເປັນທີ່ປຶກສາຂອງ ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ເຈົ້າຂອງ Page Cooking Class, 3.ອາຈານ ກາລຸນ ຫຼວງໂຄດ ເຈົ້າຂອງຮ້ານ Bakery by Boris ແລະ ເປັນຜູ້ຝຶກສອນເຂົ້າໜົມ ມີປະສົບການ ຫຼາຍກວ່າ 17 ປີ. ຜົນການແຂ່ງຂັນ ຜູ້ທີ່ຊະນະເລີດ ປະເພດເມນູອາຫານຫຼັກແມ່ນ “ແໜມເຂົ້າໄກ່ນ້ອຍໄທພວນ” ແລະ ຜູ້ຊະນະເລີດປະເພດ ເມນູອາຫານຫວ່າງ ຫຼື ເຂົ້າໝົມ ແມ່ນ “ໜິງໆເຂົ້າຫຼາມໝາກພ້າວ”.
(ຂ່າວ-ພາບ: ກົມຊັບສິນທາງປັນຍາ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ