![]() |
ພິທີເປີດໂດຍເລີ່ມຕົ້ນດ້ວຍລາຍການສິລະປະວັດທະນະທຳພິເສດທີ່ຈັດຂຶ້ນຢ່າງລະອຽດໂດຍຝ່າຍຈີນ - ລາວ ແລະ ສາຍຮູບເງົາເປີດເລື່ອງໂດຍ «ຈົດໝາຍຮັກເຖິງອາມ່າ». ຮູບເງົາເລື່ອງນີ້ ດ້ວຍພາສາພາບທີ່ລະອຽດອ່ອນໂຍນ ແລະ ການສະແດງຄວາມຮູ້ສຶກທີ່ຈິງໃຈ, ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງຄວາມອົບອຸ່ນແບບຈີນ ແລະ ພື້ນຖານວັດທະນະທຳອັນດີເລີດຂອງຈີນ, ໄດ້ຮັບຄຳຍ້ອງຍໍຢ່າງກວ້າງຂວາງຈາກຜູ້ຊົມ; ອາທິດວັດທະນະທຳຮູບເງົາຄັ້ງນີ້ ໄດ້ຄັດເລືອກຮູບເງົາດີເດັ່ນ 10 ເລື່ອງຂອງຈີນ ແລະ ປະເທດຕ່າງໆໃນອາຊີອາຄະເນມາສາຍລວມກັນ, ເນື້ອໃນກວມເອົາຫຼາຍດ້ານເຊັ່ນ: ຄວາມອົບອຸ່ນດ້ານມະນຸດສຳພັນ, ການພັດທະນາແຫ່ງຍຸກສະໄໝ, ຄວາມເປັນຊາດພັນທະທຳ, ການເຕີບໂຕຂອງໄວໜຸ່ມ ແລະ ອື່ນໆ ແລະ ສະແດງໃຫ້ເຫັນຢ່າງຮອບດ້ານເຖິງພາບລັກດ້ານວັດທະນະທຳ, ລັກສະນະປະເພນີ ແລະ ພາບລັກແຫ່ງຍຸກສະໄໝຂອງຈີນ ແລະ ປະເທດຕ່າງໆໃນອາຊີອາຄະເນ, ພ້ອມທັງສ້າງເວທີແລກປ່ຽນດ້ານແສງເງົາຂ້າມປະເທດທີ່ມີປະສິດທິພາບ ແລະ ມີຄຸນນະພາບສູງ.
![]() |
ສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນໄດ້ຮ່ວມກັນຈັດຂຶ້ນ, ໂດຍສະມາຄົມນັກສ້າງຮູບເງົາຈີນ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ພະແນກໂຄສະນາເຜີຍແຜ່ຄະນະປະຈຳພັກຂອງເຂດປົກຄອງຕົນເອງກວາງຊີຈ່ວງ, ໂດຍມີຫົວຂໍ້ວ່າ “ພູຜາແລະທະເລຫຼອມລວມແສງເງົາແຫ່ງອະນາຄົດ”, ພ້ອມທັງຈັດກິດຈະກຳພິເສດເຊັ່ນ: ການສົນທະນາກ່ຽວກັບການຮ່ວມມືດ້ານຮູບເງົາ, ການແບ່ງປັນຂອງນັກສ້າງຮູບເງົາຊື່ດັງ ແລະ ການສາຍຮູບເງົາ ອາໄສສື່ແສງເງົາເປັນພາຫະນະ ເພື່ອສືບຕໍ່ຫຼຸດໄລຍະຫ່າງທາງຈິດໃຈລະຫວ່າງປະຊາຊົນຂອງແຕ່ລະປະເທດ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ ໃນການສ້າງເວທີແລກປ່ຽນ ແລະ ຮ່ວມມືດ້ານຮູບເງົາໃນພາກພື້ນ ແລະ ການຜະລິດຮູບເງົາຮ່ວມກັນ, ສືບຕໍ່ເພີ່ມທະວີການໄປມາຫາສູ່ກັນດ້ານມະນຸດສຳພັນລະຫວ່າງຈີນ ແລະ ອາຊີອາຄະເນ ແລະ ເປັນການ ສົ່ງເສີມການແລກປ່ຽນ, ການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງອາລະຍະທຳ, ແລະ ປະກອບສ່ວນກຳລັງດ້ານວັດທະນະທຳ ເພື່ອສ້າງປະຊາຄົມຮ່ວມຊະຕາຈີນ-ອາຊີອາຄະເນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
![]() |
ຂ່າວ-ພາບ: ບຸນອູ້ມ



ຄໍາເຫັນ